ວັນທີ 24 ມີນາ ຜ່ານມາ, ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ຈັດກອງປະຊຸມຂັ້ນວິຊາການວິທະຍາສາດ ຮ່ວມ 4 ສະຖາບັນການສຶກສາຊັ້ນສູງ ຄັ້ງທີ 3, ເປັນປະທານໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ, ມີບັນດາຜູ້ຕາງໜ້າຈາກ ວິທະຍາຄານສັນຕິບານປະຊາຊົນ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ວິທະຍາຄານເຕັກນິກການທະຫານ ພ້ອມດ້ວຍສູນ 206 ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ ເພື່ອປັບປຸງ, ຮັບຮອງເອົາ 1 ຫົວຂໍ້ໃຫຍ່ ທີ່ເປັນຫົວຂໍ້ກອງປະຊຸມສຳມະນາ ແລະ 8 ຫົວຂໍ້ນ້ອຍ ເປັນຫົວຂໍ້ວິທະຍາສາດຕິດພັນກັບຫົວຂໍ້ໃຫຍ່ ໃນການກະກຽມຄວາມພ້ອມ ເພື່ອຈັດກອງປະຊຸມສຳມະນາວິທະຍາສາດ ຮ່ວມ 4 ສະຖາບັນການສຶກສາ ທີ່ວິທະຍາຄານຕຳຫຼວດປະຊາຊົນ ເປັນເຈົ້າພາບ ເພື່ອຂໍານັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ.

ພ້ອມດຽວກັນນັ້ນ, ບັນດາຜູ້ຕາງໜ້າຈາກ 4 ສະຖາບັນການສຶກສາ ກໍໄດ້ຜັດປ່ຽນກັນຂຶ້ນສະເໜີ, ປະກອບຄຳຄິດຄໍາເຫັນ ຢ່າງມີວິທະຍາສາດ ແລະ ກົງໄປກົງມາ ໃນຫົວຂໍ້ “ ຄວາມເປັນລະບຽບຮຽບຮ້ອຍປອດໄພຂອງສັງຄົມ ແມ່ນໜ້າທີ່ພື້ນຖານໃຫ້ແກ່ການພັດທະນາປະເທດຊາດໃນເງື່ອນໄຂໃໝ່ “, ທັງນີ້ກໍເພື່ອເຮັດໃຫ້ມີຄວາມເປັນເອກະພາບກັນທາງຮູບການ ແລະ ເນື້ອໃນ.