ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022), ປາຖະກະຖາໂດຍ ສະຫາຍ ພັອ ຄຳພັດ ສາລີວອນ ຮອງເລຂາຄະນະພັກ ຮອງອຳນວຍການ ວຕປ, ມີຄະນະອຳນວຍການ, ໜ່ວຍພັກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ພັອ ຄໍາພັດ ສາລີວອນ ໄດ້ເລົ່າມູນເຊື້ອຍົກໃຫ້ຮູ້ເປັນແຕ່ລະໄລຍະ ວ່າ:

ພັກປະຊາຊົນປະຕິວັດລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955, ເປັນພັກທີ່ເດີນຕາມລັດທິມາກ-ເລນິນ, ເປັນພັກທີ່ສືບທອດພາລະກິດຂອງພັກຄອມມູນິດຈີນ ເປັນຕົວແທນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ, ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດພື້ນ ຖານໃນການເຄື່ອນໄຫວ; ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີ ວ່າ: “ ພັກເຮົາໄດ້ກໍາເນີດຂຶ້ນ ໂດຍການສົມທົບລະຫວ່າງ ລັດທິມາກ-ເລນິນ ກັບ ລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກໍາມະກອນອັນຜ່ອງໃສ ”

ຕະຫຼອດໄລຍະການສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດ ຕະຫຼອດໄລຍະ 67 ປີຜ່ານມາ, ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນພົມວິຫານ, ເປົ້າໝາຍສັນຕິພາບ, ເອກະລາດ, ເອກະພາບວັດທະນາຖາວອນ ຕາມເສັ້ນທາງເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະຊາຊົນມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕຍຸຕິທໍາ ແລະ ສີວິໄລ, ປັບປຸງຕົວເອງຕາມທິດປອດໃສ, ເຂັ້ມແຂງຕະຫຼອດເວລາ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ທົ່ວກອງທັບທົ່ວປວງຊົນລາວທັງຊາດ ສາມາດຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວໃນເງື່ອນໄຂປ່ຽນແປງໃໝ່.

ພັກເຮົາໄດ້ສືບຕໍ່ນໍາພາປະເທດຊາດຜ່ານຜ່າຄວາມທຸກຍາກ ແລະ ສິ່ງທົດສອບຕ່າງໆ, ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ມີຜົນສໍາເລັດເປັນກ້າວໆ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດດ້ວຍການຍູ້ແຮງການຫັນເປັນອຸດສາຫະກໍາຫັນເປັນທັນສະໄໝ.

ໃນພິທີ ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ໃຫ້ໜ່ວຍພັກທີ່ຂຶ້ນກັບ ວິທະຍາຄານຕຳຫຼວດປະຊາຊົນ ຈຳນວນ 21 ໜ່ວຍພັກ, ເຊິ່ງໃຫ້ກຽດຂຶ້ນມອບໂດຍ ສະຫາຍ ພັອ ຄຳພັດ ສາລີວອນ.