ກົມກວດກາ-ກວດການ ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານ-ບັນຊາ ຂັ້ນກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງ ໃນວັນທີ 7 ມີນາ 2022, ເປັນປະທານໂດຍ ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ, ມີ ພັອ ບຸນມະນີ ຫຼ້າພິມພອນ ຮອງຫົວໜ້າກົມປ້ອງກັນກໍາລັງ ກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ຕາງໜ້າຈາກກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

+ ພັອ ບຸນລຽນ ສະອາດສີ ກ່າວວ່າ:

ແຜນກໍານົດພະນັກງານ ແມ່ນຂະບວນວິວັດແຫ່ງການສ້າງພະນັກງານໃນປັດຈຸບັນ ແລະ ອະນາຄົດ, ເນື້ອແທ້ຂອງການສ້າງແຜນກຳນົດພະນັກງານ ແມ່ນເພື່ອຊອກເຫັນ, ບຳລຸງ-ກໍ່ສ້າງ, ຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້-ຄວາມສາມາດ ກັບມາດຖານເງື່ອນໄຂຢູ່ຕຳແໜ່ງງານ ຂັ້ນນຳພາ-ບັນຊາ ຕາມເປົ້າໝາຍແຜນການໄລຍະຍາວ.

ດັ່ງນັ້ນ, ວຽກສ້າງແຜນກຳນົດພະນັກງານ ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງ ຄະນະພັກແຕ່ລະຂັ້ນ, ສາມາດເວົ້າໄດ້ວ່າ: ວຽກງານພະນັກງານ ແມ່ນມີບົດບາດສຳຄັນ ແລະ ເປັນປັດໃຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງ ເຊິ່ງລວມໄປເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງ ລະບອບປະຊາທິປະໄຕ ທີ່ພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງນໍາພາ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ.

ສຳລັບການສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນກະຊວງຄຸ້ມຄອງ ຂອງກົມກວດກາ-ກວດການ ໃນຄັ້ງນີ້ ໄດ້ມີການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການຊ່ວຍວຽກ ເພື່ອເຮັດໃຫ້ໜ້າທີ່ໃນການກະກຽມດ້ານຕ່າງໆ ບົນພື້ນຖານການປະສານສົມທົບກັບ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ແນໃສ່ເຮັດໃຫ້ກອງປະຊຸມສ້າງແຜນກຳນົດພະນັກງານຄັ້ງນີ້ ດຳເນີນໄປຖືກຕ້ອງຕາມທິດນຳ, ຄາດໝາຍ ແລະ ຮັບປະກັນດ້ານເນື້ອໃນ ຕາມມະຕິເລກທີ 38,39 ຂອງ ຄະນະບໍລິຫານງານພັກກະຊວງ ແລະ ຄໍາແນະນໍາຂອງ ກົມໃຫຍ່ການເມືອງ ປກສ ສະບັບເລກທີ 3543/ກມປສ, ລົງວັນທີ 9 ພະຈິກ 2018.

ທັງນີ້, ໃນກອງປະຊຸມ ຍັງໄດ້ຈັດຕັ້ງປ່ອນບັດທາບທາມ 3 ຮອບ ເຊິ່ງໄດ້ທາບທາມຕໍາແໜ່ງຂັ້ນຮອງຫົວໜ້າພະແນກຂຶ້ນໄປ ແລະ ຂັ້ນຕໍາແໜ່ງຄະນະພັກກົມ.