ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ຖະແຫຼງຂ່າວວ່າ:

  • ຂໍສະແດງຄວາມເຄົາລົບ ແລະ ນັບຖືຢ່າງສູງ ການນຳພັກ-ລັດ, ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ!
  • ບັນດາສະຫາຍຄະນະພັກ, ຄະນະບັນຊາ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ທີ່ນັບຖື ແລະ ຮັກແພງ

ກ່ອນອື່ນ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ວັນທີ 5 ເມສາ ເຊິ່ງແມ່ນວັນກຳເນີດ ກໍຄື ວັນແຫ່ງການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຂອງພວກເຮົາ; ຄືຮູ້ນໍາກັນແລ້ວວ່າ: ພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ ແລະ ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນກໍາລັງທີ່ແຫຼມຄົມຂອງພັກ, ທີ່ມີຄວາມຈົງຮັກພັກດີ ແລະ ສັດຊື່ບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ປະຕິບັດຕາມການຕົກລົງຂອງ ກົມການເມືອງສູນກາງພັກ ແລະ ລັດຖະບານເຮົາ ເຫັນດີອະນຸມັດຮັບຮອງເອົາວັນທີ 5 ເມສາ 1961 ເປັນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ. ມາຮອດວັນທີ 5 ເມສາ 2022 ນີ້ ໄດ້ບັນຈົບຄົບຮອບ 61 ປີພໍດີ; ສະນັ້ນ, ຂ້າພະເຈົ້າຂໍມີຄຳເຫັນເພື່ອເປັນການຫວນຄືນມູນເຊື້ອອັນອົງອາດກ້າຫານ ແລະ ສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍສັງເຂບດັ່ງນີ້:

ກ່ອນໜ້ານີ້, ໄລຍະແຕ່ຊຸມປີ 1950 ຢູ່ຖານທີ່ໝັ້ນການປະຕິວັດ, ກອງປະຊຸມແນວລາວຕໍ່ຕ້ານທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານຂຶ້ນ ເພື່ອຕໍ່ສູ້ຕ້ານພວກຈັກກະພັດ; ມາຮອດປີ 1954 ເພື່ອປົກປັກຮັກສາການນໍາຂອງພັກ ແລະ ອົງການປົກຄອງປະຕິວັດ ຢູ່ 2 ແຂວງເຕົ້າໂຮມ “ຫົວພັນ ແລະ ຜົ້ງສາລີ”, ລັດຖະບານແນວລາວອິດສະຫຼະ ໄດ້ຕົກລົງສ້າງຕັ້ງກຳລັງປ້ອງກັນຂຶ້ນ ແລະ ມາຮອດທ້າຍປີ 1954 ໃນໂອກາດສະເຫຼີມສະຫຼອງ ວັນປະກາດເອກະລາດ ຄົບຮອບ 9 ປີ ແລະ ສະເຫຼີມສະຫຼອງໄຊຊະນະໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ, ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຈຶ່ງໄດ້ສ້າງຕັ້ງ “ຄະນະສັນຕິລາດສູນກາງ”  ຂຶ້ນຢ່າງເປັນທາງການ ຢູ່ບ້ານເດີຍ, ຕາແສງເມືອງໂສຍ, ແຂວງຫົວພັນ ພາຍໃຕ້ການຊີ້ນຳໂດຍກົງຂອງ ທ່ານ ພູມີ ວົງວິຈິດ; ປີ 1957 ເພື່ອກຽມໃຫ້ແກ່ການປ້ອງກັນຜູ້ນຳເຂົ້າລວມລາວ ຄັ້ງທີ 1, ສູນກາງພັກໄດ້ຕົກລົງປ່ຽນຊື່ຈາກ “ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນພາຍໃນ” ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານປະສົມ ຄັ້ງທີ 1.

