ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງ ປກສ ຈັດພິທີເປີດຊຸດຮຽນວິຊາສະເພາະຊັ້ນຕົ້ນ 513 ຮຸ່ນທີ XII ໃຫ້ບັນດາພົນຕຳຫຼວດຈຳນວນ 169 ສະຫາຍ ຍິງ 17 ສະຫາຍ ທີ່ມາຈາກກົມໃຫຍ່ການເມືອງ ປກສ, ກອງບັນຊາການປ້ອງກັນເຄື່ອນທີ່ ແລະ ປກສ ແຂວງ, ໂດຍຈະໃຊ້ເວລາຄົ້ນຄວ້າຮ່ຳຮຽນ 1 ປີ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 24 ມີນາ 2022, ໂດຍມີ ພັອ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຫົວໜ້າສູນຝຶກອົບຮົມວິຊາສະເພາະຄົບວົງຈອນ, ຫ້ອງ, ກອງພັນ, ກອງຮ້ອຍ ແລະ ນັກຮຽນ ເຂົ້າຮ່ວມ.

ພັທ ຖາວອນ ຈັນທະລີມາ ຫົວໜ້າສູນຝຶກອົບຮົມວິຊາສະເພາະຄົບວົງຈອນ ກ່າວວ່າ:

ການເປີດຊຸດຮຽນຄັ້ງນີ້ ກໍເພື່ອກໍ່ສ້າງກໍາລັງວິຊາສະເພາະຊັ້ນຕົ້ນ 513 ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນເຂັ້ມງວດ ແລະ ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ

+ ເຊິ່ງກໍານົດເວລາຮຽນທັງໝົດ 1 ປີ ມີ 2.555 ຊົ່ວໂມງ ໂດຍແບ່ງເນື້ອໃນ ແລະ ເວລາຮຽນລະອຽດແຕ່ລະໝວດວິຊາ ຄື:

  • ວິຊາເບື້ອງຕົ້ນຂອງກໍາລັງ ປກສ ມີ 2 ວິຊາ, ຮຽນ 6 ວັນ ລວມ 42 ຊົ່ວໂມງ

+ ໝວດວິຊາຮຽນມີ 3 ໝວດ 14 ວິຊາ, ຮຽນ 218 ວັນ ລວມ 1.526 ຊົ່ວໂມງ ສະແດງອອກຄື:

  • ວິຊາລະບຽບ-ງົດງາມ
  • ວິຊາການທະຫານ ແລະ ແຜນທີ່
  • ວິຊາສະຫຼາຍການປະທ້ວງ
  • ວິຊາມວຍສາກົນ ແລະ ມວຍວິຊາສະເພາະ
  • ວິຊາທີ່ຕັ້ງພາລະບົດບາດ, ໜ້າທີ່, ຂອບເຂດສິດ, ຂໍ້ກໍານົດ ແລະ ລະບຽບການຕ່າງໆຂອງ ກອງບັນຊາການປ້ອງກັນເຄື່ອນທີ່
  • ວິຊາການເມືອງ
  • ວິຊາຈິດຕະສາດ
  • ວິຊາກົດໝາຍ
  • ວິຊາສະເພາະລວມ
  • ວິຊາຕີພິເສດ
  • ວິຊາກວດກູ້ ແລະ ທໍາລາຍລະເບີດ
  • ວິຊາກຽດຕິຍົດ ແລະ ສາຍກວດ
  • ວິຊາວຽກງານສາຍກວດ
  • ວິຊາຮຽນຂັບຂີ່ລົດຈັກ-ລົດໃຫຍ່

ສ່ວນວິຊາຄົ້ນຄວ້າສອບເສັງຈົບຫຼັກສູນການຮຽນ ຈະປະກອບມີ 3 ວິຊາ ຄື:

  • ວິຊາການເມືອງ
  • ວິຊາກົດໝາຍ
  • ວິຊາສະເພາະ

ໃນຕອນທ້າຍ, ບັນດານັກຮຽນ ແລະ ຜູ້ເຂົ້າຮ່ວມທັງໝົດ ຍັງໄດ້ຮັບຟັງການໂອ້ລົມຂອງ ພັອ ພູນສະຫວັນ ພັນທະເສນາ ໂດຍໄດ້ເນັ້ນໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ຕ້ອງຮັບປະກັນໃນການຮຽນ-ການສອນ ໃຫ້ມີຄຸນນະພາບໃໝ່ ແລະ ມີປະສິດທິຜົນສູງ, ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ນັກຮຽນທຸກສະຫາຍ ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນເຂັ້ມງວດ ແລະ ມີຄວາມຫ້າວຫັນຕໍ່ການຄົ້ນຄວ້າຮໍ່າຮຽນດີ, ຮຽນເກັ່ງ, ຝຶກຝົນຫຼ່ໍຫຼອມດີ.