ສະຫະພັນແມ່ຍິງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ ໄດ້ເອົາໃຈໃສ່ປັບປຸງອົງການຈັດຕັ້ງສະຫະພັນແມ່ຍິງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີແບບແຜນວິທີເຮັດວຽກທີ່ດີ, ສາມາດເປັນກຳລັງແຮງທີ່ເຂັ້ມແຂງ ໃນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມສະມາຊິກແມ່ຍິງ ປະຕິບັດໜ້າທີ່ການເມືອງຂອງຕົນ ມີຜົນສຳເລັດຕາມການມອບໝາຍ.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງ ໜ່ວຍສະຫະພັນແມ່ຍິງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2022, ເປັນກຽດເຂົ້າຮ່ວມໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີບັນດາຄະນະໜ່ວຍສະຫະພັນແມ່ຍິງ, ຫົວໜ້າຈຸ-ຮອງຈຸ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ພັທ ນາງ ແກ້ວອຸດອນ ມາລາວົງ ປະທານສະຫະພັນແມ່ຍິງ ກົມ 512 ກ່າວວ່າ:

ໜ່ວຍສະຫະພັນແມ່ຍິງ ກົມ 512 ມີສະມາຊິກແມ່ຍິງທັງໝົດ 37 ສະຫາຍ, ໄດ້ຈັດຕັ້ງເປັນ 4 ຈຸຂຶ້ນກັບ, ມີຄະນະໜ່ວຍ 3 ສະຫາຍ, ຄະນະຈຸ 8 ສະຫາຍ.

ໃນໄລຍະຜ່ານມາ, ຄະນະສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນ ເພື່ອໃຫ້ແທດເໝາະກັບວຽກງານຕົວຈິງຢູ່ແຕ່ລະຂະແໜງການ, ມີການເຄື່ອນໄຫວແບ່ງໜ້າທີ່, ແບ່ງຄວາມຮັບຜິດຊອບ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽງການ ແລະ ສ່ອງແສງລາຍງານໃຫ້ ສະຫະພັນແມ່ຍິງກະຊວງ ເປັນປົກກະຕິກ ໂດຍໄປຄຽງຄູ່ກັບ ການຍົກສູງຄວາມຮັບຜິດຊອບ, ຫົວຄິດປະດິດສ້າງຂອງ ຄະນະໜ່ວຍ ແລະ ສະມາຊິກແມ່ຍິງ ເພື່ອຍົກສູງປະສິທິຜົນຂອງວຽກງານໃຫ້ສູງຂຶ້ນແຕ່ລະຂົງເຂດວຽກງານ ໃຫ້ມີຄວາມຊຳນິ-ຊຳນານງານໃນແຕ່ລະດ້ານ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.

ຜ່ານການຈັດຕັ້ງປະຕິບັດ ໜ່ວຍແມ່ຍິງ 3 ປີ ປະຈຳປີ 2021 ສາມາດຄັດເລືອກໄດ້ເປັນ ໜ່ວຍ 3 ດີ ປະເພດ I ແລະ ສະມາຊິກ 3 ດີ ປະເພດ I ໄດ້ 34 ສະຫາຍ ກວມ 91,89% ແລະ ສະມາຊິກ 3 ດີ ປະເພດ II ມີ 1 ສະຫາຍ ກວມ 2,77% ແລະ ສາມາດຄັດເລືອກໄດ້ຕົວແບບວິຊາສະເພາະ ຈຳນວນ 4 ສະຫາຍ.

ໃນພິທິຍັງໄດ້ມອບໃບຍ້ອງຍໍຂອງ ປະທານຄະນະບໍລິຫານສູນກາງ ສະຫະພັນແມ່ຍິງລາວ 1 ໜ່ວຍ ແລະ ໃບຍ້ອງຍໍແມ່ຍິງ 3 ດີ ຈຳນວນ 27 ສະຫາຍ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝ VII (2016-2020).

ພ້ອມທັງຍັງໄດ້ຮັບຟັງການປາຖະກະຖາປະຫວັດມູນເຊື້ອ ວັນແມ່ຍິງສາກົນ 8 ມີນາ (8 ມີນາ 1910-8 ມີນາ 2022) ເພື່ອເປັນການທົບທວນຫວນຄືນປະຫວັດ ແລະ ຄວາມເປັນມາຂອງ ວັນແມ່ຍິງສາກົນ. ທັງນີ້, ກໍເພື່ອໃຫ້ສະມາຊິກເອື້ອຍ-ນ້ອງແມ່ຍິງພາຍໃນກົມ ໄດ້ຮັບຮູ້ເຂົ້າໃຈຄວາມໝາຍຄວາມສຳຄັນ ພາຍໃຕ້ 3 ຫົວຂໍ້ ຄື: (1) ປະຫວັດຄວາມເປັນມາຂອງ ວັນທີ 8 ມີນາ, (2) ບັນດາອົງການຈັດຕັ້ງ ສົນທິສັນຍາ ຖະແຫຼງການ ແລະ ປະຊຸມຕ່າງໆກ່ຽວກັບແມ່ຍິງໃນລະດັບສາກົນ ພາກພື້ນອາຊຽນ ແລະ (3) ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ.