ກອງບັນຊາການ ປກສ ເມືອງຮ້ຽມ ແຂວງຫົວພັນ ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປີ 2022, ໃນອາທິດຜ່ານມາ, ເປັນປະທານ ໂດຍ ພັທ ເຄນທອງ ບຸນທໍາມີ ຫົວໜ້າກອງບັນຊາການ ປກສ ເມືອງຮ້ຽມ, ໂດຍມີທ່ານ ໄຫວທອງ ບຸນມະນີວັນ ຮອງເຈົ້າເມືອງຮ້ຽມ, ມີບັນຄະນະພັກ-ຄະນະກອງບັນ ຊາການ, ນາຍ ແລະ ພົນຕໍາຫຼວດ ປກສ ກຸ່ມບ້ານ ແລະ ບັນດາຫົວໜ້າ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ພູດອານົງ ມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຮ້ຽມ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ວ່າ: ໃນ 1 ປີຜ່ານມາ, ໄດ້ມີປະກົດການຫໍ້ຍທໍ້ເກີດຂຶ້ນທັງໝົດ 8 ເລື່ອງ. ໃນນີ້, ມີຄະດີຢາເສບຕິດ 5 ເລື່ອງ, ກັກຜູ້ຖືກຫາ 7 ຄົນ, ຢຶດຂອງກາງຢາບ້າໄດ້ 241 ເມັດ, ຄະດີລັກຊັບ 2 ເລື່ອງ, ກັກຜູ້ຖືກຫາ 3 ຄົນ, ຄະດີທໍາສໍາເລົາເດັກ 1 ຄົນ, ສຶກສາອົບຮົມ ແລະ ແກ້ໄຂຄະດີແບບບໍລິຫານ 18 ຄັ້ງ, ຢຶດອາວຸດລ່າເນື້ອໄດ້ 22 ກະບອກ, ແກ້ໄຂຜູ້ລັກລອບນໍາໃຊ້ອາວຸດລ່າເນື້ອ 15 ຄັ້ງ, ຄະດີລັກຊັບ ພົນລະ ເມືອງ 1 ຄັ້ງ, ເກັບກູ້ຊັບທີ່ຖືກລັກໄປສົ່ງຄືນເຈົ້າຂອງລົດຈັກ 2 ຄັນ ແລະ ເຄື່ອງອື່ໆຈຳນວນໜຶ່ງ, ລົງເກັບກໍາຂໍ້ມູນຄະດີ 2 ຄັ້ງ, ປະກອບສໍານວນຄະດີສົ່ງໄອຍາການເຂດ 1 ພ້ອມທັງສົ່ງໃຫ້ພະແນກເສບຕິດແຂວງ ແລະ ພະແນກຕ້ານການຄ້າມະນຸດແຂວງໄດ້ສໍາເລັດ, ລົງຕ້ານປະກົດການຫຍໍ້ທໍ້ພາຍໃນເມືອງໄດ້ 25 ຄັ້ງ, ຮັບຜູ້ ຕິດຢາເສບຕິດເຂົ້າບໍາບັດ 5 ຄົນ, ມີອຸບັດຕິເຫດເກີດຂຶ້ນ 6 ຄັ້ງ, ມີຄົນໄດ້ຮັບບາດເຈັບສາຫັດ 3 ຄົນ, ເລັກໜ້ອຍ 3 ຄົນ, ພາຫະນະເປ່ເລັກໜ້ອຍ 6 ຄັນ, ໃຊ້ການ ບໍ່ໄດ້ 3 ຄັນ, ກວດກາປື້ມສໍາມະໂນຄົວໄດ້ 95 ຫົວ, ອອກຄໍາຮ້ອງຖືບັດປະຈໍາຕົວໄດ້ 187 ຄົນ, ອອກໜັງ ສືຍົກຍ້າຍພົນລະເມືອງໄປຕ່າງແຂວງມີ 1 ຄອບຄົວ, ອອກໃບຍົກຍ້າຍພົນລະເມືອງໄປຕ່າງເມືອງ 8 ຄົນ, ໄດ້ເປີດບ້ານປ້ອງກັນຄວາມສະຫງົບດີຮອບ ວຽນໜຶ່ງໄດ້ 1 ບ້ານ ແລະ ມອບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີຮອບວຽນສອງໄດ້ 4 ບ້ານ.

ກອງປະຊຸມປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ສາມາດນຳໄປຈັດຕັ້ງປະຕິບັດໃນປີຕໍ່ໄປໃຫ້ດີຂຶ້ນກວ່າເກົ່າ.