ກອງປະຊຸມສໍາມະນາວິທະຍາສາດຮ່ວມ ລະຫວ່າງ 4 ສະຖາບັນການສຶກສາຊັ້ນສູງ ໄດ້ຈັດຂຶ້ນ ໃນວັນທີ 4 ເມສາ 2022 ຢູ່ທີ່ວິທະຍາຄານຕໍາຫຼວດປະຊາຊົນ ພາຍໃຕ້ຫົວຂໍ້ “ຄວາມເປັນລະບຽບຮຽບຮ້ອຍ, ປອດໄພຂອງສັງຄົມ ແມ່ນໜ້າທີ່ພື້ນຖານໃຫ້ແກ່ການພັດທະນາປະເທດຊາດ ໃນເງື່ອນໄຂໃໝ່”, ໂດຍການເປັນປະທານຮ່ວມທັງ 4 ສະຖາບັນ, ມີບັນດາທ່ານອົງການຕາງໜ້າຊັ້ນສູນກາງ ແລະ ບັນດານັກວິທະຍາສາດ, ຄູ-ອາຈານ ເຂົ້າຮ່ວມ.

ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ ກ່າວວ່າ:

ກອງປະຊຸມດັ່ງກ່າວ, ບັນດານັກວິທະຍາສາດທີ່ເຂົ້າຮ່ວມ ຈະໄດ້ພ້ອມກັນຄົ້ນຄວ້າ, ວິເຄາະ, ວິໄຈໃຫ້ເລິກເຊິ່ງ, ສ້າງຄວາມກະຈ່າງແຈ້ງດ້ວຍຫຼາຍຮູບ, ຫຼາຍສີທີ່ມີເນື້ອໃນອຸດົມສົມບູນ ແລະ ນໍາສະເໜີແນວຄວາມຄິດຂອງຕົນຕໍ່ຫົວຂໍ້: “ຄວາມເປັນລະບຽບຮຽບຮ້ອຍ, ປອດໄພຂອງສັງຄົມ ແມ່ນໜ້າທີ່ພື້ນຖານໃຫ້ແກ່ການພັດທະນາປະເທດຊາດ ໃນເງື່ອນໄຂໃໝ່” ເຊິ່ງເປັນຫົວຂໍ້ຫຼັກຂອງກອງປະຊຸມ ແລະ ບັນດາຜູ້ເຂົ້າຮ່ວມ ຍັງຈະໄດ້ຮັບຟັງການນໍາສະເໜີຂອງນັກວິທະຍາສາດ ທັງໝົດ 8 ຫົວຂໍ້ ຄື:

  1. ປຸກລະດົມຂົນຂວາຍມະຫາຊົນເຂົ້າຮ່ວມ ວາລະແຫ່ງຊາດແກ້ໄຂບັນຫາເສບຕິດ ຢູ່ ສປປ ລາວ
  2. ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທາງດ້ານວັດທະນະທໍາ ຢູ່ປະເທດເຮົາໃນເງື່ອນໄຂໃໝ່
  3. ສ້າງກໍາລັງປ້ອງກັນຊາດ ຕາມທິດປະຕິວັດ, ມີແບບແຜນ ແລະ ທັນສະໄໝ ຮັບປະກັນໃຫ້ແກ່ຄວາມໝັ້ນຄົງຂອງຊາດ
  4. ຍົກສູງສະຕິເຄົາລົບກົດໝາຍຂອງພົນລະເມືອງ ເພື່ອສ້າງລັດທີ່ປົກຄອງດ້ວຍກົດໝາຍ
  5. ປັບປຸງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ໃຫ້ມີຄວາມຮັດກຸມ, ໂປ່ງໃສ, ມືອາຊີບ ແລະ ຍຸຕິທຳ
  6. ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນຖັນແຖວພະນັກງານ ຢູ່ປະເທດເຮົາ
  7. ຈັດຕັ້ງ, ນຳໃຊ້ກຳລັງເຄື່ອນທີ່ຂອງ ກະຊວງປ້ອງກັນປະເທດ ເຂົ້າຮ່ວມຕ້ານຂະບວນການກໍ່ກະບົດລຸກຮື້ຂຶ້ນ
  8. ປັບປຸງວຽກງານຄຸ້ມຄອງລັດດ້ານຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ປະເທດເຮົາ

ທັງນີ້, ກໍເພື່ອສະໜອງຕອບເຖິງຄວາມຮຽກຮ້ອງຕ້ອງການທັນຍຸກນຳສະໄໝ, ເຊື່ອມໂຍງ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ IV, ແນໃສ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກໍ່ສ້າງພະນັກງານ ຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ເພື່ອກ້າວສູ່ຄວາມຮັ່ງມີ, ເຂັ້ມແຂງ, ໂປ່ງໃສ ແລະ ຍຸຕິທຳ.