ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດກອງປະຊຸມຄົ້ນຄວ້າວິທະຍາສາດປັບປຸງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກອງບັນຊາການປ້ອງກັນສູນກາງ ໃນວັນທີ 23 ມີນາ 2022, ເປັນປະທານໂດຍ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະກົມ, ຫ້ອງ, ກອງພັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້່າຮ່ວມ.

ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ

ພັທ ບຸນຕັ້ງ ພະໂຄຕະມະ ຮອງຫົວໜ້າຫ້ອງການ ໄດ້ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກອງບັນຊາການປ້ອງກັນສູນກາງ ປະກອບມີ 5 ໝວດ, ມີ 13 ມາດຕາ ເຊິ່ງໄດ້ຄົ້ນຄວ້າປັບປຸງຄືນໃໝ່ດັ່ງນີ້:

+ ປັບປຸງຄືນໃໝ່ 3 ໝວດ ຄື:

  • ໝວດທີ 1: ບົດບັນຍັດທົ່ວໄປ
  • ໝວດທີ 2: ໂຄງປະກອບການຈັດຕັ້ງ
  • ໝວດທີ 4: ຫຼັກການ ແລະ ແບບແຜນວິທີເຮັດວຽກ

+ ປັບປຸງ ແລະ ປ່ຽນຊື່ໃໝ່ 3 ມາດຕາ ຄື:

  • ມາດຕາ 1: ຈຸດປະສົງ
  • ມາດຕາ 10: ງົບປະມານ ແລະ ຕາປະທັບ
  • ມາດຕາ 11: ການຜັນຂະຫຍາຍ

+ ປັບປຸງເນື້ອໃນຄືນໃໝ່ 10 ມາດຕາ ຄື:

  • ມາດຕາ 2: ທີ່ຕັ້ງ ແລະ ພາລະບົດບາດ
  • ມາຕາ 3: ໜ້າທີ່
  • ມາດຕາ 4: ຂອບເຂດສິດ
  • ມາດຕາ 5: ໂຄງປະກອບກົງຈັກ
  • ມາດຕາ 6: ໂຄງປະກອບບຸກຄະລາກອນ
  • ມາດຕາ 7: ສິດ ແລະ ໜ້າທີ່ຂອງຫົວໜ້າ ແລະ ຮອງກອງບັນຊາການ
  • ມາດຕາ 8: ຫຼັກການເຮັດວຽກ
  • ມາດຕາ 9: ແບບແຜນວິທີເຮັດວຽກ
  • ມາດຕາ 12: ການຈັດຕັ້ງປະຕິບັດ
  • ມາດຕາ 13: ຜົນສັກສິດ

ສໍາລັບການຄົ້ນຄວ້າວິທະຍາສາດປັບປຸງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກອງບັນຊາການປ້ອງກັນສູນກາງ ຄັ້ງນີ້ ແມ່ນເປັນຄັ້ງທີ 3 ເພື່ອເປັນການລະດົມແນວຄິດ ແລະ ປະກອບຄໍາເຫັນຕໍ່ເນື້ອໃນຂໍ້ຕົກລົງດັ່ງກ່າວ ໃຫ້ຖືກຕ້ອງສົມບູນ ແລະ ສໍາເລັດ ເພື່ອຈະນໍາສະເໜີຂັ້ນເທິງອະນຸມັດປະກາດໃຊ້ຢ່າງເປັນທາງການ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ, ການເຄື່ອນໄຫວວຽກງານວິຊາສະເພາະຂອງ ກອງບັນຊາການປ້ອງກັນສູນກາງ ໃຫ້ມີປະສິດຕິພາບ ແລະ ປະສິດທິຜົນ, ແນໃສ່ປັບປຸງ, ກໍ່ສ້າງ ແລະ ພັດທະນາເຫຼົ່າວິຊາສະເພາະປ້ອງກັນສູນກາງ ໃນຂອບເຂດທົ່ວປະເທດ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມສຳນິຊໍານານທາງດ້ານວິຊາສະເພາະ ແລະ ແບບແຜນທີ່ທັນສະໄໝ.