ສະຫະພັນແມ່ຍິງ ອົງການກວດສອບແຫ່ງລັດ ໄດ້ຈັດພິທີປາຖະກະຖາເພື່ອເປັນການສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112 ປີ (ວັນທີ 8 ມີນາ 1910-8 ມີນາ 2022) ໃນວັນທີ 15 ມີນາ 2022, ເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ, ປາຖະກະຖາໂດຍ ທ່ານ ນາງ ຄູນແກ້ວ ຊຸມພົນພັກດີ ອະດີດປະທານສະຫະພັນແມ່ຍິງ ອົງການກວດສອບແຫ່ງລັດ ຫົວໜ້າກົມກວດສອບວິສາຫະກິດ, ມີຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ທ່ານ ນາງ ຄູນແກ້ວ ຊຸມພົນພັກດີ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຕົ້ນກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງບວນການແມ່ຍິງສາກົນ ຄື:

ໃນໄລຍະກ່ອນ ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນປົກຄອງ ເຊິ່ງໃນໄລຍະນັ້ນແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກມື້ໜຶ່ງຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືເປັນສິ້ນຄ້າ, ເປັນເຄື່ອງຫຼິ້ນ ແລະ ຖືກທຸບຕີທໍລະມານ ແລະອື່ນໆ.

ຕົກມາຮອດວັນທີ 8 ມີນາ 1809, ແມ່ຍິງຈໍານວນ 15 ພັນຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ. ການເດີນຂະບວນຄັ້ງນັ້ນ ພາຍໄດ້ຄໍາຂັວນ (ເຂົ້າຈີ່ ແລະ ດອກກຸຫຼາຍ), ເຂົ້າຈີ່ ໝາຍເຖິງ ເສດຖະກິດດີຂຶ້ນ, ດອກກຸຫຼາບ ໝາຍເຖິງ ຄຸນນະພາບຊີວິດດີຂຶ້ນ.

ຕໍ່ສະພາບການດັ່ງກ່າວ ທີ່ທົນກັບການກົດຂີ່ຂູດຮີດຂອງພວກສັກດີນາ ແລະ ນາຍທຶນບໍ່ໄດ້, ຂະບວນການແມ່ຍິງທີ່ເປັນກຳມະກອນຊາວຜູ້ອອກແຮງງານໃນໂຮງຈັກ, ໂຮງງານຕ່າງໆ ຈຶ່ງໄດ້ພ້ອມກັນລຸກຮື້ຂຶ້ນຕໍ່ສູ້ ທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ກໍຄື ແມ່ຍິງລາວບັນດາເຜົ່າ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ພາຍໃຕ້ຄໍາຂວັນທີ່ວ່າ: ” ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ ຕ້ອງມີລະບົບປ້ອງກັນສຸຂະພາບແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ ແລະ ປົກປັກຮັກສາສັນຕິພາບຂອງໂລກ “.

ທັງນີ້, ກໍເພື່ອເຮັດໃຫ້ສະມາຊິກແມ່ຍິງຂອງ ກະຊວງການເງິນ ຮູ້ເຖິງມູນເຊື້ອອັນດີງາມ, ໝາກຜົນຄວາມສຳເລັດ, ຄວາມສາມັກຄີອັນເປັນປືກແຜ່ນ ແລະ ແບບແຜນການນໍາພາອັນສະຫຼາດສອງໃສຂອງແມ່ຍິງໃນໄລຍະກ່ອນ ນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານ ແລະ ການດໍາລົງຊີວິດໃຫ້ມີຄວາມຜາສຸກ ແລະ ພັດທະນາຕົນເອງໃຫ້ດີຂຶ້ນເປັນກ້າວໆ.