ເມືອງວຽງໄຊ ແຂວງຫົວພັນ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022 ຂຶ້ນໃນອາທິດຜ່ານມານີ້, ເປັນປະທານ ໂດຍ ທ່ານ ສິງພອນ ທິດສະຫວັນ ຮອງເຈົ້າເມືອງວຽງໄຊ ຜູ້ຮັບຜິດຊອບຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ, ເຂົ້າຮ່ວມມີ ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາກການ ປກສ ແຂວງຫົວພັນ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະ ການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານລົງກໍ່ສ້າງຮາກຖານການເມືອງ, ປກສ ກຸ່ມບ້ານ ແລະ ນາຍບ້ານ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ປະຈຳປີ 2021 ແລະ ທິດທາງແຜນ ການ 2022 ໃຫ້ຮູ້ວ່າ: ການສຸມໃສ່ຫັນລົງຮາກຖານການເມືອງໃນ 8 ບ້ານເປົ້າ ໝາຍ ມີ 455 ຫຼັງຄາເຮືອນ, ມີ 658 ຄອບຄົວ, ມີພົນລະເມືອງ 3.380 ຄົນ ຍິງ 1,610 ຄົນ, ສົ່ງພະນັກງານລົງປະຈຳ ແຕ່ລະບ້ານ ມີ 22 ທ່ານ ເລັ່ງໃສ່ກໍ່ສ້າງ ຮາກຖານການເມືອງຕິດພັນກັບການພັດທະນຊົນນະ ບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍນຳພາປະຊາຊົນ ແກ້ໄຂຄວາມທຸກຍາກດ້ວຍການສຸມ ໃສ່ວາງແຜນພັດທະນາຂັ້ນບ້ານຢ່າງມີຈຸດສຸມແທດເໝາະກັບສະພາບຈຸດພິເສດ ແລະ ທ່າແຮງຂອງແຕ່ລະບ້ານ.

ໃນໄລຍະ 1 ປີຜ່ານມາ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຶກສາອົມຮົມການເມືອງ-ແນວຄິດ, ວຽກງານເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປັບປຸງລະບົບການເມືອງ. ພ້ອມນີ້, ຄະນະພັກແຕ່ລະຂັ້ນໄດ້ນຳເອົາມະຕິຂອງພັກ, ບັນດານິຕິກຳ ແລະ ກົດໝາຍ, ເອກະສານທີ່ສຳຄັນຕ່າງໆ ລົງເຜີຍແຜ່ເຊື່ອມຊຶມໃຫ້ແກ່ສະມາຊິກພັກ, ພະນັກງານ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈປະກອບສ່ວນຢ່າງຕັ້ງໜ້າໃນການປົກປັກ ຮັກສາ ແລະ ສ້າງສາບ້ານຊອງຂອງຕົນ ໃຫ້ມີລາຍຮັບທີ່ໝັ້ນຄົງເປັນຕົ້ນ ການ ປູກຝັງ-ລ້ຽງສັດ. ພາຍໃນ 8 ບ້ານຈຸດ ສຸມ ມີເນື້ອທີ່ນາ 155,8 ເຮັກຕາ, ໄຮ່ 151,49 ເຮັກຕາ, ມີສັດປະເພດລ້ຽງງົວ, ຄວາຍ, ແບ້ 3.198 ໂຕ, ສັດປີກ 9.453 ໂຕ, ມີຄອບຄົວພັດທະນາ 51 ຄອບຄົວ, ຄອບຄົວພົ້ນທຸກ 414 ຄອບ ຄົວ, ຄອບຄົວທຸກຍາກ 153 ຄອບຄົວ ປຸກລະດົມໃຫ້ຜູ້ມີເກນອາຍຸທີ່ມີເງື່ອນ ໄຂເຂົ້າຮ່ວມການສັກຢາວັກຊິນປ້ອງ ກັນໂຄວິດ-19 ຢ່າງມີຂະບວນຟົດຟື້ນ ແລະ ຍັງຈະໄດ້ສືບຕໍ່ປັບປຸງການກໍ່ສ້າງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສູ້ຊົນສ້າງໜ່ວຍອົງການຈັດຕັ້ງມະຫາຊົນໃຫ້ມີຄວາມ ເຂັ້ມແຂງ, ຊຸກຍູ້ຄວາມເປັນເຈົ້າການ ປະຕິບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງແທ້ຈິງ.