ມາເຖິງໄລຍະແຕ່ວັນທີ 5-12 ເມສາ 1961, ສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະຂຶ້ນຢູ່ຄັງໄຂ ແຂວງຊຽງຂວາງ; ໂດຍກອງປະຊຸມໄດ້ຄົ້ນຄວ້າຕົກລົງຫຼາຍບັນຫາທີ່ສຳຄັນກ່ຽວກັບ ການປະຕິວັດຢູ່ລາວໃນສະເພາະໜ້າ ແລະ ຍາວນານ. ໃນນັ້ນ, ໄດ້ຕົກລົງປັບປຸງ, ກໍ່ສ້າງກຳລັງປ້ອງກັນພາຍໃນຢູ່ຂອບເຂດທົ່ວປະເທດ ເພື່ອປົກປັກຮັກສາການນຳຂອງພັກ, ຂອງແນວລາວຮັກຊາດ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ພ້ອມນັ້ນ, ກອງປະຊຸມຍັງໄດ້ຕົກລົງປ່ຽນຊື່ຈາກ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ໂດຍແມ່ນ ທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ ແລະ ຕໍ່ມາໄດ້ມອບໃຫ້ ທ່ານ ຊົມຊື່ນ ຄຳພິທູນ ເປັນຜູ້ບັນຊາຕົວຈິງ; ຮອດປີ 1965, ສູນກາງພັກ ໄດ້ປັບປຸງກົງຈັກການຈັດຕັ້ງຂອງບັນດາຫ້ອງການອ້ອມຂ້າງສູນກາງ ເຊິ່ງປ່ຽນຊື່ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ“ ມາເປັນ “ຫ້ອງການສັນຕິລາດສູນກາງ“; ພາຍຫຼັງປະເທດຊາດໄດ້ສະຖາປະນາເປັນ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກົງຈັກການຈັດຕັ້ງຂອງກໍາລັງປ້ອງກັນຄວາມສະຫງົບ ໄດ້ປ່ຽນຊື່ຈາກ “ຫ້ອງການສັນຕິລາດສູນກາງ“ ມາເປັນ “ກະຊວງພາຍໃນ“ ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່; ປີ 2003, ພັກ ແລະ ລັດຖະບານ ໄດ້ຕົກລົງປ່ຽນຊື່ “ກະຊວງພາຍໃນ“ ມາເປັນ “ກະຊວງປ້ອງກັນຄວາມສະຫງົບ“; ບົນພື້ນຖານ ແລະ ເຫັນໄດ້ຄວາມສຳຄັນຜ່ານໄລຍະປະຫວັດສາດດັ່ງກ່າວ ກົມການເມືອງສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ຕົກລົງຮັບຮອງເອົາ ວັນສ້າງຕັ້ງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍລັດຖະບານອອກດຳລັດ ສະບັບເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ.

ການກຳເນີດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີຄວາມໝາຍສຳຄັນທາງດ້ານການເມືອງອັນໃຫຍ່ຫຼວງ ໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີ; ກຳລັງປ້ອງກັນຄວາມສະຫງົບພວກເຮົາ ທັງເຄື່ອນໄຫວປ້ອງກັນ, ເຝິກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່ ແລະ ລົງຂົນຂວາຍກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງອຸ້ມຊູຊ່ວຍເຫຼືອຈາກປະຊາຊົນຕະຫຼອດມາ; ເຖິງວ່າໃນເບື້ອງຕົ້ນ ກຳລັງພວກເຮົາຍັງອ່ອນນ້ອຍ, ການປະກອບອາວຸດ, ພາຫະນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ກຳລັງປ້ອງກັນຄວາມສະຫງົບ ໄດ້ເດັດດ່ຽວເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫຼ່ງຕີນມືຂາຍຊາດ.

61 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານອັນສູງສົ່ງ, ວິລະກໍາອັນພິລະອາດຫານ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກເຮົາ, ກຳລັງພວກເຮົາໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ ໃນການປະຕິບັດໜ້າທີ່ການເມືອງ, ທັງປະສານກົມກຽວ ແລະ ຕໍ່ສູ້ຢ່າງມີໄຊ ຕິດພັນກັບ ການອອກແຮງປັບປຸງ, ກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ.

ຕະຫຼອດໄລຍະ 47 ປີ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກເຮົາ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກຳລັງປະກອບອາວຸດປະຕິວັດ ເວົ້າລວມ, ເວົ້າສະເພາະ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກາຍເປັນກຳລັງຫຼັກແຫຼ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ປະຕິບັດຂະບວນການຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ ຢ່າງແຂງແຮງ; ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ ກໍຄື ທາດແທ້, ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ; ຝຶກຝົນຫຼ່ໍຫຼອມທັດສະນະຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປັບປຸງ, ກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ນັບເຂັ້ມແຂງໃນທຸກດ້ານ, ຮູ້ອີງໃສ່ກຳລັງແຮງສັງລວມຂອງທົ່ວປວງຊົນ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ປັບປຸງອົງການປົກຄອງທ້ອງຖິ່ນ, ຊ່ວຍເຫຼືອປະຊາຊົນປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ, ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ, ເຊື່ອໝັ້ນກຳລັງປ້ອງກັນຄວາມສະຫງົບ; ສາມາດທັບມ້າງກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ແຊກຊຶມ ແລະ ການເຄື່ອນໄຫວເກາະຜິດ, ບຽດຢຶດຊາຍແດນຂອງອິດທິກຳລັງປະຕິການໄດ້ຢ່າງທັນການ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ.

ຜ່ານການປະຕິບັດໜ້າທີ່ການເມືອງຂອງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕະຫຼອດໄລຍະທີ່ຜ່ານມາ, ພັກ-ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້; ເຖິງແມ່ນວ່າໄລຍະຜ່ານມາ ສະພາບສາກົນ, ພາກພື້ນ ແລະ ພາຍໃນປະເທດ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍຕາມ, ແຕ່ກຳລັງປ້ອງກັນຄວາມສະຫງົບພວກເຮົາ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບສູງໃນການນຳພາ-ຊີ້ນຳ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບ ຕໍ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ.

ກຳລັງປ້ອງກັນຄວາມສະຫງົບ ຍັງສາມາດຮັກສາບົດບາດເປັນແກ່ນສານ ແລະ ເປັນກຳລັງອັນແຫຼມຄົມຂອງພັກ ໃນການຮັບປະກັນຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ສ້າງເງື່ອນໄຂເອື້ອອໍານວຍໃນການພັດທະນາເສດຖະກິດ-ສັງຄົມ.

ຈາກຜົນສຳເລັດທີ່ພວກເຮົາຍາດມາໄດ້ ໃນໄລຍະຜ່ານມານັ້ນ ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກຳລັງປ້ອງກັນຄວາມສະຫງົບ; ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດໃນກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ຕັ້ງໜ້າທຸ່ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ອັນໄດ້ສະແດງໃຫ້ເຫັນວ່າ ພາຍໃຕ້ການນຳພາຂອງພັກ ກຳລັງປ້ອງກັນຄວາມສະຫງົບ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກຳລັງປະກອບອາວຸດປະຕິວັດ, ຍາມໃດກໍກຽມພ້ອມຮັບໃຊ້ຕາມຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ປະຊາຊົນດ້ວຍຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ແລະ ຍາມໃດກໍ່ເດັດດ່ຽວໜຽວແໜ້ນ, ກ້າວເດີນຕາມອຸດົມການສັງຄົມນິຍົມຂອງພັກ.

ບົນເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ພັກເຮົາໄດ້ກຳນົດທິດທາງໜ້າທີ່ແຫ່ງການສືບຕໍ່ແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ; ພ້ອມກັນນັ້ນ, ກໍໄດ້ວາງຄາດໝາຍສູ້ຊົນທີ່ມີລັກສະນະທ້າທາຍ ແລະ ເປັນຍຸດທະສາດ ເພື່ອສ້າງພື້ນຖານໃຫ້ແກ່ບາດລ້ຽວໃໝ່ໃນການພັດທະນາ  ເພື່ອນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາເທື່ອລະກ້າວ ໂດຍການສ້າງບາດກ້າວບຸກທະລຸທັງ 4 ດ້ານໃຫ້ເປັນຈິງ; ປັດຈຸບັນ, ພວກເຮົາມີທັງຂໍ້ສະດວກ, ເງື່ອນໄຂທີ່ເອື້ອອຳນວຍ ແລະ ມີທັງສິ່ງທ້າທາຍທົດສອບ; ສະພາບແວດລ້ອມສາກົນ ແລະ ພາກພື້ນຍັງ ສືບຕໍ່ຜັນແປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ; ໃນນັ້ນ, ມີບາງດ້ານກໍມີລັກສະນະທ້າທາຍຕໍ່ຄວາມໝັ້ນຄົງ ແລະ ການສ້າງສາພັດທະນາປະເທດຊາດຂອງພວກເຮົາ.

ໄປຄຽງຄູ່ກັບບັນຫາດັ່ງກ່າວ ກໍມີຫຼາຍດ້ານທີ່ເອື້ອອຳນວຍ, ທັງນີ້ກໍຍ້ອນການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອພັດທະນາບົນພື້ນຖານຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ ຍັງເປັນທ່າອ່ຽງລວມຂອງຍຸກສະໄໝ; ໂດຍກຳແໜ້ນທ່າອຽງລວມດັ່ງກ່າວ, ພັກ, ລັດຖະບານເຮົາ ເວລາໃດກໍໄດ້ເຊີດຊູສະຕິເປັນເຈົ້າໃນການກຳແໜ້ນ ແລະ ໝູນໃຊ້ກາລະໂອກາດອຳນວຍເຂົ້າໃນການສ້າງສາພັດທະນາປະເທດຊາດ ໄປຄຽງຄູ່ກັບການ ຈຳກັດດ້ານຫຍໍ້ທໍ້ທີ່ບໍ່ເປັນຜົນດີໃຫ້ໝົດໄປເທື່ອລະກ້າວ.

ສຳລັບກຳລັງປ້ອງກັນຄວາມສະຫງົບພວກເຮົາ ເຖິງແມ່ນວ່າໄດ້ເຮັດສຳເລັດໜ້າທີ່ ແລະ ມີຜົນງານຢ່າງຫຼວງຫຼາຍກໍ່ຕາມ ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ ໂດຍສະເພາະ ການປະຕິບັດໜ້າທີ່ການເມືອງຂອງຕົນ ເຫັນວ່າຍັງມີຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງຕັ້ງໜ້າ ແລະ ເຂັ້ມແຂງຮອບດ້ານ.

ຕໍ່ໜ້າສະພາບການດັ່ງກ່າວ ເພື່ອຕອບສະໜອງກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ໃນໂອກາດລະນຶກ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 61 ປີ, ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງນາຍ ແລະ ພົນຕໍາຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ເພື່ອພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າ ດັ່ງນີ້:

1. ສືບຕໍ່ເຊື່ອມຊຶມກຳແໜ້ນ ແລະ ຈັດຕັ້ງແນວທາງປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປະຕິບັດມະຕິວ່າດ້ວຍ ການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່; ຄໍາສັ່ງວ່າດ້ວຍ ການເພີ່ມທະວີ ແລະ ແກ້ໄຂບັນຫາຢາເສບຕິດ; ຄໍາສັ່ງວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ທັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ແລະ ບັນດານິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນແຜນຍຸດທະສາດ, ເປັນແຜນງານ ແລະ ໂຄງການທີ່ນອນໃນຄວາມຮັບຜິດຊອບໃຫ້ໄດ້ຮັບໝາກຜົນຕົວຈິງ ໄປພ້ອມກັບ ການຍູ້ແຮງເຮັດໃຫ້ບັນຫາດັ່ງກ່າວ ກາຍເປັນພັນທະຂອງທົ່ວສັງຄົມ ແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມໃຫ້ມີຄວາມໜັກແໜ້ນ.

2. ອອກແຮງປັບປຸງ, ກໍ່ສ້າງພັກ, ກໍ່ສ້າງພະນັກງານ ໃນກຳລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງທຸກດ້ານ; ເຊີດຊູບົດບາດການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກຕໍ່ທຸກຂົງເຂດວຽກງານປ້ອງກັນຄວາມສະຫງົບ; ເພີ່ມທະວີປັບປຸງ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ  ແລະ ມີແບບແຜນກ້າວສູ່ຄວາມທັນສະໄໝ ຕິດພັນກັບ ການກໍ່ສ້າງກໍາລັງໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ວິຊາການຕ່າງໆໃຫ້ຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ; ເປັນກຳລັງທີ່ຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ; ເປັນເຈົ້າການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນກຳລັງ ໂດຍສະເພາະການສວຍໃຊ້ສິດໜ້າທີ່ ເພື່ອຫາຜົນປະໂຫຍດບໍ່ຖືກຕ້ອງ, ລະເມີດລະບຽບກົດໝາຍ ທັງສຸມໃສ່ຕ້ານປະກົດການຫັນປ່ຽນດ້ວຍຕົນເອງ ແລະ ເສື່ອມຄຸນປ່ຽນທາດເອງ ຢ່າງແຂງແຮງ.

3. ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ ຕາມທິດ 3 ສ້າງ, ເປັນເຈົ້າການປ້ອງກັນ, ສະກັດກັ້ນ, ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ; ຮັບປະກັນບໍ່ໃຫ້ເກີດເຫດການຄວາມບໍ່ສະຫງົບທາງດ້ານການເມືອງທີ່ຮ້າຍແຮງ ແລະ ສົ່ງຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ.

5. ຕັ້ງໜ້າຜັນຂະຫຍາຍຍຸດທະສາດ ແລະ ແຜນງານດ້ານພະລາທິການຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ໂດຍສຸມໃສ່ສືບຕໍ່ປັບປຸງ, ຍົກສູງຄຸນນະພາບວຽກງານພະລາທິການຮອບດ້ານ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສຸມໃສ່ສ້າງ, ປັບປຸງກົນໄກ, ລະບຽບການທັງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການເຄື່ອນໄຫວວຽກງານພະລາທິການຂອງກົມກອງໃຫ້ມີປະສິດທິຜົນ.

6. ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ປະຕິບັດນະໂຍບາຍເຊື່ອມໂຍງພາກພື້ນ ແລະ ສາກົນ ໃຫ້ມີປະສິດທິຜົນ ໂດຍສຸມໃສ່ການພົວພັນຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບປະເທດເພື່ອນມິດຍຸດທະສາດ, ອົງການຕຳຫຼວດອາຊຽນ ແລະ ອົງການຕຳຫຼວດສາກົນ ຢ່າງມີການເລືອກເຟັ້ນ; ສົມທົບແໜ້ນລະຫວ່າງການເຊີດຊູນໍ້າໃຈຮັກຊາດ, ຍົກສູງສະຕິເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກັບການຍາດແຍ່ງເອົາກຳລັງແຮງ ແລະ ກາລະໂອກາດທີ່ອຳນວຍຂອງຍຸກສະໄໝ ແລະ ສາກົນ, ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມສະຫງົບ, ການເຊີດຊູບົດບາດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ພິເສດ, ປັດຈຸບັນນີ້ ປະເທດພວກເຮົາກໍາລັງປະສົບກັບການລະບາດຮອບໃໝ່ຂອງພະຍາດໂຄວິດ-19 ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນ ຕະຫຼອດຮອດພະນັກງານ, ນາຍ ແລະ ພົນຕໍາຫຼວດທົ່ວປະເທດ ພ້ອມກັນຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດຂັ້ນສູນກາງ ກໍຄື ຂັ້ນທ້ອງຖິ່ນ ວາງອອກຢ່າງເຂັ້ມງວດ.

