ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022) ໃນວັນທີ 16 ມີນາ, ປາຖະກະຖາໂດຍ ສະຫາຍ ພັອ ໄຊສຸວັນ ພັນທະສຸກ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຮອງຫົວໜ້າກອງບັນຊາການ, ຄະນະກອງບັນຊາການ, ຫົວໜ້າ-ຮອງຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

+ ສະຫາຍ ພັອ ໄຊສຸວັນ ພັນທະສຸກ ກ່າວວ່າ:

ຕະຫຼອດໄລຍະການສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດ 67 ປີຜ່ານມາ, ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນພົມວິຫານ, ເປົ້າໝາຍສັນຕິພາບ, ເອກະລາດ, ເອກະພາບ, ວັດທະນາຖາວອນ ຕາມເສັ້ນທາງເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະຊາຊົນມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕຍຸຕິທໍາ ແລະ ສິວິໄລ, ປັບປຸງຕົວເອງຕາມທິດປອດໃສ, ເຂັ້ມແຂງ ຕະຫຼອດເວລາ.

ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ທົ່ວກອງທັບທົ່ວປວງຊົນລາວທັງຊາດ ສາມາດຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະໃໝ່, ສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວ ໃນເງື່ອນໄຂປ່ຽນແປງໃໝ່; ພັກເຮົາໄດ້ສືບຕໍ່ນໍາພາປະເທດຊາດຜ່ານຜ່າຄວາມທຸກຍາກ ແລະ ສິ່ງທົດສອບຕ່າງໆ, ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງມີຄວາມໝາຍປະຫວັດສາດ, ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ມີຜົນສໍາເລັດເປັນກ້າວໆ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດດ້ວຍການຍູ້ແຮງຫັນເປັນອຸດສາຫະກໍາທັນສະໄໝ.

ພັກປະຊາຊົນປະຕິວັດລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955, ເປັນພັກທີ່ເດີນຕາມລັດທິມາກ-ເລນິນ, ເປັນພັກທີ່ສືບທອດພາລະກິດຂອງພັກຄອມມູນິດຈີນ, ເປັນຕົວແທນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ; ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດພື້ນຖານໃນການເຄື່ອນໄຫວ.

ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນວ່າ ພັກເຮົາໄດ້ກໍາເນີດຂຶ້ນ ໂດຍການສົມທົບລະຫວ່າງ ລັດທິມາກ-ເລນິນ ກັບ ລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກໍາມະກອນ ອັນຜ່ອງໃສ.