ຄະນະນຳ ກະຊວງ ປກສ ນຳໂດຍສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022) ໃນວັນທີ 5 ເມສາ 2022 ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ທ່ານປະທານປະເທດ ທີ່ເອົາໃຈໃສ່ຊີ້ນຳ-ນໍາພາ ກຳລັງປ້ອງກັນຄວາມສະຫງົບ ດ້ວຍດີຕະຫຼອດມາ.

ໃນໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການຈັດຕັ້ງວຽກງານວິຊາສະເພາະ ແລະ ການຈັດກິດຈະກຳຕ່າງໆໃນການສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ. ຈາກນັ້ນ, ກໍໄດ້ຕາງໜ້າໃຫ້ ຄະນະນຳ ກະຊວງ ແລະ ກຳລັງປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ອວຍພອນ ສະຫາຍ ທອງລຸນ ສີສຸລິດ ຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຍືນ, ເປັນເສົາຄໍ້າໃຫ້ແກ່ປະເທດຊາດ ແລະ ກຳລັງປ້ອງກັນຄວາມສະຫງົບຕໍ່ໄປ, ສືບຕໍ່ຊີ້ນຳ-ນຳພາກຳລັງປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ວຽກງານຕ່າງໆ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ສາມາດແກ້ໄຂໄດ້ທຸກປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນປະເທດ, ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງປະເທດຊາດໃຫ້ມີຄວາມສະຫງົບປອດໄພ.

ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະຫຼາຍດ້ານທີ່ ກະຊວງປ້ອງກັນຄວາມສະຫງົບ ສາມາດຍາດມາໄດ້ ຕະຫຼອດໄລຍະ 61 ປີ ຜ່ານມາ, ອັນພົ້ນເດັ່ນແມ່ນ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເຫັນວ່າມີຜົນສໍາເລັດຫຼາຍດ້ານ.

ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໃຫ້ ຄະນະພັກ-ຄະນະນໍາ ກະຊວງ ປກສ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບທົ່ວກຳລັງປ້ອງກັນຄວາມສະຫງົບ, ປັບປຸງ ແລະ ຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆ ໃຫ້ກຳລັງປ້ອງກັນຄວາມສະຫງົບໃຫ້ຫຼາຍຂຶ້ນ, ແນໃສ່ເຮັດໃຫ້ທົ່ວກໍາລັງປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນເຂັ້ມແຂງ, ມີຄຸນນະພາບດີ ແລະ ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ, ເພີ່ມທະວີນຳກໍາລັງລົງກໍ່ສ້າງຮາກຖານການເມືອງ, ເອົາໃຈໃສ່ກໍ່ສ້າງພະນັກງານ-ນັກຮົບໃນແຕ່ລະຂັ້ນ ໃຫ້ມີຄວາມສຳນິຊຳນານໃນການປະຕິບັດວຽກງານໃນແຕ່ລະດ້ານ.

ທີ່ສໍາຄັນແມ່ນ ຄະນະພັກ-ຄະນະນໍາ ກະຊວງ ຕ້ອງພ້ອມກັນນໍາພາກຳລັງເຮັດໜ້າທີ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ປຸ້ນຈີ້, ຊິງຊັບ, ລັກຊັບພົນລະເມືອງ, ສໍ້ໂກງຊັບ, ຍັກຍອກຊັບ, ຄ້າມະນຸດ, ຄ້າໂສເພນີ, ອຸບັດຕິເຫດຕາມຖະໜົນ ແລະອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແລະ ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບປອດໄພດີຂຶ້ນເລື້ອຍໆ.