ຕະຫຼອດໄລຍະ 61 ປີຜ່ານມາ, ພວກເຮົາໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ, ມີກຽດສະຫງ່າ, ເຊິ່ງເປັນພື້ນຖານອັນໜັກແໜ້ນ ໃນການປັບປຸງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ມີແບບແຜນກ້າວໄປສູ່ຄວາມທັນສະໄໝ.

ເພື່ອອະນາຄົດອັນສົດໃສຂອງປະເທດຊາດ, ພວກເຮົາຈົ່ງພ້ອມກັນເສີມຂະຫຍາຍທາດແທ້, ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະທີ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີກວ່າເກົ່າ, ນຳພາກຳລັງພວກເຮົາ ກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ຖືເອົາໂອກາດທີ່ມີຄວາມໝາຍສຳຄັນນີ້ ແຈ້ງໃຫ້ທົ່ວສັງຄົມຮູ້ວ່າ: ສໍາລັບການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 61 ປີ ເຊິ່ງຢູ່ໃນໄລຍະການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາ, ເພື່ອປ້ອງກັນຄວບຄຸມພະຍາດດັ່ງກ່າວ ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ຕົກລົງຈັດຕັ້ງພຽງບາງກິດຈະກໍາດ້ວຍຮູບການກະທັດຮັດ, ໂດຍລວມແລ້ວ ກໍໄດ້ກະກຽມ ແລະ ຈັດຕັ້ງປະຕິບັດສຳເລັດຫຼາຍກິດຈະກຳ ເປັນຕົ້ນ:

ການດຳເນີນຊີວິດການເມືອງໃນທົ່ວກຳລັງ, ຂະບວນການເຄື່ອນໄຫວວິຊາສະເພາະ, ຂະບວນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຂະບວນການກິລາ, ສິລະປະ ແລະ ປະດັບປະດາກົມກອງ; ຍັງພຽງບາງກິດຈະກໍາທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ແຕ່ນີ້ຮອດວັນສ້າງຕັ້ງກຳລັງໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເຊັ່ນ: ການລົງຢ້ຽມຢາມພະນັກງານອາວຸໂສບໍານານ, ຢ້ຽມຢາມພະນັກງານທີ່ເຈັບປ່ວຍ ແລະ ອວຍພອນການນໍາຂັ້ນສູງຂອງພັກ-ລັດ; ມາຮອດປັດຈຸບັນ, ການກະກຽມດ້ານຕ່າງໆ ແມ່ນມີຄວາມພ້ອມຮອບດ້ານ; ສະນັ້ນ, ຈຶ່ງຂໍແຈ້ງເປັນທາງການຜ່ານການຖະແຫຼງຂ່າວຄັ້ງນີ້ ເພື່ອໃຫ້ທຸກພາກສ່ວນ ແລະ ທົ່ວສັງຄົມໄດ້ຮັບຊາບ.

ທ້າຍສຸດນີ້, ຂໍອວຍພອນໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນຳພາປະເທດຊາດ ກໍຄື ກຳລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.

ຂໍອວຍພອນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນເບີກບານມ່ວນຊື່ນຕໍ່ວັນປະຫວັດສາດສຳຄັນຂອງພວກເຮົາ ແລະ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ຂໍອວຍພອນໃຫ້ພະນັກງານປະຕິວັດອາວຸໂສ, ພະນັກງານລັດຖະກອນ, ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ ອູ້ມຊູຊ່ວຍເຫຼືອກໍ່ສ້າງກຳລັງປ້ອງກັນຄວາມສະຫງົບພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

(ຂໍຂອບໃຈ)