ວັນທີ 25 ມີນາ 2022, ໄດ້ມີກຸ່ມຄົນຈຳນວນໜຶ່ງ ໃຊ້ລົດຕ໊ອກໆ ຈຳນວນ 3 ຄັນ ບັນທຸກຢາເສບຕິດຫວັງສົ່ງຂ້າມຊາຍແດນໄປປະເທດກໍາປູເຈຍ ແຕ່ເຈົ້າໜ້າທີ່ ປກຊ ແລະ ປກສ ປະຈຳດ່ານປະເພນີດົງກະລໍ ເມືອງໂຂງ ແຂວງຈໍາປາສັກ ສະກັດຈັບໄດ້ແຕ່ຢາໂຄເຄນ ນໍ້າໜັກກວ່າ 600 ກິໂລກຼາມ.

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ:

ໃນເວລາ 2:00 (ກາງຄືນ) ຂອງວັນທີ 25 ມີນາ 2022, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ສົມທົບກັບ ເຈົ້າໜ້າທີ່ທະຫານ ຄໍ 526 ປະຈຳຢູ່ດ່ານດົງກະລໍ ເມືອງໂຂງ ໄດ້ພາກັນອອກລາດຕະເວນຕາມຂອບເຂດຊາຍແດນ ລາວ-ກຳປູເຈຍ ໄດ້ພົບເຫັນຄົນຂັບລົດຕ໊ອກໆ ຈຳນວນ 3 ຄັນ ຂີ່ມາຕາມເສັ້ນທາງແລວໄຟຟ້າແຮງສູງ ຢູ່ທາງຫຼັງດ່ານຊາຍແດນດົງກະລໍ ກຳລັງຈະມຸ່ງໜ້າໄປປະເທດກຳປູເຈຍ.

ເຈົ້າໜ້າທີ່ໄດ້ບອກໃຫ້ພວກກ່ຽວຢຸດລົດ ແຕ່ພວກກ່ຽວໄດ້ອາໄສຄວາມມືດຫຼົບໜີເຂົ້າປ່າ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດຄົ້ນລົດຕ໊ອກໆທັງ 3 ຄັນ ພົບເຫັນຢາເສບຕິດ ປະເພດໂຄເຄນ ຈໍານວນ 32 ກະສອບ ມີ 640 ຖົງ ນໍ້າໜັກ 640 ກິໂລກຼາມ.

ເຈົ້າໜ້າທີ່ ໄດ້ຢືດລົດ ແລະ ຢາເສບຕິເສບຈໍານວນດັ່ງກ່າວໄວ້ເປັນຂອງກາງ, ສ່ວນຜູ້ຖືກຫາ ເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວ ເພື່ອນຳຈັບມາດຳເນີນຄະດີ.