ກອງປະຊຸມສະຫຼຸບຖອດຖອນບົດຮຽນການລົງເຜີຍແຜ່ຂໍ້ຫ້າມຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 564/ປກສ ໃຫ້ສະມາຊິກຊາວໜຸ່ມອ້ອມຂ້າງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 11 ມີນາ 2022, ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ພັອ ພິມມະສອນ ຮອງຫົວໜ້າກອງບັນຊາການ ປກສ ນວ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການ ປກສ ນວ, ປກສ 9 ຕົວເມືອງ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ
ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ຂຶ້ນຜ່ານບົດສະຫຼຸບ ການລົງເຜີຍແຜ່ຂໍ້ຫ້າມຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 564/ປກສ ໃຫ້ສະມາຊິກຊາວໜຸ່ມອ້ອມຂ້າງ ກອງບັນຊາການ ປກສ ນວ ວ່າ:

ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ
ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ

ພາຍຫຼັງທີ່ໄດ້ຮັບການອະນຸມັດຕົກລົງເຫັນດີ ຈາກຄະນະປະຈຳພັກ ກະຊວງ ປກສ ກໍຄື ຫົວໜ້າກົມໃຫຍ່ການເມືອງ ປກສ, ຫ້ອງຊາວໜຸ່ມ ກະຊວງ ປກສ ກໍໄດ້ຈັດຕາຕະລາງການເຄື່ອນໄຫວ ແລະ ໄດ້ປະສານສົມທົບກັບ ຄະນະພັກ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເວົ້າລວມ, ເວົ້າສະເພາະກໍແມ່ນ ຫ້ອງການເມືອງ ແລະ ຄະນະຊາວໜຸ່ມ ກອງບັນຊາການ ປກສ ນວ ເພື່ອປຶກສາຫາລືຄົ້ນຄວ້າວິທີໃນການຈັດຕັ້ງປະຕິບັດແຜນການດັ່ງກ່າວ ໃຫ້ທັນກັບສະພາບການ.

ການລົງເຜີຍແຜ່ຂໍ້ຫ້າມຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 564/ປກສ, ລົງວັນທີ 3 ເມສາ 2019 ຢູ່ກອງບັນຊາການ ປກສ ນວ ແລະ ກອງບັນຊາການ ປກສ 9 ຕົວເມືອງອ້ອມຂ້າງ ມີຄື:

  • ວັນທີ 24 ກຸມພາ 2021, ໄດ້ຈັດຂຶ້ນຢູ່ກອງບັນຊາການ ປກສ ນວ
  • ວັນທີ 2 ມີນາ 2021, ຢູ່ກອງບັນຊາການ ປກສ ເມືອງໄຊທານີ
  • ວັນທີ 4 ມີນາ 2021, ຢູ່ກອງບັນຊາການ ປກສ ເມືອງຈັນທະບູລີ
  • ວັນທີ 10 ມີນາ 2021, ຢູ່ກອງບັນຊາການ ປກສ ເມືອງນາຊາຍທອງ
  • ວັນທີ 12 ມີນາ 2021, ຢູ່ກອງບັນຊາການທະຫານ ເມືອງສີໂຄດຕະບອງ (ຢືມສະຖານທີ່)
  • ວັນທີ 16 ມີນາ 2021, ຢູ່ກອງບັນຊາການ ປກສ ເມືອງປາກງື່ມ
  • ວັນທີ 19 ມີນາ 2021, ຢູ່ກອງບັນຊາການ ປກສ ເມືອງສັງທອງ
  • ວັນທີ 23 ມີນາ 2021, ຢູ່ກອງບັນຊາການ ປກສ ເມືອງໄຊເສດຖາ
  • ວັນທີ 26 ມີນາ 2021, ຢູ່ທີ່ສະໂມສອນປົກຄອງ ເມືອງຫາດຊາຍຟອງ ແລະ ປກສ ເມືອງສີສັດຕະນາກ

ຜ່ານການລົງເຜີຍແຜ່ຂໍ້ຫ້າມສະບັບດັ່ງກ່າວ ຢູ່ກອງບັນຊາການ ມີພະນັກງານ-ສະມາຊິກຊາວໜຸ່ມ ເຂົ້າຮ່ວມຮັບຟັງຈຳນວນ 977 ສະຫາຍ ຈາກທັງໝົດ 2.073 ສະຫາຍ.

ນອກຈາກນີ້, ໃນພິທີ ຍັງໄດ້ຜ່ານມະຕິຕົກລົງຂອງ ຄະນະພັກ ກອງບັນຊາການ ປກສ ນວ ເລກທີ 95/ຄພ ປກສ ນວ, ລົງວັນທີ 10 ມີນາ 2022 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ເລຂາ-ຮອງເລຂາ ແລະ ຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເຊິ່ງຄະນະໄດ້ຕົກລົງບົ່ງຕົວແຕ່ງຕັ້ງ ດັ່ງນີ້:

  • ພັທ ປານີ ສຸດສະຫວັດ ເປັນ ເລຂາ
  • ພັຕ ສົມເດດ ສຸພາຮັກ ເປັນ ຮອງເລຂາ
  • ຮອ ນາງ ແພງພັນ ພົມມະຈັນ ເປັນ ຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