ໃນວັນທີ 22 ມີນາ 2022, ວິທິຍາຄານສັນຕິບານປະຊາຊົນ (ວສປ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022), ໂດຍການເຂົ້າຮ່ວມປາຖະກະຖາຂອງ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູອາຈານ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ເຂົ້າຮ່ວມ.

+ ພົຈວ ປອ ວັນສົມ ສີສົມບັດ ກ່າວວ່າ:

ພາຍຫຼັງທີ່ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍຂອງການປະຕິວັດອິນດູຈີນອອກຢ່າງສອດຄ່ອງ ແລະ ນໍາພາການປະຕິວັດອິນດູຈີນ ຕໍ່ສູ້ຮຸກຮານກັບພວກລ່າເມືອງຂຶ້ນ ແລະ ຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຢ່າງບໍ່ຢຸດຢັ້ງ.

ໂດຍພາຍໃຕ້ການນໍາພາຂອງ ພັກກອມມູນິດອິນດູຈີນ ເຮັດໃຫ້ການປະຕິວັດຢູ່ ສປປ ລາວ ໄດ້ຮັບການກໍ່ຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ເປັນເງື່ອນໄຂອັນສໍາຄັນໃຫ້ແກ່ການສ້າງຕັ້ງພັກມາກຊິດ ຢູ່ ສປປ ລາວ.

ມາຮອດປີ 1934, ອົງຄະນະພັກແຄ້ວນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງເປັນບາດກ້າວທໍາອິດໃນການປັບປຸງ ແລະ ຂະຫຍາຍການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ, ກໍາລັງປະຕິວັດໄດ້ຂະຫຍາຍຕົວແຕ່ໜ້ອຍຫາຫຼາຍ, ການຕໍ່ສູ້ໄດ້ເກີດໃນທົ່ວປະເທດ ຈົນສາມາດຢຶດອໍານາດໄດ້ ໃນວັນທີ 23 ສິງຫາ 1945 ແລະ ກ້າວໄປສູ່ການປະກາດເອກະລາດເປັນປະຫວັດສາດຂອງຊາດລາວ ໃນວັນທີ 12 ຕຸລາ 1945.

ຕໍ່ຈາກນັ້ນບໍ່ພໍເທົ່າໃດປີ ກໍໄດ້ສ້າງຕັ້ງ ກອງທັບປະຊາຊົນລາວ ແລະ ແນວລາວອິດສະຫຼະ ຂຶ້ນໃນວັນທີ 13 ສິງຫາ 1950. ນັບແຕ່ນັ້ນມາ, ການຈັດຕັ້ງແນວລາວອິດສະຫຼະ ໄດ້ກາຍເປັນຄັນທຸງສໍາຄັນໃນການເຕົ້າໂຮມ, ດຶງດູດເອົາທຸກຊັ້ນຄົນ ເຂົ້າຮ່ວມການປະຕິວັດໄດ້ຢ່າງກວ້າງຂວາງ ແລະ ແຂງແຮງ.

ມາໃນປີ 1951, ກອງປະຊຸມໃຫຍ່ ຄັ້ງທີ 2 ຂອງພັກກອມມູນິດອິນດູຈີນ ໄດ້ມີມະຕິຕົກລົງໃຫ້ແຕ່ລະປະເທດສ້າງຕັ້ງພັກເອກະລາດຂອງຕົນ, ບັນດາສະມາຊິກພັກກອມມູນິດອິນດູຈີນ ທີ່ເປັນຄົນລາວ ກໍໄດ້ຈັດຕັ້ງ “ຄະນະກໍາມະການປະຊາຊົນ” ຂຶ້ນ ເພື່ອສືບຕໍ່ນໍາພາປະຕິວັດຢູ່ລາວ ແລະ ກະກຽມຄວາມພ້ອມດ້ານຕ່າງໆເປັນເວລາ 4 ປີ ຈຶ່ງສາມາດເປີດກອງປະຊຸມໃຫຍ່ຄັ້ງທໍາອິດ ໃນວັນທີ 22 ມີນາ 1955 ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເປັນເຂດທີ່ໝັ້ນຂອງການປະຕິວັດໃນເວລານັ້ນ ແລະ ໄດ້ເອີ້ນຊື່ວ່າ: “ພັກປະຊາຊົນລາວ” ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນ ເລຂາທິການໃຫຍ່.

ສຳລັບໃນຂົງເຂດວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບ, ພັກໄດ້ຊີ້ນໍາ-ນໍາພາໂດຍກົງ ເດັດຂາດ ແລະ ຮອບດ້ານ ໂດຍສຸມໃສ່ສ້າງທັງ 3 ປະເພດກໍາລັງປະກອບພ້ອມກັນຄື: ສ້າງກໍາລັງທ້ອງຖິ່ນ ໃຫ້ເປັນຫົວໜ່ວຍສູ້ຮົບເຂັ້ມແຂງ, ສ້າງກໍາລັງກອງຫຼອນ-ກໍາລັງປ້ອງກັນຄວາມສະຫງົບບ້ານ ໃຫ້ມີຄວາມໜັກແໜ້ນ ແລະ ສ້າງກໍາລັງສໍາຮອງ ໃຫ້ມີຄວາມພ້ອມເຮັດໜ້າທີ່ ເມື່ອມີຄວາມຮຽກຮ້ອງຕ້ອງການ. ທັງໝົດນີ້, ໄດ້ເປັນກໍາລັງສໍາຄັນໃນການປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບຮຽບຮ້ອຍໃນສັງຄົມຂອງປະເທດຊາດ ຕະຫຼອດໄລຍະທີ່ຜ່ານມາ.

ໃນຕອນທ້າຍ, ຍັງໄດ້ມອບໃບຍ້ອງຍໍໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ບັນດາໜ່ວຍພັກ ຈໍານວນ 13 ໜ່ວຍພັກ ທີ່ຂຶ້ນກັບ ວິທະຍາຄານສັນຕິບານປະຊາຊົນ, ເຊິ່ງມອບໂດຍ ພົຈວ ປອ ວັນສົມ ສີສົມບັດ.