ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ( ສະບັບປັບປຸງ ) ໃນວັນທີ 21 ມີນາ 2018 ເພື່ອໃຫ້ຄະນະພັກ-ຄະນະບັນຊາທົ່ວກົມໃຫຍ່ພະລາທິການ ປກສ ຮັບຮູ້, ເຂົ້າໃຈ, ກຳແໜ້ນເນື້ອໃນຈິດໃຈຂອງກົດໝາຍ ແລະ ເຫັນໄດ້ຄວາມສຳຄັນຂອງກົດໝາຍ ເຜີຍແຜ່ໂດຍ ພັອ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະຫ້ອງ, ກົມກອງ, ໂຮງໝໍ 5 ເມສາ ພ້ອມຄະນະພະແນກເຂົ້າຮ່ວມ.

ພັອ ທອງສຸກ ຍ່າເອີລາວລີ ເຜີຍແຜ່ໃຫ້ຮູ້ວ່າ: ກົດໝາຍສະບັບນີ້, ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ; ເຊິ່ງໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອຮັບປະກັນໃຫ້ກໍາລັງດັ່ງກ່າວ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານານທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ກ້າວໜ້າ ແລະ ທັນສະໄໝແນໃສ່ເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ສະເພາະມາດຕາ 21 ( ປັບປຸງ ) ໄດ້ລະບຸໄວ້ວ່າ: ເຫຼົ່າວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ປະກອບມີດັ່ງນີ້: ເຫຼົ່າວິຊາສະເພາະສັນຕິບານ, ເຫຼົ່າວິຊາສະເພາະຕຳຫຼວດ, ເຫຼົ່າວິຊາສະເພາະການເມືອງ, ເຫຼົ່າວິຊາສະເພາະເສນາທິການ, ເຫຼົ່າວິຊາສະເພາະພະລາທິການ, ເຫຼົ່າວິຊາສະເພາະສືບຂ່າວຍຸຕິທຳ, ເຫຼົ່າວິຊາສະເພາະຄຸມຂັງ-ດັດສ້າງ, ເຫຼົ່າວິຊາສະເພາະຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ເຫຼົ່າວິຊາສະເພາະປ້ອງກັນເຄື່ອນທີ່, ເຫຼົ່າວິຊາສະເພາະປ້ອງກັນທີ່ຕັ້ງ, ເຫຼົ່າວິຊາສະເພາະປ້ອງກັນສູນກາງ ແລະ ກຳລັງປ້ອງກັນຄວາມສະຫງົບ ເຄິ່ງອາຊີບ.

ພ້ອມກັນນີ້ ພັອ ທອງສຸກ ຍ່າເອີລາວລີ ເນັ້ນໃຫ້ຄະນະພັກ-ຄະນະບັນຊາທົ່ວກົມໃຫຍ່ພະລາທິການ ຈົ່ງພ້ອມກັນນຳເອົາເນື້ອໃນຂອງກົດໝາຍສະບັບນີ້ນຳໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ.