ໃນວັນທີ 29 ມີນາ 2022, ຄະນະກຳມະການອະໄພຍະໂທດແຂວງຈຳປາສັກ ໄດ້ຈັດພິທີສຶກສາອົບຮົມນັກໂທດ-ຖືກຫາ ແລະ ຜູ້ທີ່ຖືກດັດສ້າງ ໂດຍການເຂົ້າຮ່ວມຂອງ ທ່ານ ພູວັງ ຈະເລີນລັດ ຮອງປະທານສານປະຊາຊົນແຂວງ, ມີ ພັທ ສຸລິສັກ ສີສົດໃສ ຫົວໜ້າພະແນກຄຸ້ມຄອງນັກໂທດຄ້າຍຄຸມ ຂັງ-ດັດສ້າງ ປກສ ແຂວງ ພ້ອມດ້ວຍຄະນະພະແນກ, ພະນັກງານວິຊາການ ຕະຫຼອດຮອດນັກໂທດ ແລະ ຜູ້ທີ່ຖືກດັດສ້າງເຂົ້າຮ່ວມ.

ໃນພິທີ, ຄະນະກຳມະການອະໄພຍະໂທດ ໄດ້ຜັດປ່ຽນກັນຂຶ້ນບັນຍາຍເອກະສານຕ່າງໆ ເຊັ່ນ: ເອກະສານລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ແລະ ເອກະສານຕ່າງໆທີ່ສຳຄັນ; ຈຸດປະສົງ ກໍເພື່ອເປັນການສຶກສາອົບຮົມນັກໂທດ ແລະ ຜູ້ຖືກດັດສ້າງໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ມີຄວາມຕັ້ງໜ້າຝຶກຝົນຫຼຸໍ່ຫຼອມດັດສ້າງຕົນເອງໃຫ້ເປັນຄົນດີຂອງສັງຄົມ.

ນອກນີ້, ທັງຍັງເປັນການປະຕິບັດຕາມນະໂຍບາຍຂອງພັກ-ລັດອັນຖືກຕ້ອງ ແລະ ສອດຄ່ອງ ແລະ ມີມະນຸດສະທຳເພື່ອກະຕຸກຊຸກຍູ້ທາງດ້ານຈິດໃຈ ໃຫ້ແກ່ນັກໂທດຊ່ວຍເຫຼືອແກ້ໄຂທາງດ້ານແນວຄິດເພື່ອຝຶກຝົນຫຼ່ໍຫຼອມຕົນເອງພັດທະນາສີມືແຮງງານປ່ຽນແປງທັດສະນະແນວຄິດ ແລະ ຮູ້ສຶກກິນ ແໜງແຄງໃຈການກະທຳທີ່ບໍ່ຖືກຕ້ອງໃນໄລຍະຜ່ານມາ.