ໃນວັນທີ 17 ມີນາ 2022, ຄະນະພັກຮາກຖານ ກົມສື່ສານ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022, ເປັນປະທານໂດຍ ສະຫາຍ ພັອ ແສງປະເສີດ ສຸທໍາມະວົງ ເລຂາຄະນະພັກຮາກຖານ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະກົມ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ໃນ 1 ປີຜ່ານມາ, ຄະນະພັກຮາກຖານ ກົມສື່ສານ ໄດ້ຖືເອົາວຽກງານການເມືອງເປັນສໍາຄັນ ສອດຫ້ອຍເຂົ້າທຸກຂົງເຂດວຽກງານວິຊາສະເພາະ ພ້ອມທັງນໍາເອົາແຜນນະໂຍບາຍຂອງພັກ, ມະຕິ, ຄຳສັ່ງຂອງຄະນະພັກຂັ້ນເທິງຫັນມາເປັນແນວທາງ, ໂຄງການ, ແຜນງານຢ່າງລະອຽດໃຫ້ເໝາະສົມກັບສະພາບຈຸດພິເສດຂອງຮາກຖານພັກ ແລະ ຈັດຕັ້ງເຊື່ອມຊຶມໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນກົມກອງ ມີທັງໝົດ 13 ຄັ້ງ, ມີຜູ້ເຂົ້າຮ່ວມ 867 ສະຫາຍ, ໄດ້ເອົາໃຈໃສ່ປະຕິບັດຕາມ 5 ຫຼັກການ 3 ທິດນຳໃນການກໍ່ສ້າງ ແລະ ປັບປຸງພັກ, ເສີມຂະຫຍາຍລັກສະນະນຳໜ້າຂອງການນຳພາ ຕິດພັນກັບ ການສຶກສາອົບຮົມ ແລະ ຕໍ່ສູ້ພາຍໃນຢ່າງແຂງແຮງ.

ການຂະຫຍາຍພັກແມ່ນເນັ້ນຄຸນນະພາບເປັນກົກ, ຂັ້ນຕອນບາດກ້າວແມ່ນປະຕິບັດຕາມຂໍ້ກຳນົດກົດລະບຽບຂອງພັກວາງອອກ ເຊິ່ງສາມາດຂະຫຍາຍພັກໄດ້ທັງໝົດ 18 ສະຫາຍ ຍິງ 5 ສະຫາຍ, ເຂົ້າພັກສົມບູນ 6 ສະຫາຍ ຍິງ 1 ສະຫາຍ, ສຳຮອງ 12 ສະຫາຍ ຍິງ 4 ສະຫາຍ, ຮຽນລະບຽບ 14 ສະຫາຍ ຍິງ 3 ສະຫາຍ ແລະ ຮຽນສະໜັບສະໜູນ 5 ສະຫາຍ ຍິງ 1 ສະຫາຍ.

ທິດທາງແຜນການ ປີ 2022 ຈະສືບຕໍ່ເຊີດຊູບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ ໃນທຸກຂົງເຂດວຽກງານຂອງກົມກອງ, ອອກແຮງປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ, ເພີ່ມທະວີການປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຮາກຖານພັກ ຕິດພັນກັບ ການບູລະນະປັບປຸງການຈັດຕັ້ງຂັ້ນຕ່າງໆ ທີ່ຢູ່ພາຍໃຕ້ການນໍາພາຂອງຮາກຖານພັກໃຫ້ໜັກແໜ້ນ, ເຂັ້ມແຂງ ເພື່ອເປັນເງື່ອນໄຂໃຫ້ແກ່ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສະຫາຍ ພັທ ຄຳເພື່ອນ ນາມມະວົງ ຜ່ານໃນບົດສະຫຼຸບ.

ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານມະຕິຕົກລົງຂອງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ເລກທີ 76/ຄພປກສ ວ່າດ້ວຍ ການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021, ໃນນີ້ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຕົກລົງຮັບຮອງເອົາໜ່ວຍພັກໂທລະເລກ, ໜ່ວຍພັກຫ້ອງການ ແລະ ໜ່ວຍພັກໂທລະສັບ ກົມສື່ສານ ເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 3 ປີຕິດຕໍ່ກັນ; ພ້ອມນີ້, ກອງປະຊຸມຍັງໄດ້ມອບໃບຍ້ອງຍໍ ກະຊວງ ປກສ ໃຫ້ນາຍຕໍາຫຼວດກົມສື່ສານ ທີ່ຢູ່ໃນອະນຸກໍາມະການປ້ອງກັນຄວາມສະຫງົບ ທີ່ຮັບໃຊ້ວຽກງານໃນໄລຍະສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ຈໍານວນ 12 ສະຫາຍ.