ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນການກຳນົດພະນັກງານນຳພາ-ບັນຊາ ຂັ້ນກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງ ເພື່ອຍົກສູງຄຸນນະພາບຂອງວຽກງານພະນັກງານ ແລະ ຖັນແຖວພະນັກງານນຳພາ-ບັນຊາເຂົ້າໃນການປັບປຸງ ການເຄື່ອນໄຫວຂອງ ກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ ໃນວັນທີ 2 ມີນາ 2022, ເປັນປະທານໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

+ ພົຈວ ສະແຫວງ ພົມມະລີ ກ່າວວ່າ:

ແຜນກຳນົດພະນັກງານ ແມ່ນຂະບວນວິວັດແຫ່ງການສ້າງພະນັກງານຫຼັກແຫຼ່ງ ທັງໃນປັດຈຸບັນ ແລະ ອະນາຄົດ, ເນື້ອແທ້ຂອງການສ້າງແຜນກໍານົດພະນັກງານ ແມ່ນເພື່ອບໍາລຸງສ້າງ, ຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້-ຄວາມສາມາດ, ຄົບມາດຖານ-ເງື່ອນໄຂ ຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາ ຕາມເປົ້າໝາຍ ຜ່ານໄລຍະເວລາຍາວນານ, ວຽກງານພະນັກງານມີບົດບາດສໍາຄັນ ແລະ ເປັນປັດໃຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງ ເຊິ່ງລວມໄປເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງ ລະບອບປະຊາທິປະໄຕ ທີ່ ພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງນຳພາ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ. ດັ່ງນັ້ນ, ວຽກງານສ້າງແຜນກຳນົດພະນັກງານ ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ.

ໂດຍເຫັນໄດ້ຄວາມໝາຍ-ຄວາມສຳຄັນດັ່ງກ່າວ, ກົມ 512 ຈຶ່ງໄດ້ຂຶ້ນແຜນຄົ້ນຄວ້າກຳນົດບຸກຄະລາກອນ ເພື່ອຈັດວາງ, ສັບຊ້ອນ ເຂົ້າໃສ່ຕຳແໜ່ງງານຂັ້ນກະຊວງ ແລະ ຂັ້ນກົມໃຫຍ່ການເມືອງ ປກສ ຄຸ້ມຄອງ ທັງເປັນການປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຍົກສູງຄວາມສາມາດນຳພາຂອງຄະນະພັກ ໃຫ້ສົມຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ແລະ ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລະກອນ ເຂົ້າໃນການຈັດຕັ້ງຕ່າງໆ ຖືກຕ້ອງຕາມມາດຖານເງືອນໄຂກຳນົດໄວ້.

ກອງປະຊຸມນາຍຕໍາຫຼວດພາຍໃນກົມ ໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມບັນດາມະຕິຄຳສັ່ງສະ ບັບເລກທີ 39/ຄພປກສ ລົງວັນທີ 2 ພະຈິກ 2018 ວ່າດ້ວຍ ການຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບຄຸ້ມຄອງ, ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ຜ່ານມາດຖານ ເງື່ອນໄຂຂອງພະນັກງານນຳພາ-ບັນຊາທີ່ຈະເລືອກເຟັ້ນເຂົ້າໃນແຜນກຳນົດພະນັກງານ, ພາຍຫຼັງເຊື່ອມຊຶມບັນດາເອກະສານຕ່າງໆແລ້ວ ຈະໄດ້ຮັບຟັງການແນະນຳວິທີການດຳເນີນການທາບທາມ ແລະ ດຳເນີນການປ່ອຍບັດ ຮອບທີ 1, 2 ແລະ 3 (ກອງປະຊຸມຈະດຳເນີນເປັນເວລາ 3 ວັນ ຈຶ່ງສໍາເລັດ).