ວັນທີ 31 ມີນາ ຜ່ານມາ, ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (512) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022), ປາຖະກະຖາໂດຍ ພັອ ປອ ບັນເທົາ ພິມພິສານ ຮອງຫົວໜ້າກົມ 512, ມີຄະນະພັກ-ຄະນະກົມ ພ້ອມດ້ວຍພະແນກ, ຫ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ປອ ບັນເທົາ ພິມພິສານ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 61 ປີຜ່ານມາ, ຍົກໃຫ້ເຫັນທາດແທ້ ແລະ ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ກຳລັງປ້ອງກັນຄວາມສະຫງົບ ແມ່ນກຳລັງປະກອບອາວຸດອັນແຫຼມຄົມ ໂດຍແມ່ນ ພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ, ນຳພາເດັດຂາດ, ໂດຍກົງຮອບດ້ານ, ເປັນກຳລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍມີມູນເຊື້ອຕໍ່ສູ້ຢ່າງອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ.

ການປາຖະກະຖາຄັ້ງນີ້ ກໍເພື່ອເປັນການໂຄສະນາເຜີຍແຜ່ໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບ ພາຍໃນກົມ 512 ໄດ້ຮັບຮູ້ ແລະ ເຊື່ອມຊຶມມູນເຊື້ອແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ຕະຫຼອດໃນໄລຍະ 61 ປີຜ່ານມາ, ພ້ອມທັງກໍາແໜ້ນ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.