ກອງພັນ 206 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022) ໃນວັນທີ 22 ມີນາ 2022, ໃຫ້ກຽດປາຖະກະຖາໂດຍ ພັທ ທະນະສັກ ພອນພະຈັນ ຫົວໜ້າກອງພັນ 206, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ອ້ອມຂ້າງກອງພັນ ເຂົ້າຮ່ວມ.

+ ພັທ ທະນະສັກ ພອນພະຈັນ ກ່າວວ່າ:

ເພື່ອເປັນການເສີມຂະຫຍາຍທາດແທ້ມູນເຊື້ອຂອງ ພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 67 ປີຜ່ານມາ, ພາຍຫຼັງທີ່ພັກກອມມູນິດອິນດູຈີນ ໄດ້ ຮັບການສ້າງຕັ້ງຂຶ້ນ ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍຂອງການປະຕິວັດອິນດູຈີນອອກຢ່າງສອດຄ່ອງ ແລະ ນໍາພາການປະຕິວັດອິນດູຈີນ ຕໍ່ສູ້ຮຸກຮານກັບພວກລ່າເມືອງຂຶ້ນ ແລະ ຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຢ່າງບໍ່ຢຸດຢັ້ງ.

ໂດຍພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ເຮັດໃຫ້ການປະຕິວັດຢູ່ ສປປ ລາວ ໄດ້ຮັບການກໍ່ຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນ ເຊິ່ງໄດ້ເປັນເງື່ອນໄຂອັນສໍາຄັນໃຫ້ແກ່ການສ້າງຕັ້ງພັກມາກຊິດ ຢູ່ ສປປ ລາວ.

ມາຮອດປີ 1934, ອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນເປັນບາດກ້າວທໍາອິດໃນການປັບປຸງ ແລະ ຂະຫຍາຍການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ, ກໍາລັງປະຕິວັດໄດ້ຂະຫຍາຍຕົວແຕ່ໜ້ອຍຫາຫຼາຍ, ການຕໍ່ສູ້ໄດ້ເກີດໃນທົ່ວປະເທດ ຈົນສາມາດຢຶດອໍານາດໄດ້ ໃນວັນທີ 23 ສິງຫາ 1945 ແລະ ກ້າວໄປສູ່ການປະກາດເອກະລາດເປັນປະຫວັດສາດຂອງຊາດລາວ ໃນວັນທີ 12 ຕຸລາ 1945. ຕໍ່ຈາກນັ້ນ, ບໍ່ພໍເທົ່າໃດປີກໍໄດ້ສ້າງຕັ້ງ ກອງທັບປະຊາຊົນລາວ ຂຶ້ນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວລາວອິດສະຫຼະ ຂຶ້ນໃນວັນທີ 13 ສິງຫາ 1950; ນັບແຕ່ນັ້ນມາ, ການຈັດຕັ້ງແນວລາວອິດສະຫຼະ ໄດ້ກາຍເປັນຄັນທຸງສໍາຄັນໃນການເຕົ້າໂຮມ, ດຶງດູດເອົາທຸກຊັ້ນຄົນເຂົ້າຮ່ວມການປະຕິວັດໄດ້ຢ່າງກວ້າງຂວາງ ແລະ ແຂງແຮງ. 

ມາໃນປີ 1951, ກອງປະຊຸມໃຫຍ່ ຄັ້ງທີ 2 ຂອງພັກກອມມູນິດອິນດູຈີນ ໄດ້ມີມະຕິຕົກລົງໃຫ້ແຕ່ລະປະເທດສ້າງຕັ້ງພັກເອກະລາດຂອງຕົນຂຶ້ນ ບັນດາສະມາຊິກພັກກອມມູນິດອິນດູຈີນທີ່ເປັນຄົນລາວ ກໍໄດ້ຈັດຕັ້ງຄະນະກໍາມະການປະຊາຊົນຂຶ້ນ ເພື່ອສືບຕໍ່ນໍາພາປະຕິວັດຢູ່ລາວ ແລະ ກະກຽມຄວາມພ້ອມດ້ານຕ່າງໆເປັນເວລາ 4 ປີ ຈຶ່ງສາມາດເປີດກອງປະຊຸມໃຫຍ່ຄັ້ງທໍາອິດ (ຄັ້ງທີ 1) ໃນວັນທີ 22 ມີນາ 1955 ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ ເຊິ່ງເປັນເຂດທີ່ໝັ້ນຂອງການປະຕິວັດໃນເວລານັ້ນ ແລະ ໄດ້ເອີ້ນຊື່ວ່າ: “ພັກປະຊາຊົນລາວ” ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນ ເລຂາທິການໃຫຍ່. 

ສໍາລັບໃນຂົງເຂດວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບ, ພັກໄດ້ຊີ້ນໍາ-ນໍາພາໂດຍກົງ ເດັດຂາດ ແລະ ຮອບດ້ານ ໂດຍສຸມໃສ່ສ້າງທັງ 3 ປະເພດກໍາລັງປະພ້ອມກັນ ຄື: ສ້າງກໍາລັງທ້ອງຖິ່ນໃຫ້ເປັນ ຫົວໜ່ວຍສູ້ຮົບເຂັ້ມແຂງ, ສ້າງກໍາລັງກອງຫຼອນ-ກໍາລັງປ້ອງກັນຄວາມສະຫງົບບ້ານ ໃຫ້ມີຄວາມໜັກແໜ້ນ ແລະ ສ້າງກໍາລັງສໍາຮອງ ໃຫ້ມີຄວາມພ້ອມເຮັດໜ້າທີ່ ເມື່ອມີຄວາມຮຽກຮ້ອງຕ້ອງການ. ທັງໝົດນີ້, ໄດ້ເປັນກໍາລັງສໍາຄັນໃນການປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບຮຽບຮ້ອຍໃນສັງຄົມຂອງປະເທດຊາດ ຕະຫຼອດໄລຍະທີ່ຜ່ານມາ.