ການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ມາຮອດປັດຈຸບັນນີ້, ຫຼາຍພາກສ່ວນໄດ້ຖືສໍາຄັນ ແລະ ເລັ່ງໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຈິງຈັງ, ສ້າງໃຫ້ໄດ້ດ້ານຜົນງານການເຄື່ອນໄຫວປາບປາມບັນຫາຢາເສບຕິດທີ່ເຫັນວ່າ ມີການລັກລອບຊື້-ຂາຍໃນສັງຄົມເປັນວົງກວ້າງ ນັບແຕ່ຕົວເມືອງສູ່ຊົນນະບົດແບບບໍ່ຢ້ານກົວຕໍ່ລະບຽບກົດໝາຍຂອງບ້ານເມືອງ, ເຮັດໃຫ້ຫຼາຍຊີວິດໄດ້ຕົກເປັນທາດຂອງຢາເສບຕິດດ້ວຍການເສບ, ຂາຍເຊິ່ງເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ຂຶ້ນໃນສັງຄົມ ເປັນຕົ້ນແມ່ນ ບັນຫາປຸ້ນຈີ້-ຊີງຊັບ, ນັກເລງອັນຕະພານ, ຂີ້ລັກ, ຄາດຕະກໍາ, ການຂົ່ມຂືນທໍາຊຳເລົາ ແລະ ບັນຫາອື່ນໆ.

ຕໍ່ກັບບັນຫາດັ່ງກ່າວນີ້, ພາຍຫຼັງພັກ-ລັດຖະບານ ໄດ້ປະກາດຍົກເອົາບັນຫາຢາເສບຕິດຂຶ້ນເປັນວາລະແຫ່ງຊາດ ເພື່ອແກ້ໄຂ ແລະ ປາບປາມໃຫ້ຫຼຸດລົງຈາກສັງຄົມລາວເຮົາ, ກອງບັນຊາການ ປກສ ເມືອງໄຊ ແຂວງອຸດົມໄຊ ກໍໄດ້ຈັດຕັ້ງປະຕິບັດວາລະດັ່ງກ່າວນີ້ ຢ່າງວ່ອງໄວ, ເຂັ້ມງວດ ແລະ ຈິງຈັງໃຫ້ກວ້າງຂວາງເຂົ້າສູ່ລວງເລິກເຖິງທຸກເປົ້າໝາຍທີ່ກໍານົດໄວ້.

ພັທ ສິນໄຊ ບຸນໄຊທິບ ຫົວໜ້າກອງບັນຊາການ ປກສ ເມືອງໄຊ ໄດ້ໃຫ້ຮູ້ວ່າ:

ສຳລັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ຈິງຈັງ ໂດຍເລີ່ມຈາກການຈັດຕັ້ງເຊື່ອມຊຶມກຳແໜ້ນເນື້ອໃນຂອງແຜນການ ແລະ ບັນດານິຕິກຳອື່ນໆທີ່ກ່ຽວຂ້ອງກັບ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເລິກເຊິ່ງ, ຜັນຂະຫຍາຍເປັນແຜນວຽກລະອຽດເຂົ້າໃນທຸກຂົງເຂດວຽກງານ ແລະ ຈັດຕັ້ງປະຕິບັດຕົວຈິງ, ໄດ້ລົງກໍ່ສ້າງຮາກ ໂດຍປຸກລະດົມຂົນຂວາຍພໍ່-ແມ່ປະຊາຊົນພາຍໃນເມືອງ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຢາເສບ ຕິດໃຫ້ທົ່ວເຖິງ, ພ້ອມທັງຕິດຕາມເປົ້າໝາຍກະທຳຜິດອື່ນໆ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະແມ່ນບັນຫາແກ້ໄຂຢາເສບຕິດໃຫ້ໝົດໄປ, ເອົາໃຈໃສ່ໂຄສະນາວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຢູ່ບັນດາບ້ານ, ກຸ່ມບ້ານ.

ຜ່ານມາ, ສົມທົບກັບເຈົ້າໜ້າທີ່ລັດ, ອຳນາດການປົກຄອງບ້ານ, ປກສ ບ້ານ ແລະ ກອງຫຼອນບ້ານ ພ້ອມກັນລົງທຳລາຍສວນຝິ່ນ ທີ່ປະຊາຊົນໄດ້ລັກລອບປູກມີທັງໝົດ 66 ຕອນ, ມີເນື້ອທີ່ປະມານ 61,431 ເຮັກຕາ ພ້ອມທັງໄດ້ສ້າງບົດບັນທຶກໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍເລີ່ມແຕ່ບຸກຄົນ, ຄອບຄົວ ແລະ ບ້ານ ມາຮອດປັດຈຸບັນສຳເລັດ 80%.

ຄຽງຄູ່ກັນນັ້ນ, ກອງບັນຊາການ ປກສ ເມືອງໄຊ ຍັງໄດ້ມີແຜນການເຄື່ອນໄຫວລະອຽດ ໂດຍມີການແບ່ງຄວາມຮັບຜິດຊອບເປັນແຕ່ລະເຂດ, ຈຸດເພື່ອສົມທົບກັບທີມງານຂອງແຂວງລົງສູ່ພື້ນທີ່ຕົວຈິງ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍເລີ່ມຈາກສະຖາບັນຄອບຄົວ, ສະຖາບັນການສຶກສາ, ໂຮງຈັກ, ໂຮງງານ, ສຳນັກງານ-ອົງການ, ການຈັດຕັ້ງສັງຄົມ ແລະ ບ້ານ ຕ້ອງເປັນເຈົ້າການການແກ້ໄຂບັນຫາຢາເສບຕິດໃຫ້ໝົດໄປ.

