ຄະນະພັກ-ຄະນະບັນຊາຫ້ອງການກົມສື່ສານ ກະຊວງ ປກສ ໄດ້ເອົາໃຈໃສ່ກໍ່ສ້າງພະນັກງານ-ນັກຮົບພາຍໃນກຳລັງສື່ສານແຕ່ລະສະຫາຍ ເວົ້າລວມເວົ້າສະເພາະພະນັກງານ-ນັກຮົບພາຍໃນຫ້ອງການໃຫ້ມີຄວາມສະດຸ້ງໄວຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດ ຊອບສູງ ແລະ ສ້າງໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງມີຄຸນນະ ພາບເຕີບໃຫຍ່ທາງດ້ານຈຳນວນພົນ ພ້ອມເຮັດໃຫ້ຂະບວນການເຄື່ອນໄຫວວຽກງານວິຊາສະເພາະບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ພັທ ພອນແກ້ວ ຄຳພິລາວົງ ຮອງຫົວໜ້າຫ້ອງການກົມສື່ສານ ກະຊວງ ປກສ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃຫ້ຮູ້ວ່າ: ຫ້ອງການກົມສື່ສານແມ່ນ ມີໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ກົມສື່ສານຮ່ວມກັບຄະນະໃນການເອົາ ໃຈໃສ່ປະສານສົມທົບແໜ້ນບັນດາພະແນກຂະແໜງການທີ່ຂຶ້ນກັບກົມສື່ສານໄດ້ເປັນເສນາ ທິການການສັງລວມວຽກງານທັງໝົດທີ່ປິ່ນອ້ອມກົມສື່ສານ, ວຽກງານວິຊາສະເພາະເຕັກນິກຕ່າງໆ ແນໃສ່ເຮັດໃຫ້ຂອດປະສານງານ, ຂອດຈັດຕັ້ງປະຕິບັດໄດ້ມີຄວາມສະດວກໃນການເຄື່ອນໄຫວການປະຕິບັດຂອງໜ້າທີ່ການເມືອງໃນສະພາວະປົກະຕິ ແລະ ສຸກເສີນຂອງບັນດາກຳລັງວິຊາສະເພາະສື່ສານປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມວ່ອງໄວ, ຊັດເຈນ ແລະ ປິດລັບ, ມີການສະຫຼຸບລາຍງານໃຫ້ຂັ້ນເທິງເປັນປົກກະຕິ.

ຕະຫຼອດໄລຍະ 1 ປີ ຜ່ານ ມາ, ຄະນະພັກ-ຄະນະບັນຊາຫ້ອງການ ກົມສື່ສານ ກະຊວງ ປກສ ໄດ້ເອົາໃຈໃສ່ສ້າງພະນັກງານ-ນັກຮົບພາຍໃນກຳລັງສື່ສານຮັກສາມູນເຊື້ອດີເດັ່ນບຸກບືນຫ້າວຫັນ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ, ມີຄວາມສາມັກຄີເປັນປຶກແຜ່ນ, ມີແບບແຜນນຳພາ-ບັນຊາ ແລະ ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ພົ້ນເດັ່ນ ຄື: ພະນັກງານຫ້ອງການໄດ້ເອົາໃຈໃສ່ໃນການປະຕິບັດມະຕິຄຳສັ່ງ, ການຕິດຕາມເຝົ້າລະວັງອຳນວຍຄວາມສະດວກດ້ານການບໍລິການ, ຕິດຕາມເອ ກະສານຂາເຂົ້າ-ອອກ, ການສ້າງ ແຜນການປະຊຸມວຽກງານທີ່ປິ່ນອ້ອມວິຊາສະເພາະ, ເຂົ້າຮ່ວມກອງປະຊຸມຕ່າງໆຕາມການມອບໝາຍຂອງກົມສື່ສານ, ການສ້າງແຜນການ, ການປະຈໍາການວິຊາສະເພາະ, ສ້າງຂໍ້ຕົກລົງຂໍອະນຸມັດການໄປເຮັດວຽກວິຊາສະເພາະຢູ່ທ້ອງຖິ່ນໃນການແກ້ໄຂການຕິດຂັດລະບົບສື່ສານປ້ອງກັນຕົວເມືອງ, ລະບົບວິທະຍຸທາງໄກ, ລະ ບົບກ້ອງວົງຈອນປິດທີ່ມີການຕິດຂັດໄດ້ທັນເວລາ ແລະ ມີຜົນສຳເລັດ, ສ້າງແຜນການເຂົ້າຮ່ວມການປ້ອງກັນແຂກຂັ້ນສູງ, ການປ້ອງກັນກອງປະຊຸມສະພາແຫ່ງຊາດ, ກອງປະຊຸມໃຫຍ່ຂອງສູນກາງພັກລະດັບສາມັນ ແລະ ວິສາມັນ, ການເຂົ້າປ້ອງກັນການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ແລະ ເຂົ້າຮ່ວມປ້ອງກັນງານຕ່າງໆຂອງຊາດ ລ້ວນແຕ່ມີຄວາມສຳເລັດສູງ.

ແຜນການໃນຕໍ່ໜ້າ, ຫ້ອງການກົມສື່ສານ ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ກຳລັງສື່ສານເວົ້າລວມ ເວົ້າສະເພາະແມ່ນກຳລັງວິຊາສະ ເພາະພາຍໃນຫ້ອງການໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸນອ່ຽນທຸ່ນທ່ຽງ, ຈົງຮັກພັກດີຕໍ່ພັກ-ລັດ, ຮູ້ຮັກວິຊາສະເພາະສື່ສານ ເພື່ອຮັບປະກັນການເປັນເສນາທິການໃຫ້ແກ່ການນໍາຂັ້ນຕ່າງໆ, ສືບຕໍ່ຂຶ້ນ ແຜນກໍານົດພະນັກງານສືບທອດປ່ຽນແທນແຕ່ລະຂັ້ນ, ທັງປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງສັບຊ້ອນພະນັກງານ-ນັກຮົບເຂົ້າແຕ່ລະພະແນກການໃຫ້ແທດເໝາະກັບຄວາມຮູ້ຄວາມ ສາມາດທີ່ໄດ້ຮຽນມາໃຫ້ເໝາະສົມ, ເອົາໃຈໃສ່ວຽກງານກວດກາ, ຄຸ້ມຄອງ, ພະນັກງານໃຫ້ເຂັ້ມແຂງໜັກແໜ້ນຊອກໃຫ້ໄດ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢ່າງມີປະສິດທິຜົນສູງ ແລະ ສ້າງແຜນກໍານົດການກໍ່ສ້າງພະນັກ ງານວິຊາສະເພາະມີການປ້ອງກັນຄວາມສະຫງົບ ແລະ ສ້າງຂໍ້ກໍາ ນົດວ່າດ້ວຍການຊຸກຍູ້ທຶນຍົກລະດັບວິຊາສະເພາະສື່ສານ, ກະກຽມເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ພະນັກງານບັນດາ ປກສ ແຂວງ ແລະ ຂຶ້ນແຜນເປີດໂຮງຮຽນຊັ້ນຕົ້ນລະບົບກໍ່ສ້າງ 1 ປີ ປະຈຳປີ 2022-2023 ຕາມການແບ່ງປັນຕົວເລກຂອງກົມໃຫຍ່ການເມືອງ, ພ້ອມທັງປັບປຸງຫຼັກສູດການຮຽນການສອນວຽກງານວິຊາສະເພາະສື່ສານຈາກຊັ້ນກາງ ເປັນຊັ້ນສູງ ແລະ ປັບປຸງພາລະບົດບາດຂອງບັນດາພະແນກການອ້ອມຂ້າງກົມສື່ສານທີ່ເຫັນວ່າ ບໍ່ທັນສອດຄ່ອງກັບການເຄື່ອນໄຫວວຽກງານວິຊາສະເພາະ.