ກອງບັນຊາການ ປກສ ແຂວງຜົ່ງສາລີ ໄດ້ຈັດພິທີມອບດ່ານປະເພນີ ຫ້ວຍຫຼ້າ ແລະ ດ່ານປາກເທີມ ໃຫ້ຂຶ້ນກັບກອງບັນຊາການ ປກສ ເມືອງໃໝ່, ເຂົ້າຮ່ວມໂດຍ ທ່ານ ສອນສະໜຸກ ສີສຸລາດ ຮອງເຈົ້າເມືອງໃໝ່ ແລະ ພັທ ບົວເງິນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຕາງໜ້າຈາກພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ 2 ດ່ານປະເພນີ ເຂົ້າຮ່ວມ.

ໃນພິທີ, ພັທ ບຸນສຸກ ອິນທະພັນແສງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ສະບັບເລກທີ 35/ປກສ.ຜລ, ລົງວັນທີ 5 ມັງກອນ 2022 ວ່າດ້ວຍການໂອນດ່ານປະເພນີຂຶ້ນກັບ ປກສ ເມືອງໃໝ່, ຜ່ານຂໍ້ຕົກລົງ ສະບັບເລກທີ 474/ປກສ.ຜລ, ລົງວັນ ທີ 10 ມີນາ 2022 ວ່າດ້ວຍການມອບ-ໂອນນາຍ ແລະ ພົນຕໍາຫຼວດປະຈໍາດ່ານປະເພນີໃຫ້ ປກສ ເມືອງໃໝ່. ພ້ອມກັນນີ້, ຍັງໄດ້ຜ່ານມະຕິຕົກລົງຂອງອົງຄະນະພັກກອງບັນຊາການ ປກສ ແຂວງ ສະບັບເລກທີ 50/ອພ.ປກສ ຜລ, ວ່າດ້ວຍການໂອນບັນດາໜ່ວຍພັກດ່ານ ຕມ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງສັນຕິບານໄປຂຶ້ນກັບຄະນະພັກກອງບັນຊາການ ປກສ ເມືອງໃໝ່.

ໃນກອງປະຊຸມກໍໄດ້ມີການເຊັນບົດບັນທຶກມອບ-ຮັບລະຫວ່າງ ພັທ ບົວເງິນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັທ ບຸນທອງ ສິດທິປະເສີດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໃໝ່ ໂດຍມີ ທ່ານ ສອນສະໜຸກ ສີສຸລາດ ຮອງເຈົ້າເມືອງໃໝ່ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມເປັນສັກຄີພິຍານ.