ໃນວັນທີ 25 ມີນາ 2022, ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະນໍາ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ແພດໝໍ ແລະ ພະນັກງານໃນກຳລັງປ້ອງກັນຄວາມສະຫງົບ ທີ່ນອນປີ່ນປົວຢູ່ໂຮງໝໍ 5 ເມສາ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ໂດຍການຕ້ອນຮັບຂອງ ພັອ ດຣ ນາງ ພຸດມາລາ ພັນທະມິດ ຫົວໜ້າອຳນວຍການໂຮງໝໍ 5 ເມສາ ພ້ອມດ້ວຍພະນັກງານແພດ-ໝໍ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ພັອ ດຣ ນາງ ພຸດມາລາ ພັນທະມິດ ຫົວໜ້າອຳນວຍການໂຮງໝໍ 5 ເມສາ ຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ ໃຫ້ຮູ້ວ່າ:

ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ປັບປຸງຍົກສູງວຽກງານບໍລິການຮັບໃຊ້ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ ເພື່ອຮັບປະກັນເຮັດໃຫ້ສຸຂະພາບຂອງນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າ ທີ່ເຂົ້າມາໃຊ້ບໍລິການດ້ານສຸຂະພາບໄດ້ຮັບຜົນດີ ໂດຍຖືເອົາວຽກງານການກວດກາຕົວຈິງ, ການບົ່ງມະຕິຊັດເຈນ ແລະ ປິ່ນປົວຢ່າງມີຄຸນນະພາບເປັນຈຸດໃຈກາງສໍາຄັນ, ຮັກສາໄດ້ຈັນຍາບັນ-ຈັນຍາທໍາຂອງແພດໝໍຢ່າງຖືກຕ້ອງ.

ໃນນີ້, ໄດ້ກວດພະຍາດເຂດນອກ 13.575 ຄົນ, ເດັກນ້ອຍ 1.272 ຄົນ, ຜູ້ຖືກຫາ-ນັກໂທດ 587 ນາຍ, ແກ້ໄຂສຸກເສີນ 5.591 ຄົນ, ປິ່ນປົວກາຍຍະບຳບັດ 3.364 ຄົນ, ຮັບຄົນເຈັບເຂົ້ານອນໂຮງໝໍ 1.276 ຄົນ, ປິ່ນປົວດີກັບຄືນກົມກອງ 1.145 ຄົນ, ຜ່າຕັດທັງໝົດ 455 ຄົນ, ຊັນນະສູດຊາກສົບຄົນຕາຍ 255 ສົບ, ກວດສານເສບຕິດ 61 ຄົນ, ຈ່າຍຢາ 37.184 ບິນ, ເອົາໃຈໃສ່ບໍລິການວຽກງານ 5 ດີ 1 ພໍໃຈ ສຳເລັດຕາມແຜນການ.

ໂອກາດນີ້, ພົຕ ວັນທອງ ກອງມະນີ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍພະນັກງານແພດ-ໝໍ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບ ແລະ ເປັນມືອາຊີບ ເຊິ່ງການລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານແພດ-ໝໍ, ພະນັກງານໃນກຳລັງປ້ອງກັນຄວາມສະຫງົບທີ່ນອນປິ່ນປົວໃນຄັ້ງນີ້ ໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍຂອງການນຳທີ່ມີຕໍ່ພະນັກງານນາຍ ແລະ ພົນຕຳຫຼວດທີ່ເຈັບປ່ວຍ ແລະ ກໍາລັງນອນປິ່ນປົວຢູ່ໂຮງໝໍໃນຂະນະນີ້, ເປັນການສ້າງຂວັນກຳລັງໃຈແຕ່ແພດ-ໝໍ ທີ່ພວມປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ, ຍາມໃດຂັ້ນເທິງກໍໄດ້ເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງນາຍ ແລະ ພົນຕຳຫຼວດ, ພະນັກງານແພດ-ໝໍ ເພື່ອສ້າງໂຮງໝໍ 5 ເມສາ ໃຫ້ກາຍເປັນໂຮງໝໍທີ່ມີຄຸນນະພາບດີຂອງ ກະຊວງປ້ອງກັນຄວາມສະຫງົບ. 

ນອກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ພະນັກງານແພດ-ໝໍ ສືບຕໍ່ເອົາໃຈໃສ່ຕິດຕາມເບິ່ງແຍງຄົນເຈັບທີ່ເຂົ້າມາປີ່ນປົວໃຫ້ຫາຍດີ, ເອົາໃຈໃສ່ປະຕິບັດຕາມວຽກງານວິຊາສະເພາະຮັບປະກັນເຮັດໃຫ້ສຸຂະພາບຂອງນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າ ທີ່ເຂົ້າມາໃຊ້ບໍລິການດ້ານສຸຂະພາບໄດ້ຮັບຜົນດີ, ມີຄວາມເພິ່ງພໍໃຈ; ຈາກນັ້ນ, ທ່ານພ້ອມດ້ວຍຄະນະ ກໍໄດ້ລົງຢ້ຽມຢາມ ແລະ ມອບກະຕ່າຂອງຂວັນໃຫ້ພະນັກງານໃນກຳລັງປ້ອງກັນຄວາມສະຫງົບ ທີ່ກຳລັງນອນປີ່ນປົວຢູ່ໂຮງໝໍຕື່ມອີກ.