ບັນຫາຢາເສບຕິດເປັນບັນຫາລວມຂອງຊາດທີ່ລັດຖະບານ ມອບໃຫ້ກະຊວງ ປກສ ສຸມໃສ່ແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດໄປຢ່າງຊິ້ນເຊີງ ໂດຍຕັ້ງເປົ້າໝາຍໄວ້ໃນປີ 2023 ນີ້ໃຫ້ສໍາເລັດແຜນການແກ້ໄຂບັນຫາຢາເສບຕິດຢູ່ໃນລາວ, ໂດຍເລັ່ງໃສ່ກຳຈັດບໍ່ໃຫ້ມີບ່ອນຜະລິດ, ບ່ອນຊື້-ຂາຍ, ບ່ອນມົ້ວສຸມ, ຮັບປະກັນບໍ່ໃຫ້ມີການຂົນສົ່ງຢູ່ພາຍໃນ ຫຼື ຜ່ານໄປຍັງປະເທດທີສາມ; ຜ່ານມາ, ເຈົ້າໜ້າທີ່ໃນຂອບເຂດທົ່ວປະເທດກໍາລັງເລັ່ງ ຂຸ້ນຂ້ຽວໃນການແກ້ໄຂ ໂດຍເລັ່ງໃສ່ເກັບກໍາເປົ້າໝາຍ ແລະ ກຸ່ມສ່ຽງທີ່ກ່ຽວພັນກັບຢາເສບຕິດ ເພື່ອມີທິດໃນການແກ້ໄຂ; ມາເຖິງປັດຈຸບັນໃນທົ່ວປະເທດມີ ທັງໝົດ 65.000 ຄົນ ທີ່ມີຄວາມສ່ຽງກ່ຽວພັນກັບຢາເສບຕິດ; ສະໝັກໃຈເຂົ້າປິ່ນປົວບໍາບັດ 4.900 ກວ່າຄົນຢູ່ສູນບາດບັດຢາເສບຕິດໃນທົ່ວປະເທດ.

ພັທ ວົງໄຊ ພັນທະວົງ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວວ່າ: ປັດຈຸບັນ, ຫ້ອງການ ກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ສຸມໃສ່ຫຼາຍໜ້າວຽກກ່ຽວກັບການກວດກາ ແລະ ຄວບຄຸມຢາເສບຕິດໃນລາວ ໂດຍນໍາພາບັນດາພະແນກກວດກາ ແລະ ຄວບຄຸມຢາເສບຕິດແຂວງ ໃນທົ່ວປະເທດ ແລະ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດສູນກາງລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢູ່ບັນດາວິທະຍາໄລ, ໂຮງຮຽນ, ບ້ານລຽບຕາມຊາຍແດນຕ່າງໆ ເພື່ອໃຫ້ປະຊາຊົນ, ນັກຮຽນ, ນັກສຶກສາຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ເຊິ່ງການໂຄສະນານີ້ອາດຊ່ວຍໃຫ້ໄວໝຸ່ນທີ່ກຳລັງຄິດຈະຢາກລອງຄ້າຂາຍ ຫຼື ເສບຢາຖອຍຫ່າງ ແລະ ຢຸດ ເຊົາ; ແຕ່ມາເຖິງປັດຈຸບັນ, ພວກເຮົາສາມາດເກັບກໍາສະຖິຕິຜູ້ທີ່ມີຄວາມສ່ຽງກ່ຽວພັນກັບຢາເສບຕິດໃນທົ່ວປະເທດປະມານ 65.000 ຄົນ, ໄດ້ເກັບກໍາສະຖິຕິ ຈາກ 13 ສູນທົ່ວປະເທດ ມີຜູ້ເຂົ້າມາຮັບການປິ່ນປົວທັງໝົດ 4.978 ຄົນ ຍິງ 160 ຄົນ, ປິ່ນປົວແລ້ວກັບບ້ານ 2.806 ຄົນ ຍິງ 112 ຄົນ.

