ໃນວັນທີ 23 ມີນາ 2022, ຫ້ອງວ່າການ ກະຊວງ ປກສ ໄດ້ຈັດຕັ້ງເຊື່ອມຊຶມປະຖະກະຖາມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022) ແລະ ເຊື່ອມຊຶມກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ XI, ເຜີຍແຜ່ໂດຍ ສະຫາຍ ພັອ ອານຸເດດ ຄູນຄໍາ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຫົວໜ້າ-ຮອງກົມ, ພະແນກ, ຫ້ອງການ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ພັອ ອານຸເດດ ຄູນຄໍາ ໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈຂອງທັງສອງເອກະສານ ພ້ອມທັງເນັ້ນໃຫ້ສະມາຊິກພັກ, ພະນັກງານ-ນັກຮົບທຸກສະຫາຍ ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍບັນດາຜົນງານຂອງການກໍາເນີດ-ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ.

ເຊິ່ງຕະຫຼອດ 67 ປີຜ່ານມາ, ພາຍຫຼັງທີ່ ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ປະເຊີນໜ້າກັບສິ່ງທ້າທາຍອັນໜັກໜ່ວງ ເປັນຕົ້ນແມ່ນ ພື້ນຖານດ້ານເສດຖະກິດ-ສັງຄົມບໍ່ທັນມີຫຍັງ, ຖານທີ່ໝັ້ນຂອງການປະຕິວັດລາວ ຕົ້ນຕໍຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ; ໃນເວລາດຽວກັນ, ຈັກກະພັດຕ່າງດ້າວໄດ້ເພີ່ມວິທີຮຸກຮານຢູ່ອິນດູຈີນ ກໍຄື ປະເທດເຮົາຢ່າງໂຫດຮ້າຍປ່າເຖື່ອນ ແຕ່ພວກເຮົາກໍສາມາດນໍາພາປະຊາຊົນລາວບັນດາເຜົ່າ ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ ແລະ ສາມາດຍາດໄດ້ໄຊຊະນະຢ່າງສະຫງ່າງາມ; ໄຊຊະນະອັນເປັນເຫດປະຫວັດສາດດັ່ງກ່າວນັ້ນ ໄດ້ເປັນຂີດໝາຍແຫ່ງການສໍາເລັດການປະຕິວັດຊາດ-ປະຊາທິປະໄຕຢ່າງສົມບູນ ແລະ ໄດ້ໄຂສັງກາດໃໝ່ທີ່ຮຸ່ງເຮືອງໃນທີ່ສຸດ ໃນປະຫວັດສາດຂອງຊາດລາວ, ໄລຍະທີ່ປະຊາຊົນລາວບັນດາເຜົ່າເປັນເຈົ້າປະເທດຊາດ, ເປັນເຈົ້າຊາຕາກໍາຂອງຕົນຢ່າງແທ້ຈິງ ກ້າວຂຶ້ນສູ່ເສັ້ນທາງທີ່ສະຫວ່າງສະໄຫວ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ.

ສໍາລັບກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ນີ້ ແມ່ນປະກອບມີທັງໝົດ 15 ໜວດ ແລະ 64 ມາດຕາ ທີ່ເປັນເນື້ອໃຈຈິດໃຈສໍາຄັນໃນການບໍາລຸງກໍ່ສ້າງ ແລະ ເປັນແວ່ນແຍງໃຫ້ບັນດາສະມາຊິກພັກທຸກສະຫາຍ ຈັດຕັ້ງປະຕິບັດລະບຽບວິໄນຢ່າງເຂັ້ມງວດ ເພື່ອຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນບຸກຄົນທີ່ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ, ມີຄຸນສົມບັດສິນທໍາປະຕິວັດ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ກ້າວໜ້າ-ທັນສະໄໝ; ນອກນັ້ນ, ຍັງເປັນແບບຢ່າງນໍາໜ້າຮອບດ້ານໃຫ້ແກ່ມະຫາຊົນກ້າວໜ້າ ເພື່ອກໍ່ສ້າງ ແລະ ຝຶກຝົນຕົນເອງໃຫ້ກາຍເປັນບຸກຄົນທີ່ດີເດັ່ນໃນທຸກຂົງເຂດວຽກງານ, ມີລະບຽບວິໄນຢ່າງເຂັ້ມແຂງ ແລະ ບັນລຸເປົ້າໝາຍຕາມການຊີ້ນໍາຂອງພັກຢ່າງຕັ້ງໜ້າ.