ເວລາ 8:10 ໂມງ ຂອງວັນທີ 21 ມີນາ ຜ່ານມານີ້, ເກີດອຸບັດຕິເຫດລົດບັນທຸກ 6 ລໍ້ບັນທຸກໄມ້ ເຕັມຄັນລົດ ລົງຄ້ອຍດວຍຄວາມໄວ ພໍຮອດຈຸດທີ່ເປັນເສັ້ນທາງໂຄ້ງພູນໍ້າແປກ ຢູ່ເຂດບ້ານມົກຄະ ເມືອງໄຊ ແຂວງອຸດົມໄຊ ລົດເສຍຫຼັກປີ້ນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ ແລະ ບາດເຈັບສາຫັດ 2 ຄົນ.

ຮອ ອານົງເດດ ສີສະເກດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ແຂວງອຸດົມໄຊ ກ່າວວ່າ: ພາຍຫຼັງພະແນກຕຳຫຼວດຈະລາຈອນ ປກສ ແຂວງອຸດົມໄຊ ໄດ້ຮັບລາຍງານຈາກ ປກສ ກຸ່ມບ້ານ ເຂດນາງາມ ວ່າເກີດອຸບັຕິເຫດລົດບັນທຸກ 6 ລໍ້ ປີ້ນລົງເສັ້ນທາງໂຄ້ງພູນໍ້າແປກຢູ່ເຂດບ້ານມົກຄະ ເມືອງໄຊ ຈຶ່ງໄດ້ແຕ່ງຕັ້ງພະນັກງານ ວິຊາສະເພາະລົງສົມທົບກັບ ປກສ ກຸ່ມ ບ້ານ ລົງກວດກາຈຸດເກີດເຫດ ພົບພາຫະນະໃຊ້ການບໍ່ໄດ້ 1 ຄັນ, ຄົນໄດ້ຮັບບາດເຈັບສາຫັດ 2 ຄົນ ແລະ ຄົນ ເສຍຊີວິດຄາທີ່ 2 ຄົນ ມູນຄ່າເສຍຫາຍເບື້ອງຕົ້ນ 90.000.000 ກີບ.

ຜູ້ເສຍຊີວິດຈາກອຸບັດຕິເຫດໃນຄັ້ງນີ້ ຊື່: ທ້າວ ເບັນ ອາຍຸ 27 ປີ ຜູ້ຂັບຂີ່ລົດ ບັນທຸກ 6 ລໍ້, ສີຟ້າຍີ່ຫໍ້ລີຟານ ບໍ່ມີໝາຍເລກທະບຽນ ບັນທຸກໄມ້ດູ ມາແຕ່ທາງເມືອງແບງ ຈະມຸ້ງໜ້າໄປທາງເມືອງ ໄຊ ແລະ ທ້າວ ຈ້ອຍ ອາາຍຸ 23 ປີ ຜູ້ໂດຍສານ, ທັງສອງຢູ່ບ້ານໄລ່ໃຫ່ຍ ເມືອງແບງ ແຂວງອຸດົມໄຊ; ສ່ວນທ້າວ ນິນ ອາຍຸ 32 ປີ, ທ້າວ ນິດ ອາຍຸ 29 ປີ ທັງສອງເປັນຜູ້ໂດຍສານຢູ່ບ້ານ ໄລ່ໃຫ່ຍ ເມືອງແບງ ແມ່ນໄດ້ຮັບາດເຈັບສາຫັດ.