ທ່ານ ຈັນພວງ ສີບຸນແພງ ນາຍບ້ານພູຂຽວ ເມືອງໄຊ ໃຫ້ສໍາພາດຕໍ່ນັກຂ່າວ ກອງບັນຊາການ ປກສ ແຂວງອຸດົມໄຊ ວ່າ:

ບ້ານພູຂຽວ ມີ 274 ຄົວເຮືອນ, ມີ 283 ຄອບຄົວ, ພົນລະເມືອງ 1.928 ຄົນ ຍິງ 946 ຄົນ, ມີ 5 ເຜົ່າ ຄື: ເຜົ່າລາວລຸ່ມ ມີ 38 ຄົວເຮືອນ, ເຜົ່າມົ້ງ 140 ຄົວເຮືອນ, ເຜົ່າກຶມມຸ 67 ຄົວເຮືອນ, ເຜົ່າຫໍ້ 19 ຄົວເຮືອນ, ເຜົ່າຜູ້ນ້ອຍ 10 ຄົວເຮືອນ, ມີສະມາຊິກພັກທັງໝົດ 24 ສະຫາຍ ຍິງ 6 ສະຫາຍ; ໃນນີ້, ມີສະມາຊິກພັກສົມບູນ 22 ສະຫາຍ ຍິງ 5 ສະຫາຍ, ສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ.

ຕໍ່ກັບບັນຫາການຢາເສບຕິດຢູ່ພາຍໃນບ້ານພູຂຽວ ເຫັນວ່າ: ຜ່ານມາ, ຍັງມີພໍ່-ແມ່ປະຊາຊົນ, ຊາວໜຸ່ມ-ໄວໜຸ່ມຈຳນວນໜຶ່ງ ຍັງບໍ່ປະຕິບັດຕາມກົດລະບຽບກົດໝາຍບ້ານເມືອງ, ຍັງມີການລັກລອບຄ້າ-ຂາຍ ແລະ ເສບຢາເສບຕິດອັນໄດ້ເຮັດໃຫ້ບ້ານບໍ່ມີຄວາມສະຫງົບ ເກີດມີປະກົດການຫຍໍ້ທໍ້ຂຶ້ນພາຍໃນບ້ານ, ຜ່ານການເກັບກຳຂໍ້ມູນຂອງເຈົ້າໜ້າທີ່ ປກຊ-ປກສ ບ້ານ ສາມາດສັງລວມໄດ້ເປົ້າໝາຍຜູ້ທີ່ຂາຍຍ່ອຍ ຈຳນວນ 44 ຄົນ ຍິງ 6 ຄົນ, ມີຜູ້ເສບຈຳນວນ 25 ຄົນ ຍິງ 2 ຄົນ.

ໃນໄລຍະຜ່ານມາ, ທາງຄະນະພັກ-ອົງການປົກຄອງບ້ານ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທຸກພາກສ່ວນ ພ້ອມກັນສະກັດກັ້ນ ແລະ ຊອກຫາວິທີການແກ້ໄຂຕໍ່ຜູ້ທີ່ລະເມີດ ທັງໄດ້ຕັກເຕືອນສຶກສາອົບຮົມ ແລະ ສ້າງບົດບັນທຶກນຳກຸ່ມເປົ້າໝາຍດ້ວຍຫຼາຍຮູບການ ສາມາດແກ້ໄຂໄດ້ຈໍານວນໜຶ່ງ.

ສໍາລັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ອໍານາດການປົກຄອງບ້ານ ໄດ້ຖືວ່າເປັນບັນຫາທີ່ສຳຄັນທີ່ຈະຊ່ວຍໃຫ້ປະເທດຊາດບ້ານເມືອງ, ປະຊາຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະແມ່ນ ບ້ານພູຂຽວ ຫຼຸດພົ້ນອອກຈາກປະກົດການຫຍໍ້ທໍ້ ເພາະວ່າບັນຫາຢາເສບຕິດນີ້ມີຜົນກະທົບຕໍ່ບຸກຄົນ, ຄອບຄົວ ແລະ ສັງຄົມ.

ຖ້າສັງຄົມເຮົາປອດຈາກຢາເສບຕິດ ກໍຈະເຮັັດໃຫ້ປະຊາຊົນ, ຊາວໜຸ່ມ-ໄວໜຸ່ມ ມີສຸຂະພາບແຂງແຮງດີ, ມີຄວາມສາມາດໃນການປະກອບສ່ວນວຽກງານພັດທະນາຄອບຄົວ, ບ້ານເມືອງ ແລະ ປະເທດຊາດໃຫ້ມີຄວາມຮຸ່ງເຮື່ອງ. ສະນັ້ນ, ຂໍຮຽກຮ້ອງພໍ່ແມ່ປະຊາຊົນທຸກຄົນ, ທຸກຄອບຄົວ ຈົ່ງຖືເອົາການແກ້ໄຂບັນຫາຂອງຢາເສບຕິດກາຍເປັນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ແລະ ເປັນເຈົ້າການໃນການຕິດຕາມ, ສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ຫຍຸ້ງກ່ຽວ, ພົວພັນກັບຢາເສບຕິດ ເພື່ອເຮັດໃຫ້ສັງຄົມໂດຍສະເພາະແມ່ນ ບ້ານພູຂຽວກາຍ ເປັນບ້ານພັດທະນາ ແລະ ປາສະຈາກຢາເສບຕິດທຸກປະເພດໃນອານາຄົດ.