ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຈັດພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022) ໃນວັນທີ 31 ມີນາ 2022, ປາຖະກະຖາໂດຍ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີພະນັກງານຫຼັກແຫຼ່ງ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ໂຮງຮຽນ ປກສ ຊັ້ນຕົ້ນ ເຂົ້າຮ່ວມ.

ພົຈວ ໄຊສີ ແກ້ວສະຫງ່າ ໄດ້ຍົກໃຫ້ເຫັນມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ສ້າງຕັ້ງຂຶ້ນໃນວັນ 5 ເມສາປີ 1961 ໂດຍແມ່ນ ພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເປັນກຳລັງທີ່ມາຈາກປະຊາຊົນໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ກຳລັງປ້ອງກັນຄວາມສະຫງົບກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຮຸກຮານ; ກໍາລັງປ້ອງກັນຄວາມສະຫງົບ ເປັນກໍາລັງປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ເດັດດຽວໜຽວແໜ້ນ, ບໍ່ຍອມຈຳນົນ ແລະ ມີຄວາມສາມັກຄີເປັນປຶກແຜນ.

ຕະຫຼອດໄລຍະ 61 ປີ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນສືບທອດມູນເຊື້ອອັນພິລະອາດຫານຂອງກຳລັງປະກອບອາວຸດປະຊາຊົນ, ນັບແຕ່ມື້ກຳເນີດເກີດຂຶ້ນມາທັງຕໍ່ສູ້, ທັງປັບປຸງກໍ່ສ້າງຕົນເອງ ໂດຍໄດ້ຮັບການອົບຮົມສັ່ງສອນຈາກ ພັກປະຊາຊົນປະຕິວັດລາວ ແລະ ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນລາວບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບ ສາມາດເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງຊາດຂຶ້ນສູ້ບາດກ້າວໃໝ່ ແລະ ຄຸນນະພາບໃໝ່, ສ້າງໄດ້ມູນເຊື້ອອັນສະຫງ່າງາມຫຼາຍປະການ ເຊັ່ນ:

ກຳລັງປ້ອງກັນຄວາມສະຫງົບ ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ອຸດົມການສັງຄົມນິຍົມ, ມີມູນເຊື້ອລົງກໍ່ສ້າງຮາກຖານປຸກລະດົມຂົນຂວາຍ ແລະ ໃກ້ສິດຕິດແທດກັບປະຊາຊົນໃນແຕ່ລະໄລຍະ, ມີມູນເຊື້ອຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈຳນົນຕໍ່ສັດຕູ, ກຸ່ມຄົນບໍ່ດີ, ມີມູນເຊື້ອຂະຫຍັນໝັ່ນພຽນໃນການອອກແຮງງານ, ເພີ່ມພູມຜະລິດຜົນ, ປະຢັດມັດທະຍັດ, ເພິ່ງຕົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.