ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ ໂດຍແມ່ນ ພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ; ເປັນກຳລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ; ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເວລາໃດກໍມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະເດັດດ່ຽວໜຽວແໜ້ນບໍ່ຍອມຈຳນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ; ສະນັ້ນ, ເນື່ອງໃນໂອກາດຂໍ່ານັບຮັບຕ້ອນສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເຊິ່ງເປັນວັນປະຫວັດສາດສຳຄັນຂອງຊາດຂອງພັກ, ຂອງກຳລັງປ້ອງກັນຄວາມສະຫງົບ ທີ່ໝູນວຽນມາບັນຈົບຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022), ການນຳຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ນຳໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ໄດ້ນໍາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ໃນວັນທີ 31 ມີນາ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການເຄື່ອນໄຫວຊີ້ນຳ-ນຳພາ ກຳລັງປ້ອງກັນຄວາມສະຫງົບ ໂດຍໄດ້ຮັບການນໍາພາ-ຊີ້ນຳເດັດຂາດ, ໂດຍກົງ ແລະ ຮອບດ້ານຈາກພັກ-ລັດຖະບານ ໄດ້ຮັບການໃກ້ຊິດຕິດແທດ, ອູ້ມຊູຊ່ວຍເຫຼືອຈາກການຈັດຕັ້ງຂັ້ນເທິງໃນການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະທີ່ຜ່ານມາ, ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ, ສາມາດຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໃຫ້ການຮ່ວມມືອູ້ມຊູຊ່ວຍເຫຼືອກຳລັງປ້ອງກັນຄວາມສະຫງົບໂດຍດີຕະຫຼອດມາ.

ພ້ອມກັນນັ້ນ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳຂັ້ນສູງ ກະຊວງ ປກສ ກໍຄື ພະນັກງານ-ນັກຮົບ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ທີ່ເວລາໃດກໍເຮັດຫຼ້ອນໜ້າທີ່-ທີ່ໄດ້ຮັບມອບໝາຍ ສົມເປັນກຳລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ. ນອກນັ້ນ, ສະຫາຍ ຍັງໂອ້ລົມໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະນຳຂັ້ນສູງ ກະຊວງ ປກສ ເພື່ອນຳໄປຈັດຕັ້ງປະຕິບັດເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ເປັນກຳລັງປະກອບອາວຸດທີ່ເຂັ້ມແຂງຂອງພັກ, ເປັນກຳລັງທີ່ມີຄວາມທັນສະໄໝຮອບດ້ານເທື່ອລະກ້າວ ເປັນຕົ້ນແມ່ນ:

ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ຮັກສາ 3 ທາດແທ້ 7 ມູນເຊື້ອ ຂອງກຳລັງປ້ອງກັນຄວາມສະຫງົບ, ມີຄວາມສາມັກຄີພາຍໃນຢ່າງໜັກແໜ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຮັກສາໄດ້ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທົ່ວສັງຄົມ, ພ້ອມກັນສຸມໃສ່ວຽກງານລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ ເພື່ອປຸກລະດົມພໍ່-ແມ່ປະຊາຊົນຢູ່ທ້ອງຖິ່ນຮາກຖານ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະແມ່ນ ວາລະແຫ່ງຊາດວ່າດ້ວຍ ການແກ້ໄບບັນຫາຢາເສບຕິດ ໃຫ້ມີຜົນສຳເລັດຕາມກຳນົດເວລາທີ່ໄດ້ກຳນົດໄວ້; ພ້ອມກັນເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍສ້າງໃຫ້ມີພະນັກງານສືບທອດປ່ຽນແທນ ໃນໄລຍະສັ້ນ ແລະ ຍາວນານ, ຊຸກຍູ້ສົ່ງເສີມໃຫ້ນາຍ ແລະ ພົນຕຳຫຼວດ ໄດ້ມີການຍົກລະດັບຄວາມຮູ້-ຄວາມສາມາດ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ແລະ ພ້ອມກັນເອົາໃຈໃສ່ສ້າງພະລາກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳຫຼວດ ຕາມທິດເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ຍັງໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ກະຊວງ ປກສ ກໍຄື ນາຍ ແລະ ພົນຕຳຫຼວດທົ່ວກຳລັງ ປກສ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ພັກ-ລັດຖະບານ ໂດຍສະເພາະແມ່ນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍາມໃດກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດຊີ້ນຳ-ນຳພາຕໍ່ກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຂໍອວຍໄຊໃຫ້ສະຫາຍ ຈົ່ງມີແຕ່ພາລະນາໄມທີ່ສົມບູນດີ, ສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ອັນມີກຽດ, ສືບຕໍ່ຊີ້ນຳ-ນຳພາກຳລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.