ໃນວັນທີ 4 ເມສາ 2022, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳກະຕ່າດອກໄມ້ເຂົ້າອວຍພອນການນຳ ກະຊວງປ້ອງກັນຄວາມສະຫງົບ ແລະ ມອບເງິນຈຳນວນ 160.000.000 ກີບ ກັບ 3.000 ໂດລາສະຫະລັດ ສະໜັບສະໜູນເປັນກອງທຶນ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ກະຊວງປ້ອງກັນຄວາມສະຫງົບ, ເຊິ່ງກ່າວຮັບໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ.

ທ່ານ ລັນ ແສງອາພອນ ໄດ້ຕາງໜ້າໃຫ້ ກະຊວງໂຍທາທິ ການ ແລະ ຂົນສົ່ງ ໄດ້ກ່າວສະແດງຄໍາອວຍພອນໄຊອັນປະເສີດມາຍັງ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ສ້າງຜົນງານໃຫ້ໄດ້ຮັບໝາກຜົນດີກວ່າເກົ່າ; ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ຕະຫຼອດໄລຍະ 61 ປີ ທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້.

ໃນໂອກາດນີ້, ພົຕ ວັນທອງ ກອງມະນີ ກໍໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ກ່າວສະແດງຄວາມຂອບໃຈມາຍັງ ການນຳ ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ ແລະ ຍົກໃຫ້ເຫັນມູນເຊື້ອການກຳເນີດເຕີບໃຫຍ່ ແລະ ຜົນງານຂອງກຳລັງປ້ອງກັນຄວາມສະຫງົບທີ່ຍາດມາໄດ້ ຕະລອດ 61 ປີຜ່ານມາ. ຈາກນັ້ນ, ທ່ານກໍໄດ້ອວຍພອນໃຫ້ ທ່ານ ລັນ ແສງອາພອນ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ເຮັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ ມີຜົນສຳເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ.