ພິທີມອບ-ຮັບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ I (2018-2020) ໃຫ້ໜ່ວຍຊາວໜຸ່ມຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ຫ້ອງ 509) ປກສ ແຂວງຫົວພັນ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ໂດຍມີ ພົຈວ ແອນອຸ່ນ ອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ທ່ານ ວົງເພັດ ບຸນມະນີ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ, ມີເລຂາໜ່ວຍຊາວໜຸ່ມອ້ອມຂ້າງ, ຜູ້ຕາງໜ້າຈາກອົງການທີ່ກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ໜ່ວຍຊາວໜຸ່ມຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນໜ່ວຍໜຶ່ງທີ່ຂຶ້ນກັບ ຮາກຖານຊາວໜຸ່ມ ປກສ ແຂວງ, ມີສະມາຊິກທັງໝົດ 18 ສະຫາຍ ຍິງ 10 ສະຫາຍ, ເຂົ້າພັກສົມບູນ 9 ສະຫາຍ ຍິງ 5 ສະຫາຍ, ສຳຮອງ 3 ສະຫາຍ ຍິງ 1 ສະຫາຍ.

ໃນໄລຍະຜ່ານມາ, ໜ່ວຍຊາວໜຸ່ມ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານເປັນໝູ່ຄະນະ ເຊິ່ງໄດ້ເຂົ້າຮ່ວມຂະບວນການອອກແຮງງານທັງໝົດ 90 ຄັ້ງ, ອອກແຮງງານສ້າງລາຍຮັບເຂົ້າໜ່ວຍໄດ້ 3 ຄັ້ງ, ເປັນເງິນຈຳນວນ 3.000.000 ກີບ, ເຂົ້າຮ່ວມຂະບວນແຂ່ງຂັນກິລາ 9 ຄັ້ງ, ເຂົ້າຮ່ວມສະແດງສີລະປະຮັບໃຊ້ກອງປະຊຸມໃຫຍ່ຂອງແຂວງ 5 ຄັ້ງ ແລະ ໄດ້ເອົາໃຈໃສ່ສ້າງເສດຖະກິດພາຍໃນໜ່ວຍ ປຸກລະດົມໃຫ້ສະມາຊິກຊາວໜຸ່ມຈິງໃຈປະກອບສ່ວນສ້າງກອງທຶນ ດ້ວຍການຫັກເງິນເດືອນຂອງແຕ່ລະສະຫາຍ ຈຳນວນ 50.000 ຕໍ່ເດືອນ ເພື່ອມາເປັນກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ. ປັດຈຸບັນ, ພາຍໃນໜ່ວຍມີເງິນກອງທຶນທັງໝົດ  9 ລ້ານກວ່າກີບ ພ້ອມນີ້ພາຍໃນໜ່ວຍຍັງມີ 2 ຄອບຄົວ ທີ່ເປັນແບບຢ່າງໃນການສ້າງລາຍຮັບເພີ່ມດ້ວຍຮູບການປູກຝັງ, ລ້ຽງສັດ, ຄ້າ-ຂາຍຍ່ອຍນອກໂມງການ ເຊິ່ງສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ສະເລ່ຍ 25.000.000 ກີບຕໍ່ປີ.

ໃນໂອກາດດັ່ງນີ້, ຜູ້ຕາງໜ້າຈາກຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 184 ຂອງ ຄຊປປ ລາວ ແຂວງຫົວພັນ ວ່າດ້ວຍການມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນຳໜ້າໃຫ້ໜ່ວຍຊາວໜຸ່ມຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຫົວພັນ ທີ່ມີຜົນງານໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ເປັນກຽດມອບໂດຍ ທ່ານ ວົງເພັດ ບຸນມະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ.