ຄະນະພັກກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີຮັບເອົາໜ່ວຍພັກຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (509) ເປັນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໃນອາທິດຜ່ານມາ, ມີ ສະຫາຍ ພັອ ບຸນຫຼ້າ ສຸລິຍາ ຄະນະປະຈໍາພັກ ຮອງເລຂາຄະນະພັກ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງ, ມີບັນດາສະຫາຍຄະນະພັກກອງບັນຊາການ, ເລຂາ-ຮອງເລຂາໜ່ວຍພັກ, ຄະນະຮັບຜິດຊອບຂັ້ນແຂວງ ພ້ອມດ້ວຍກອງບັນຊາການ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ມະຫາຊົນກ້າວໜ້າເຂົ້້າຮ່ວມ.

ສະຫາຍ ພັທ ກຸ່ມແສງ ອິນນາມວົງ ເລາຂາໜ່ວຍພັກ ຫົວໜ້າຫ້ອງຄຸ້ມຄອງ ສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຜ່ານບົດສະຫຼຸບຕີລາຄາກວດກາປະ ເມີນຜົນການກໍ່ສ້າງໜ່ວຍພັກປອດໃສໜັກແໜ້ນ ເຂັ້ມແຂງ ປີ 2021 ແລະ ທິດທາງແຜນການ 2022 ວ່າ: 1 ປີ ຜ່ານມາ, ຄະນະໜ່ວຍພັກໄດ້ນຳພາສະມາຊິກພັກ, ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຕິດພັນກັບການປັບປຸງກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ຍົກສູງບົດບາດຄວາມເຊື່ອໝັ້ນໃນການນຳພາຂອງຂອງພັກ; ເຊິ່ງໃນປີຜ່ານມາ, ໄດ້ຂະຫຍາຍມະຫາຊົນຜູ້ທີ່ມີຄວາມກ້າວໜ້າຮຽນສະໜັບສະໜູນໄດ້ 1 ສະຫາຍ, ຮຽນລະບຽບ 3 ສະຫາຍ, ເຂົ້າເປັນສະມາຊິກພັກສຳຮອງ 2 ສະຫາຍ ແລະ ເລື່ອນເປັນສະມາ ຊິກພັກສົມບູນ 4 ສະຫາຍ. ນອກນັ້ນ, ຍັງໄດ້ເຮັດໜ້າທີ່ ຕິດຕາມກວດກາຈັດສັນຄວາມເປັນລະບຽບຮຽບຂອງສັງຄົມ, ຄຸ້ມຄອງພົນລະເມືອງລາວ ແລະ ຕ່າງດ້າວຢູ່ພາຍໃນແຂວງ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງຢູ່ບັນດາຈຸດສຸມເຂດຫ່າງໄກສອກຫຼີກມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ.

ຜ່ານການກວດກາຕີລາຄາ ແບ່ງປະເພດສະມາຊິກພັກ, ມະຫາຊົນ ແລະ ໜ່ວຍພັກຕາມ 5 ມາດຕະຖານເຫັນວ່າ: ສະມາຊິກພັກໄດ້ປະເພດແຂງ 33 ສະຫາຍ, ມະຫາຊົນໄດ້ປະເພດດີ 8 ສະຫາຍ, ປະເພດ 5 ພະແນກທີ່ຂຶ້ນກັບໄດ້ປະເພດແຂງ 100%, ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງໄດ້ປະ ເພດແຂງ ແລະ ອັນພົ້ນເດັ່ນແມ່ນໜ່ວຍພັກໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈໍາປີ 2021.

ພ້ອມດຽວກັນນັ້ນ, ໃນພິທີດັ່ງກ່າວສະຫາຍ ພັອ ບຸນຫຼ້າ ສຸລິຍາ ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໃຫ້ໜ່ວຍພັກຫ້ອງຄຸ້ມ ຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ສະຫາຍກໍໄດ້ຊີ້ນໍາຄະນະໜ່ວຍພັກກຳແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍ, ປັບປຸງແບບແຜນວິທີການນຳພາ-ບັນຊາ ເພີ່ມທະວີ ຄວາມສາມັກຄີເປັນເອກະພາບພາຍໃນພັກໃຫ້ໜັກແໜ້ນ, ສືບຕໍ່ຄົ້ນຄວ້າວຽກງານວິຊາສະເພາະໃຫ້ເລິກເຊິ່ງ ກຳນົດໜ້າວຽກຕົວຈິງໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດເທື່ອລະກ້າວ.