ຂະນະທີ່ໜ່ວຍງານບໍລິການປິ່ນປົວ ແລະ ໃຫ້ຄໍາປຶກສາຜູ້ຕິດ ຢາເສບຕິດຂັ້ນຊຸມຊົນຢູ່ໂຮງໝໍ 28 ແຫ່ງ ມີຜູ້ຕິດຢາເສບຕິດເຂົ້າມາປິ່ນປົວ ແລະ ໃຫ້ຄໍາປຶກສາທັງ ໝົດພຽງ 501 ຄົນ, ພໍ່-ແມ່ມາໃຫ້ຄໍາປຶກສາ 317 ຄົນ; ເມື່ອທຽບໃສ່ສະຖິຕິຜູ້ທີ່ມີຄວາມສ່ຽງພົວພັນກັບຢາເສບຕິດກັບການຮັກສາປິ່ນ ປົວແລ້ວ ເຫັນວ່າການປິ່ນປົວຜູ້ຕິດຢາເສບຕິດຍັງມີຈໍານວນໜ້ອຍ ຖ້າເປັນແບບນີ້ອາດເຮັດໃຫ້ບັນຫາເສບຢາເສບຕິດຍັງຈະ ສືບຕໍ່ແຜ່ລະບາດ.

ເພື່ອຫຼຸດຜ່ອນຄວາມຕ້ອງການຢາເສບຕິດ ແລະ ຊ່ວຍໃຫ້ຜູ້ທີ່ຕິດຢາເສບຕິດຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດໄປເທື່ອລະກ່າວ; ໃນປີນີ້, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດຈະສືບຕໍ່ລົງຕິດຕາມ ແລະ ເກັບກຳສະຖິຕິຜູ້ມີຄວາມສ່ຽງຕິດຢາເສບຕິດທົ່ວປະເທດ ປະຈຳປີ 2022, ສືບຕໍ່ກວດກາເບ້ຍລ້ຽງອັດຕາກິນໃຫ້ແກ່ຄົນເຈັບທີ່ເຂົ້າຮັບປິ່ນປົວຜູ້ຕິດຢາເສບຕິດ, ເກັບກຳຂໍ້ມູນສະຖິຕິຜູ້ຕິດຢາເສບຕິດທີ່ເຂົ້າຮັບການປິ່ນປົວຢູ່ບັນດາສູນ 13 ແຫ່ງ, ຕິດຕາມກວດກາຄຸ້ມຄອງໜ່ວຍບໍລິການປິ່ນປົວໃຫ້ຄຳປຶກສາຜູ້ຕິດຢາເສບຕິດຂັ້ນຊຸມຊົນ, ຈັດຝຶກອົບຮົມໃຫ້ພະນັກງານແພດໝໍກ່ຽວກັບ ວຽກງານປິ່ນປົວ-ບໍາບັດໃຫ້ຄໍາປຶກສາແກ່ຜູ້ຕິດຢາເສບຕິດໃນຊຸມ ຊົນ 6 ເມືອງຂອງ ແຂວງຫົວພັນ, ຂຶ້ນແຜນຜະລິດຢາ T.O ເມັດ ຫຼື ຢາສະນິດໃໝ່ເພື່ອປິ່ນປົວຜູ້ຕິດຝິ່ນ ແລະ ຢາເສບຕິດອື່ນໆ, ປັບປຸງບັນດານິຕິກໍາທີ່ຮັບໃຊ້ ແລະ ຄົ້ນຄວ້າປັບປຸງຄູ່ມືໃຫ້ແກ່ການຝຶກອົບຮົມສູນປິ່ນປົວຜູ້ຕິດຢາ ເສບ ຕິດ, ສືບຕໍ່ຕິດຕາມການສະເໜີກະຊວງປ້ອງກັນຄວາມສະຫງົບ ແລະ ລັດຖະບານກ່ຽວກັບການຈັດຊື້ເຄື່ອງວິໄຈຢາເສບຕິດ (ເຄື່ອງໃໝ່) ໃຫ້ແກ່ 3 ແຂວງ ຄື: ແຂວງບໍ່ແກ້ວ, ຫຼວງພະບາງ ແລະ ສະຫວັນນະເຂດ ແລະ ສືບຕໍ່ຄົ້ນຄວ້າການກຳນົດຄຸ້ມຄອງສູນວິໄຈຢາເສບຕິດໃຫ້ມີຄວາມເປັນ ເອກະ ພາບ.