ກົມກວດກາ-ກວດການ ກະຊວງ ປກສ ໄດ້ສະຫຼຸບວຽກງານ ປະຈໍາໄຕມາດ I ແລະ ວາງທິດທາງແຜນການ ປະຈໍາໄຕມາດ II ປີ 2022 ໃນວັນທີ 30 ມີນາ ຜ່ານມາ, ເປັນປະທານໂດຍ ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ, ມີຄະນະພັກ-ຄະນະບັນຊາ, ຄະນະພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ

ພັອ ສຸພັນທອງ ໄຄ້ຍະວົງ ຮອງຫົວໜ້າກົມກວດກາ-ກວດການ ກ່າວວ່າ:

ໄລຍະຜ່ານມາ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ຢູ່ພາຍໃນກົມເປັນປົກກະຕິ ເປັນຕົ້ນແມ່ນ ການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄື ກົດໝາຍຂອງກໍາລັງ ປກສ. ນອກນັ້ນ, ກໍໄດ້ເອົາໃຈໃສ່ໃນການປະຕິບັດບັນດາມາດຕະການກ່ຽວກັບ ການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ຜ່ານຂະບວນການດັ່ງກ່າວ ເຫັນວ່າ: ແຕ່ລະສະຫາຍແມ່ນມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ຫ້າວຫັນເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ ເປັນຕົ້ນແມ່ນ ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ໃນວຽກງານຄົ້ນຄວ້າສັງລວມ, ວາງແຜນການ, ສະຫຼຸບ, ສ່ອງແສງລາຍງານໃຫ້ຂັ້ນເທິງເປັນປົກກະຕິ, ເປັນເຈົ້າການປະສານສົມທົບກົມກອງອ້ອມຂ້າງ ແລະ ປກສ ທ້ອງຖິ່ນ ເພື່ອຮັບປະກັນເຮັດໃຫ້ວຽກງານຂອງກົມກອງໄດ້ເຄື່ອນໄຫວມີປະສິດທິພາບສູງ ເຊິ່ງສະແດງອອກບາງວຽກງານທີ່ພົ້ນເດັ່ນ ຄື:

ຕ້ອນຮັບພົນລະເມືອງທີ່ມາພົວພັນຕໍ່ກັບຄໍາຮ້ອງ ແລະ ຄົ້ນຄວ້າຄໍາຮ້ອງມີ 11 ເລື່ອງ, ໜັງສືທາງລັດຖະການ 4 ເລື່ອງ, ແຈ້ງຕອບ 1 ເລື່ອງ, ບົດລາຍງານ 1 ເລື່ອງ, ສະໂນດນໍາສົ່ງ 1 ເລື່ອງ.

ໄດ້ສະຫຼຸບແຜນປີ 2022 ແລະ ຜ່ານແຜນງົບປະມານ ປະຈໍາປີ 2023 ສົ່ງໃຫ້ກົມໃຫຍ່ພະລາທິການ ປກສ, ສ້າງເອກະສານຖອນເງິນເດືອນ, ເງິນນໍ້າມັນ, ໂທລະສັບ ປະຈໍາເດືອນມີນາ 2022, ໄດ້ພົວພັນປ້າຍເຄື່ອນໄຫວ, ເອກະສານລົດນໍາ ກົມຕໍາຫຼວດຈາລະຈອນ, ສ້າງບົດສະຫຼຸບງົບປະມານ ຂັ້ນ II ປະຈໍາເດືອນມັງກອນ 2022.

ໄດ້ເຂົ້າຮ່ວມກວດກາໂຄງການກໍ່ສ້າງຄ້າຍຄຸມຂັງ ແຂວງຈໍາປາສັກ ແລະ ແຂວງຫຼວງພະບາງ, ເຂົ້າຮ່ວມກອງປະຊຸມວຽກງານພະລາທິການ ປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2022, ເຂົ້າຮ່ວມສະເພາະກິດກວດກາຜູ້ຖືກຫາ ແລະ ນັກໂທດ, ໄດ້ເຮັດໃບຢຸດຈ່າຍອຸປະໂພກ, ເງິນເດືອນໃຫ້ນາຍ ແລະ ພົນຕໍາຫຼວດ ໄປຮຽນຈໍານວນ 5 ສະຫາຍ.

ວຽກງານແກ້ໄຂຄໍາສະເໜີ ແລະ ຄໍາຮ້ອງ: ຄໍາຮ້ອງຄ້າງມາແຕ່ໄຕມາດ IV ໃນປີ 2021 ມີ 34 ເລື່ອງ, ຄໍາຮ້ອງທີ່ເຂົ້າມາໃນໄຕມາດ I ໃນປີ 2022 ມີ 7 ເລື່ອງ ລວມທັງໝົດມີ 41 ເລື່ອງ, ແກ້ໄຂສໍາເລັດ ຈໍານວນ 9 ເລື່ອງ, ສືບຕໍ່ແກ້ໄຂຄໍາຮ້ອງ ຈໍານວນ 32 ເລື່ອງ, ຄໍາຮ້ອງຢູ່ອ້ອມຂ້າງກະຊວງມີ 25 ເລື່ອງ ແລະ ຢູ່ທ້ອງຖິ່ນມີ 7 ເລື່ອງ.

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມຮໍ່າຮຽນເອກະສານແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນເຊື້ອຂອງພັກ, ຂອງຊາດ ແລະ ຂອງກໍາລັງ ເພື່ອຮັບຮູ້ເຊື່ອມຊຶມກໍາແໜ້ນເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີທີ່ເຂົ້າໃໝ່ ແລະ ແຈ້ງຕອບກ່ຽວກັບຄໍາຮ້ອງ-ຄໍາສະເໜີທີ່ໄດ້ສໍາເລັດການກວດກາແລ້ວກວດຄືນ.

ໂອກາດດັ່ງກ່າວ ຍັງໄດ້ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ, ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 61 ປີ ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 40 ປີ, ເຊິ່ງປາຖະກະຖາໂດຍ ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ.