ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955 – 22 ມີນາ 2022) ໃນວັນທີ 17 ມີນາ 2022, ປາຖະກະຖາໂດຍ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ໂຮງຮຽນ ປກສ ຊັ້ນຕົ້ນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພົຈວ ໄຊສີ ແກ້ວສະຫງ່າ ໄດ້ຍົກໃຫ້ເຫັນມູນເຊື້ອ ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955, ເປັນພັກທີ່ເດີນຕາມລັດທິມາກ-ເລນິນ ໂດຍການສືບທອດພາລະກິດຂອງ ພັກກອມມູນິດອິນດູຈີນ, ເປັນຕົວແທນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ; ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນພື້ນຖານໃນການເຄື່ອນໄຫວ, ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີ່ວ່າ: ພັກເຮົາໄດ້ກຳເນີດຂຶ້ນ ໂດຍການປະສານສົບທົບລະຫວ່າງ ລັດທິມາກ-ເລນິນ ກັບ ລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກຳມະຊີບອັນຜ່ອງໃສ.

ຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນຳພາການປະຕິວັດ 67 ປີຜ່ານມາ ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ສິນທໍາປະຕິວັດວິທະຍາສາດ; ຢຶດໝັ້ນ ລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ເປົ້າໝາຍສັນຕິພາບເອກະລາດ ເອກະພາບ ວັດທະນະຖາວອນ ຕາມເສັ້ນທາງເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ປັບປຸງປົວແປງຕົນເອງໄປຕາມທິດປອດໃສ, ເຂັ້ມແຂງ, ໜັກແໜ້ນຕະຫຼອດເວລາ ພາຍໃຕ້ອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ສາມາດຍາດໄດ້ໄຊຊະນະຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່; ສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວ ໃນເງື່ອນໄຂປ່ຽນແປງໃໝ່, ພັກເຮົາໄດ້ສືບຕໍ່ນຳພາປະເທດຊາດ ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ.

ພັກປະຊາຊົນປະຕິວັດລາວ ໄດ້ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຜົນສຳເລັດເປັນກ້າວໆ; ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດດ້ວຍການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.