ໃນວັນທີ 1 ເມສາ 2022, ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມສະມາຊິກພັກ-ພະນັກງານ ສານປະຊາຊົນແຂວງໄຊຍະບູລີ, ສານປະຊາຊົນເຂດ 1, ເຂດ 2 ແລະ ເຂດ 3 ຂອງແຂວງ ໂດຍທ່ານໄດ້ເນັ້ນໃຫ້ຄະນະປະທານສານແຕ່ລະຂັ້ນ ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ເຂັ້ມແຂງກວ່າເກົ່າ ໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດພະນັກງານສານ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ຢ່າງມີປະສິດທິຜົນ ແລະ ຍຸຕິທໍາ.

ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກ່າວວ່າ:

ເພື່ອກໍ່ສ້າງ ແລະ ປັບປຸງພະນັກງານສານແຕ່ລະຂັ້ນ ໃຫ້ນັບມື້ເຂັ້ມແຂງ ແລະ ເຕີບໃຫຍ່ທາງດ້ານຄຸນນະພາບ ຮຽກຮ້ອງໃຫ້ຄະນະປະທານສານປະຊາຊົນ ແຂວງໄຊຍະບູລີ, ສານເຂດ 1, 2 ແລະ 3 ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຜູ້ພິພາກສາ ແລະ ພະນັກງານສານ ໃຫ້ກຳແໜ້ນ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ ໃນການປົກປ້ອງແນວທາງນະໂຍບາຍ, ອິດທິພົນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ຮັບປະກັນຄວາມຍຸຕິທຳ.

ຕ້ອງມີຄວາມເປັນແບບຢ່າງນຳໜ້າໃນການປະຕິບັດກົດໝາຍ, ການຄົ້ນຄວ້າພິຈາລະນາ ແລະ ແກ້ໄຂຄະດີ ຕ້ອງມີທັດສະນະເບິ່ງບັນຫາຢ່າງຮອບດ້ານ, ຮອບຄອບ, ພາວະວິໄສ ແລະ ເບິ່ງຫຼັກຖານໂຕຈິງ; ຍົກສູງຄຸນນະພາບຂອງການດໍາເນີນຊີວິດການເມືອງ ຕິດພັນກັບການກວດກາ, ຕີລາຄາຄວາມເປັນແບບຢ່າງນໍາໜ້າຂອງແຕ່ລະສະຫາຍໃນຄະນະໜ່ວຍພັກ, ສະມາຊິກພັກ ເພື່ອເພີ່ມທະວີກໍາລັງແຮງໃນການຕໍ່ສູ້ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງຂອງສານແຕ່ລະຂັ້ນ ແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ຕິດຕາມ-ກວດກາການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ, ການກໍ່ສ້າງ ແລະ ຂະຫຍາຍພັກ ກໍຄື ການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານຢູ່ສານປະຊາຊົນ ໂດຍສະເພາະຜູ້ທີ່ມີສ່ວນກ່ຽວຂ້ອງກັບການດຳເນີນຄະດີ ເຊັ່ນ: ຈ່າສານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາ, ຕ້ອງມີມາດຕະການເຂັ້ມງວດ-ເດັດຂາດຕໍ່ສະມາຊິກພັກ-ພະນັກງານທີ່ລະເມີດກົດໝາຍ, ມີການສວຍໃຊ້ໜ້າທີ່ຕໍາແໜ່ງ ແລະ ຄວາມຮັບຜິດຊອບກົດໜ່ວງຖ່ວງດຶງການດຳເນີນຄະດີໃຫ້ຊັກຊ້າ, ສວຍໃຊ້ຊ່ອງຫວ່າງຂອງກົດໝາຍ, ເຊື່ອງອໍາຂໍ້ມູນຫຼັກຖານເພື່ອຊອກຫາຜົນປະໂຫຍດທີ່ບໍ່ຊອບທໍາ, ບໍ່ມີຄວາມໂປ່ງໃສໃນການປະຕິບັດໜ້າທີ່ວຽກງານ ກໍຄື ການຄົ້ນຄວ້າພິຈາລະນາຕັດສິນ ຫຼື ພິພາກສາຄະດີ ເພື່ອເຮັດໃຫ້ການສະເໜີຂໍອຸທອນ, ຂໍລົບລ້າງ ຫຼື ຂໍຮື້ຟື້ນຄະດີ ມີອັດຕາສ່ວນຫຼຸດໜ້ອຍຖອຍລົງ.

ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ໂດຍສະເພາະ ລາຍຮັບ-ລາຍຈ່າຍຄ່າບໍລິການວິຊາການ ແລະ ຄ່າທຳນຽມ ໃຫ້ຖືກຕ້ອງຕາມກົດໝາຍທີ່ໄດ້ກຳນົດ; ຕ້ອງມີຄວາມບຸກບືນສູ້ຊົນຝຶກຝົນຫຼ່ໍຫຼອມຕົນເອງ ແລະ ອອກແຮງຄົ້ນຄວ້າຮ່ຳຮຽນຍົກລະດັບໃນທຸກດ້ານ ໂດຍສະເພາະແມ່ນ ວິຊາສະເພາະທາງດ້ານກົດໝາຍ ແລະ ມີຄວາມສາມາດໝູນໃຊ້ແນວຄິດທິດສະດີເຂົ້າໃສ່ພາກປະຕິບັດຕົວຈິງ, ສ້າງໃຫ້ມີການຫັນປ່ຽນໃໝ່ໃນການພິຈາລະນາແກ້ໄຂຄະດີ ເພື່ອນຳເອົາຄວາມຍຸຕິທຳມາໃຫ້ສັງຄົມ.

ຄຽງຄູ່ດຽວກັນ, ຕ້ອງເພີ່ມທະວີການພົວພັນ, ການປະສານສົມທົບ, ການປະຕິບັດລະບອບການລາຍງານຕາມໜ້າວຽກໃນຂອບເຂດຄວາມຮັບຜິດຊອບຂອງຕົນ ລະຫວ່າງ ສາຍຕັ້ງ-ສາຍຂວາງ ໃຫ້ກົມກຽວ, ທັນເວລາ ແລະ ຖືກຕ້ອງກັບຕົວຈິງ; ໃນນັ້ນ, ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງ 4 ພາກສ່ວນ ຄື: ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນປະເທດ ທີ່ໄດ້ເປັນເອກະພາບໃນແຕ່ລະໄລຍະໃຫ້ເຂົ້າສູ່ຕົວຈິງຫຼາຍຂຶ້ນ ເພື່ອຮັບປະກັນໄດ້ຄວາມໂປ່ງໃສ ແລະ ເປັນທໍາ.