ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຫ້ອງພະລາທິການ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຈັດຂຶ້ນໃນອາທິດຜ່ານມາ, ເປັນປະທານໂດຍ ພັອ ສົມເພັດ ເພົ້າວົງດີ ຫົວໜ້າຫ້ອງພະລາທິການ ກົມໃຫຍ່ຕຳຫຼວດ, ເຂົ້າຮ່ວມໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ແຂກຮັບເຊີນ ເຂົ້າຮ່ວມ, ໂດຍທ່ານຫົວໜ້າກົມໃຫຍ່ຕຳຫຼວດ ໄດ້ເນັ້ນໃຫ້ຫ້ອງພະລາທິການ ກໍ່ສ້າງພະນັກງານ-ນັກຮົບ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.

ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ

ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານພະລາທິການ ລົງເລິກແທດເຖິງຕົວຈິງ ຕິດພັນກັບ ການປະຕິບັດວຽກງານວິຊາສະເພາະ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ໃນຂະແໜງພະລາທິການ, ກໍ່ສ້າງພະນັກງານວິຊາສະເພາະພະລາທິການ ໃຫ້ພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ, ບັນຈຸຊັບຊ້ອນເຂົ້າແຕ່ລະຂະແໜງການວິຊາສະເພາະ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ປັບປຸງກົງຈັກການຈັດຕັ້ງ ແລະ ປະກອບບຸກຄະລາກອນຂັ້ນພະແນກ ແລະ ແບ່ງຄວາມຮັບຜິດຊອບການເຄື່ອນໄຫວວຽກງານ ໃຫ້ເປັນລະບົບຄົບຊຸດ.

ສ້າງກົນໄກ, ຮູບການ ແລະ ວິທີການຮັບປະກັນພະລາທິການຢ່າງມີວິທະຍາສາດ ແລະ ມີຄວາມເປັນເອກະພາບໃນທົ່ວກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະ ຂໍ້ກໍານົດວ່າດ້ວຍ ວຽກງານພະລາທິການ ແລະ ຍຸດທະສາດການສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງຂໍ້ກຳນົດວ່າດ້ວຍ ການປະກອບອາວຸດ-ຍຸດໂທປະກອນຂອງກຳລັງ, ປັບປຸງວຽກງານຮັບປະກັນພະລາທິການ ໃຫ້ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການຂອງບັນດາກົມ, ຫ້ອງ, ສູນປະຕິບັດ ຖືກຕ້ອງຕາມລະບຽບກົດໝາຍ.

ພັອ ສົມເພັດ ເພົ້າວົງດີ ຫົວໜ້າຫ້ອງພະລາທິການ ກົມໃຫຍ່ຕຳຫຼວດ

+ ພັອ ສົມເພັດ ເພົ້າວົງດີ ກ່າວວ່າ:

ໃນ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດຢ່າງເປັນປະຈຳ, ຈັດຕັ້້ງແຜນປະຕິບັດງົບປະມານທີ່ໄດ້ຮັບອະນຸມັດ ຖືກຕ້ອງຕາມລະບຽບກົດໝາຍ, ມີການປະຢັດມັດທະຢັດ, ຄຸ້ມຄອງຢ່າງຮັດກຸມ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ, ຮັບປະກັນການເບີກຈ່າຍເງິນເດືອນ, ເງິນເຄື່ອນໄຫວວິຊາສະເພາະໃຫ້ທັນເວລາ, ຮັບປະກັນການເບີກຈ່າຍເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງຮັບໃຊ້ໝາວິຊາສະເພາະ ໃຫ້ຄົບຖ້ວນຕາມລະບົບອັດຕາ ແລະ ທັນເວລາ.

ຊຸກຍູ້, ຕິດຕາມ, ປຸກລະດົມບັນດາກົມ, ຫ້ອງ ແລະ ສູນອ້ອມຂ້າງກົມໃຫຍ່ຕຳຫຼວດ ເພື່ອເຮັດການຜະລິດ, ສຸມໃສ່ການຜະລິດກະສິກຳ, ປູກຝັງລ້ຽງສັດ, ຕາມເງື່ອນໄຂ, ທ່າແຮງ ແລະ ຄວາມສາມາດ, ສ້າງລາຍຮັບເພີ່ມໃນກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳຫຼວດ.

ນອກນັ້ນ, ຍັງໄດ້ສ້ອມແປງ ແລະ ບຳລຸງຮັກສາເຄື່ອງອຸປະກອນເຕັກນິກຂອງ ກົມໃຫຍ່ຕຳຫຼວດ, ຈັດຕັ້ງປະຕິບັດວຽກງານ-ກໍ່ສ້າງສ້ອມແປງພື້ນຖານ ໂຄງລ່າງຂອງ ກົມໃຫຍ່ຕຳຫຼວດ ໃຫ້ສອດຄ່ອງກັບສະພາບຕົວຈິງ, ຕອບສະໜອງດ້ານງົບປະມານເຂົ້າໃນວຽກງານກໍ່ສ້າງ-ສ້ອມແປງສຳນັກງານ, ຫ້ອງການ, ຄ້າຍຄຸມຂັງ ແລະ ໂຄງການວິຊາສະເພາະຂອງ ກົມໃຫຍ່ຕຳຫຼວດ.