ກອງພັນ 135 ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາພະນັກງານ-ນັກຮົບ ເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນຢູ່ບັນດາຈຸດຕ່າງໆ ຕາມຂອບເຂດຄວາມຮັບຜິດຊອບ ພ້ອມທັງຮັກສາກຳລັງພົນປະຈຳການກຽມພ້ອມແກ້ໄຂກໍລະນີສຸກເສີນ ຕະຫຼອດ 24 ຊົ່ວໂມງ.

ໃນກອງປະຊຸມສະຫຼຸບວຽກງານ ກອງພັນ 135 ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ໃນວັນທີ 15 ມີນາ 2022, ເປັນປະທານໂດຍ ພັທ ອະໄພວັນ ເພັງໄຊປັນຍາ ຫົວໜ້າກອງພັນ 135, ເຂົ້າຮ່ວມໂດຍ ພັອ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ພ້ອມດ້ວຍພະນັກງານ ກອງພັນ 135.

+ ພັທ ພັນທະລີ ຈັນຄໍາ ຮອງຫົວໜ້າກອງພັນ 135 ກ່າວວ່າ:

ໃນ 1 ປີຜ່ານມາ, ຄະນະກອງພັນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບ ເຄື່ອນໄຫວປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານວິຊາສະເພາະ ຕາມການມອບໝາຍ ໂດຍສະເພາະແມ່ນ ການຮັກສາກຳລັງພົນໄວ້ປະຈຳການກຽມພ້ອມແກ້ໄຂກໍລະນີສຸກເສີນ ຕະຫຼອດ 24 ຊົ່ວໂມງ ເຊິ່ງສະແດງອອກຄື:

  • ແກ້ໄຂກໍລະນີສຸກເສີນ ຕະຫຼອດ 24 ຊົ່ວໂມງ
  • ປ້ອງກັນຢູ່ບັນດາຈຸດຕ່າງໆ ຕາມຂອບເຂດຮັບຜິດຊອບ
  • ກຽດຕິຍົດຮັບໃຊ້ງານຊາປະນາກິດສົບ ແລະ ວາງພວງມາລາ ຈຳນວນ 7 ຄັ້ງ
  • ປ້ອງກັນຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄລຍະໂຄວິດລະບາດ ຈຳນວນ 20 ສະຫາຍ
  • ປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ
  • ປ້ອງກັນກອງປະຊຸມ ແລະ ງານສໍາຄັນຕ່າງໆຂອງຊາດ ຈຳນວນ 32 ຄັ້ງ
  • ປ້ອງກັນງານບຸນປະເພນີ ແລະ ປ້ອງກັນງານອື່ນໆ ຈໍານວນ 56 ຄັ້ງ
  • ປ້ອງກັນປະຕູໂຂງເຂົ້າ-ອອກຄ້າຍ (ຍາມພ້ອມ) ມີຈຳນວນຫຼາຍສະຫາຍ

ໃນຕໍ່ໜ້າ, ຄະນະກອງພັນ 135 ຈະເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບສູງ ໃນການປະຈຳການກຽມພ້ອມສູ້ຮົບ ຕະຫຼອດ 24 ຊົ່ວໂມງ, ຈັດຕັ້ງການຝຶກອົບຮົມຫັດແອບການແກ້ໄຂກໍລະນີຕ່າງໆ ອາດຈະເກີດຂຶ້ນຢູ່ນະຄອນຫຼວງວຽນຈັນ ແລະ ບາງແຂວງທີ່ມີຈຸດຫຼ່ໍແຫຼມມີຄວາມສ່ຽງ ເປັນຕົ້ນແມ່ນ ແກ້ໄຂການຊຸມນຸມປະທ້ວງ, ກຸ່ມແກ້ງແຂ່ງລົດກວນເມືອງ ແລະ ບັນຫາອື່ນໆ, ພ້ອມທັງເອົາໃຈໃສ່ຄຸ້ມຄອງຮັກສາ ວັດຖຸອຸປະກອນຮັບໃຊ້ວິຊາສະເພາະ, ອາວຸດ, ເຄື່ອງຮັບໃຊ້ວຽກງານສູ້ຮົບ ແລະ ເຄື່ອງນຸ່ງຕ່າງໆ ບໍ່ໃຫ້ຕົກເຮ່ຍເສຍຫາຍ.