ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ໃຫ້ບັນດາໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ໃນວັນທີ 18 ມີນາ 2022, ມອບໂດຍ ສະຫາຍ ພົຈວ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງ ເຂົ້າຮ່ວມ.

ສະຫາຍ ພົຈວ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

+ ສະຫາຍ ພັອ ນາງ ວິໄລທອງ ມັງໜໍ່ເມກ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກກົມໃຫຍ່ການເມືອງ ປກສ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ວ່າ:

ສະຫາຍ ພັອ ນາງ ວິໄລທອງ ມັງໜໍ່ເມກ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ

ຜ່ານການຈັດຕັ້ງປະຕິບັດຕີລາຄາຄັດເລືອກປະເພດ ໃນຈໍານວນສະມາຊິກພັກທີ່ເຂົ້າຮ່ວມຄັດເລືອກແບ່ງປະເພດຕົວຈິງ ຈຳນວນ 787 ສະຫາຍ ຍິງ 264 ສະຫາຍ, ບໍ່ໄດ້ຕີລາຄາຄັດເລືອກແບ່ງປະເພດ ຈຳນວນ 19 ສະຫາຍ ຍິງ 4 ສະຫາຍ (ເຫດຜົນຍົກຍ້າຍມາໃໝ່) ສາມາດຕີລາຄາໄດ້ປະເພດແຂງ 757 ສະຫາຍ ຍິງ 256 ສະຫາຍ ກວມເອົາ 98,56% ທຽບໃສ່ປີ 2020 ເພີ່ມຂຶ້ນ 1,31%, ສະມາຊິກພັກປະເພດກາງ 11 ສະຫາຍ ຍິງ 4 ສະຫາຍ ກວມເອົາ 1,43% ທຽບໃສ່ປີ 2020 ຫຼຸດລົງ 1,19%.

ຄະນະພັກ ກົມໃຫຍ່ການເມືອງ ປກສ ມີ 13 ໜ່ວຍພັກຮາກຖານ, 3 ຄະນະພັກຮາກຖານ, 13 ໜ່ວຍພັກຂຶ້ນກັບ ໄດ້ແບ່ງປະເພດ 26 ໜ່ວຍພັກ ໃນນີ້ມີ 23 ໜ່ວຍ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ ກວມ 92,30% ມີຄື:

  • ໜ່ວຍພັກຮາກຖານ ຫ້ອງການກົມໃຫຍ່
  • ໜ່ວຍພັກຮາກຖານ ຫ້ອງການເມືອງ
  • ໜ່ວຍພັກຮາກຖານ ກົມໂຄສະນາອົບຮົມ
  • ໜ່ວຍພັກຮາກຖານ ກົມຈັດຕັ້ງພະນັກງານ
  • ໜ່ວຍພັກຮາກຖານ ກົມກໍ່ສ້າງກຳລັງ
  • ໜ່ວຍພັກຮາກຖານ ກົມປ້ອງກັນກຳລັງ
  • ໜ່ວຍພັກຮາກຖານ ກົມນະໂຍບາຍ
  • ໜ່ວຍພັກຮາກຖານ ກົມປະກັນສັງຄົມ
  • ໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ
  • ໜ່ວຍພັກຮາກຖານ ຫ້ອງສະຫະພັນແມ່ຍິງ ກະຊວງ ປກສ
  • ໜ່ວຍພັກຮາກຖານ ຫ້ອງກຳມະບານ ກະຊວງ ປກສ

+ ໂຮງຮຽນທິດສະດີການເມືອງ ມີຄື:

  • ໜ່ວຍພັກພະນັກງານ
  • ໜ່ວຍພັກຄູ
  • ໜ່ວຍພັກຄຸ້ມຄອງການສຶກສາ
  • ໜ່ວຍພັກນັກສຶກສາ XV

+ ໂຮງຮຽນວັດທະນະທໍາ ຫຼັກ 67 ມີຄື:

  • ໜ່ວຍພັກ ພະແນກບໍລິຫານ
  • ໜ່ວຍພັກ ພະແນກການເມືອງ + ຄຸ້ມຄອງ
  • ໜ່ວຍພັກພະແນກສຶກສາ

+ ກົມສື່ມວນຊົນ ມີຄື:

  • ໜ່ວຍພັກ ພະແນກບໍລິຫານ-ຄົ້ນຄວ້າສັງລວມ
  • ໜ່ວຍພັກ ກອງບັນນາທິການວິທະຍຸ
  • ໜ່ວຍພັກ ກອງບັນນາທິການໜັງສືພິມ
  • ໜ່ວຍພັກ ກອງບັນນາທິການວາລະສານ
  • ໜ່ວຍພັກ ກອງບັນນາທິການໂທລະພາບ

ສຳລັບປີ 2022, ຄະນະພັກ ກົມໃຫຍ່ການເມືອງ ປກສ ໄດ້ວາງທິດທາງແຜນການສືບຕໍ່ປັບປຸງຄຸນນະພາບຂອງການຈັດຕັ້ງພັກ ໃຫ້ເຂັ້ມແຂງໃນທຸກດ້ານ, ໃຈກາງແມ່ນສຸມໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຈຳນວນເພີ່ມຂຶ້ນ ແລະ ສາມາດດຳລົງບົດບາດເປັນແກນນຳ ໃນລະບົບການເມືອງຢູ່ຂັ້ນຮາກຖານພັກຢ່າງແທ້ຈິງ.

ໂອກາດດຽວກັນ, ກໍໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022), ພັກປະຊາຊົນປະຕິວັດລາວ ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ປະເຊີນໜ້າກັບສິ່ງທ້າທາຍອັນໜັກໜ່ວງ ເປັນຕົ້ນແມ່ນ ພື້ນຖານດ້ານເສດຖະກິດ-ສັງຄົມ ບໍ່ທັນມີຫຍັງ, ຖານທີ່ໝັ້ນຂອງການປະຕິວັດລາວ ຕົ້ນຕໍແມ່ນຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ. ໃນເວລາດຽວກັນນັ້ນ, ຈັກກະພັດລ່າເມືອງຂຶ້ນແບບໃໝ່ ໄດ້ເພີ່ມທະວີການຮຸກຮານຢູ່ອິນດູຈີນ ກໍຄື ປະເທດເຮົາຢ່າງໂຫດຮ້າຍປ່າເຖື່ອນ ແຕ່ພັກເຮົາກໍສາມາດນຳພາປະຊາຊົນລາວບັນດາເຜົ່າ ດຳເນີນການຕໍ່ສູ້ພິລະອາດຫານ ແລະ ສາມາດຍາດໄດ້ໄຊຊະນະຢ່າງສະຫງ່າງາມ.