ໃນວັນທີ 28 ມີນາ ຜ່ານມາ, ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ລົງເຄື່ອນໄຫວຕິດຕາມກວດກາການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊ.

ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ແລວ ທາງ ແລະ ສະຖານີລົດໄຟຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ) ຖືກຜົນກະທົບໃນ 3 ເມືອງ 39 ບ້ານ ຄື: ເມືອງນາ ໝໍ້ 12 ບ້ານ; ເມືອງໄຊ 14 ບ້ານ ແລະ ເມືອງງາ 13 ບ້ານ. ຜ່ານການໄກ່ເກ່ຍເກັບກໍາຂໍ້ມູນມາເຖິງ ປັດຈຸບັນ ມີຄອບຄົວທີ່ໄດ້ຮັບຜົນກະທົບ 1.541 ຄອບຄົວ, ເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 439,61 ເຮັກຕາ; ໃນນີ້, ເປັນດິນປຸກສ້າງ 13,01 ເຮັກຕາ, ດິນນາ 143,9 ເຮັກຕາ, ດິນສວນ 268,5 ເຮັກຕາ ແລະ ດິນໜອງປາ 14,2 ເຮັກຕາ, ຜົນ ລະປູກ 157.564 ຕົ້ນ.

ນອກຈາກນີ້, ຍັງມີຜົນກະທົບຖືກເຮືອນປະ ຊາຊົນ 107 ຫຼັງ, ໂຮງຮຽນປະຖົມ-ມັດທະຍົມສົມບູນ 1 ຫຼັງ, ຫົວງານນໍ້າລິນ 6 ແຫ່ງ, ຄອງເໝືອງ-ຝາຍ ຈໍານວນ 48 ຈຸດ. ສຳລັບການຈ່າຍຄ່າຊົດເຊີຍ ແລະ ເວນຄືນຜົນກະທົບຈາກແລວທາງລົດໄຟລາວ-ຈີນ (ໄລຍະຜ່ານແຂວງອຸດົມໄຊ), ເຊິ່ງການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສາມາດເບີກຈ່າຍຄ່າຊົດເຊີຍຜົນກະທົບ ຈຳນວນ 7 ຄັ້ງ ລວມມູນຄ່າ 183 ຕື້ກວ່າກີບ ເທົ່າກັບ 72,48% ຂອງມູນຄ່າທັງໝົດ 253 ຕື້ກວ່າກີບ, ສ່ວນທີ່ຍັງຄ້າງຈໍານວນ 69 ຕື້ກວ່າກີບ ແມ່ນຜົນກະທົບທາງອ້ອມ ເປັນຕົ້ນທາງຊອຍເຂົ້າຫາຈຸດກໍ່ສ້າງ ແລະ ຈຸດຕັ້ງແຄັມຂອງບໍລິສັດຜູ້ຮັບເໝົາ.

ທ່ານ ຄຳດີ ວົງລ້ອມ ໃຫ້ຮູ້ຕື່ມວ່າ: ແລວທາງ ລົດໄຟທີ່ຜ່ານແຂວງອຸດົມໄຊ ມີຄວາມຍາວທັງ ໝົດ: 126,6 ກິໂລແມັດ, ມີຂົວ 60 ແຫ່ງ, ຍາວ 12.695 ກິໂລແມັດ, ມີອຸມົງ 32 ຈຸດ ຍາວ 87.196 ກິໂລແມັດ, ຈຸດດິນຕັດ-ດິນຖົມຄັນ ທາງມີຄວາມຍາວ 29.036 ກິໂລແມັດ, ມີສະຖານີ 9 ຈຸດ ໃນນີ້ ຢູ່ເມືອງນາໝໍ້ມີ 2 ຈຸດ, ເມືອງ ໄຊ 3 ຈຸດ ແລະ ເມືອງງາ 4 ຈຸດ, ແຕ່ແຜນການ ເບື້ອງຕົ້ນແມ່ນຈະກໍ່ສ້າງພຽງ 3 ຈຸດຄື: ສະຖານີໂດຍສານເມືອງນາໝໍ້, ສະຖານີໂດຍສານ-ສິນ ຄ້າເມືອງໄຊ ແລະ ສະຖານີເມືອງງາ.

ໃນໂອກາດດຽວກັນ, ພົທ ສຸວອນ ເລືອງ ບຸນມີ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມສະຖານທີ່ຕົວຈິງເປັນຕົ້ນທີ່ດິນປຸກສ້າງ, ບ້ານຈັດສັນທົດແທນຄືນ ແລະ ທີ່ດິນທຳການຜະລິດຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ ພ້ອມທັງຟັງການລາຍງານຜົນກະທົບຈາກການນຳຂັ້ນເມືອງ ແລະ ປະຊາຊົນທີ່ຖືກຜົນກະທົບຕົວຈິງຂອງທັງສອງເມືອງ.