ກອງບັນຊາການ ປກສ ເມືອງຜົ້ງສາລີ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2021 ແລະ ວາງທິດທາງແຜນການ 2022 ໃນ ວັນທີ 10 ມີນາຜ່ານມາ, ພາຍໃຕ້ການເປັນປະທານຂອງ ພັທ ວັນສຸກ ສຸລິຍະ ຫົວໜ້າກອງບັນຊາການ ປກສ ເມືອງຜົ້ງສາລີ ແລະ ເຂົ້າຮ່ວມໂດຍ ທ່ານ ປອ ວັນໄຊ ແສນຍອດ ເຈົ້າເມືອງຜົ້ງສາລີ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ທິດສົມພອນ ພັນນະຄຸນ ຫົວໜ້າຫ້ອງການກອງບັນຊາການ ປກສ ເມືອງຜົ້ງສາລີ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫົງບ ປະຈໍາປີ 2021 ແລະ ວາງທິດທາງແຜນການ 2022, ເຊິ່ງຕະຫຼອດໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະບັນຊາ ປກສ ເມືອງຜົ້ງສາລີ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຕິດພັນກັັບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສໍາເລັດ ແລະ ສາມາດຍາດໄດ້ຜົນງານໃນຫຼາຍດ້ານ ເຊັ່ນ: ທົ່ວເມືອງຜົ້ງສາລີ ມີຄະດີຢາເສບຕິດເກີດຂຶ້ນທັງໝົດ 10 ເລື່ອງ, ກັກຜູ້ຖືກຫາໄດ້ 10 ຄົນ ຍິງ 3 ຄົນ. ໃນນີ້, ສົ່ງໃຫ້ ປກສ ແຂວງ 1 ເລື່ອງ, ແກ້ໄຂຢູ່ຂັ້ນເມືອງ 5 ເລື່ອງ, ພວມດໍາເນີນຄະດີ 3 ເລື່ອງ, ຢຶດຂອງກາງຢາບ້າໄດ້ 145 ເມັດ, ຄະດີອາຍາເກີດຂຶ້ນທັງໝົດ 7 ເລື່ອງ, ຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 23 ຄັ້ງ, ພາຫະນະເປ່ເພທັງ ໝົດ 36 ຄັນ, ເປ່ເພເລັກໜ້ອຍ 28 ຄັນ, ສົມ ຄວນ 8 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 14 ຄົນ ຍິງ 3 ຄົນ, ບາດເຈັບ ສົມຄວນ 3 ຄົນ ແລະ ເສຍຊີວິດ 2 ຄົນ, ລວມມູນຄ່າເສຍຫາຍ 237. 180.000 ກີບ ( ສອງຮ້ອຍສາມ ສິບເຈັດລ້ານກວ່າກີບ ), ປັບປຸງປ່ຽນສໍາມະໂນຄົວໄດ້ 5.274 ຫຼັງ ຄາເຮືອນ, ມີ 605 ຄອບຄົວ, ມີພົນ ລະເມືອງທັງໝົດ 1.764 ຄົນ ຍິງ 1.272 ຄົນ, ອາຍຸ 15 ປີຂຶ້ນໄປລວມ 2.041 ຄົນ ຍິງ 989 ຄົນ, ອອກປື້ມສໍາມະໂນຄົວໃໝ່ໄດ້ 80 ຫຼັງຄາເຮືອນ, 80 ຄອບຄົວ ມີພົນລະເມືອງ ທັງໝົດ 248 ຄົນ ຍິງ 142 ຄົນ, ອາຍຸ 15 ປີຂຶ້ນໄປລວມ 169 ຄົນ ຍິງ 86 ຄົນ, ອອກບັດປະ ຈໍາຕົວໃຫ້ພໍ່ແມ່ປະຊາຊົນທົ່ວເມືອງໄດ້ 701 ຄົນ ຍິງ 358 ຄົນ, ປ່ຽນບັດປະຈໍາຕົວ 22 ຄົນ ຍິງ 10 ຄົນ, ແຈ້ງບັດເສຍ 11 ຄົນ ຍິງ 6 ຄົນ ແລະ ວຽກງານອື່ນໆກໍມີຜົນສໍາເລັດ.

ສຳລັບທິດທາງໃນຕໍ່ໜ້າ ຄະ ນະພັກ-ຄະນະບັນຊາ ປກສ ເມືອງຜົ້ງສາລີ ຈະສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ພາຍໃນກໍາລັງຢ່າງເຂັ້ມງວດ, ສືບຕໍ່ຈັດຕັ້ງແຜນຍຸດທະຍາດປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິຜົນ ແລະ ມີການເຂົ້າຮ່ວມຢ່າງກວ້າງຂວາງຂອງປະຊາຊົນທຸກຊັ້ນຄົນໃນສັງຄົມ, ຈະເອົາໃຈໃສ່ໂຄສະນາສະກັດກັ້ນ ແລະ ແກ້ໄຂອຸປະຕິເຫດຕາມທ້ອງຖະ ໜົນຫຼວງໃຫ້ມີປະສິດທິຜົນສູງ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດທົ່ວກໍາລັງປ້ອງກັນຄວາມສະຫງົບ ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງເປັນປະຈໍາ, ເອົາໃຈໃສ່ຕິດຕາມກວດກາການປະຕິບັດບັນດາຂໍ້ຫ້າມຕ່າງໆຂອງນາຍ ແລະ ພົນຕໍາຫຼວດຢ່າງເຂັ້ມງວດ, ກວດກາຄຸ້ມຄອງປ້ອງກັນກໍາລັງສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຕໍ່ກັບການວິພາກວິຈານຫ່າງສຽງສັງຄົມຕໍ່ກໍາລັງ ປກສ ແລະອື່ນໆ ເພື່ອເຮັດໃຫ້ທົ່ວເມືອງຜົ້ງສາລີ ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.