ກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານວິຊາສະເພາະ ປະຈຳປີ 2021 ແລະ ວາງທິດທາງແຜນ ການ ປະຈໍາປີ 2022 ຂຶ້ນໃນອາທິດຜ່ານມາ, ເປັນປະທານ ໂດຍ ພັທ ວັນນະທອນ ພົມມີໄຊ ຮັກສາການຫົວໜ້າຫ້ອງສັນຕິບານ, ເຂົ້າຮ່ວມໂດຍ ພັທ ອຳພອນ ພັນມະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງຫ້ອງ ອ້ອມຂ້າງ ກອງບັນຊາການ, ຫົວໜ້າດ່ານ-ຮອງດ່ານ, ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ພວງທອງ ແກ້ວເພັງ ຜຸ່ຍ ຮອງຫົວໜ້າຫ້ອງສັນຕິບານຜ່ານບົດສະຫຼຸບ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022 ວ່າ: ໄລຍະຜ່ານມາ, ຄະນະຫ້ອງສັນຕິບານໄດ້ເອົາໃຈໃສ່ຊີ້ນຳຊຸກຍູ້ບັນດາພະແນກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນເຮັດວຽກງານວິຊາສະເພາະ ຕາມສິດພາ ລະບົດບາດຄວາມຮັບຜິດຊອບສາມາດເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ປະຕິບັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ. ໃນໄລຍະ 1 ປີຜ່ານ ມາ ໄດ້ນຳສົ່ງຄະດີໃຫ້ອົງການໄອຍາການປະຊາຊົນແຂວງ 2 ເລື່ອງ ຍິງ 2 ຄົນ, ຍຶດອາວຸດປືນເບແຢດ 1 ກະບອກ, ລູກປືນ 7 ລູກ, ຍຶດເຮໂຣອິນໄດ້ 1 ກ້ອນນ້ອຍ, ໝາກແຕກ 2 ໜ່ວຍ, ລູກປືນ ckc ໄດ້ 6 ລຸກ, ແກ້ໄຂສຶກສາອົບ ຮົມປ່ອຍຜູ້ຖືກຫາ 1 ຄັ້ງ, ວຽກ ງານກວດກາຄົນເຂົ້າ-ອອກ ເມືອງ ຕມ ແລະ ປະຕູດ່ານ. ອອກກວດກາຕາມຂອບເຂດຊາຍແດນໄດ້ 175 ຄັ້ງ, ພົວພັນວຽກນຳດ່ານ ເຊິງໜ້າ 42 ຄັ້ງ, ພົວພັນວຽກ ນຳກອງຮ້ອຍທະຫານ 215 ຝ່າຍ ລາວໄດ້ 8 ຄັ້ງ, ພົວພັນນຳທະ ຫານ 496 ລ້ອງເຊີບໄດ້ 14 ຄັ້ງ, ສົມທົບກັບອໍານາດການປົກຄອງທ້ອງຖິ່ນລຽບຕາມຊາຍແດນ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ 70 ຄັ້ງ, ວຽກງານຂ່າວສານ ແລະ ສະຖິຕິ, ແຈ້ງເອກະສານຄົນລາວ ເຂົ້າເມືອງ 370 ເທື່ອຄົນ, ອອກ 126 ເທື່ອຄົນ, ຄົນຫວຽດນາມ ເຂົ້າເມືອງ 616 ເທື່ອຄົນ, ອອກ 595 ເທື່ອຄົນ, ແຈ້ງເອກະສານ ລົດລາວເຂົ້າ 672 ຄັນ, ອອກ 543 ຄັນ, ລົດຫວຽດ 3.079 ຄັນ, ອອກ 2.943 ຄັນ, ວຽກ ງານເປົ້າໝາຍຫ້າມເຂົ້າ-ອອກ. ຮັບເອກະສານຈາກກົມຕມ 90 ສະບັບ, ຄົນຫວຽດນາລັກລອບເຂົ້າເມືອງຜິດກົດໝາຍ 49 ຄົນ ຍິງ 13 ຄົນ, ຄົນຈີນ 4 ຄົນ, ຍິງ 1 ຄົນ, ວຽກງານຄຸ້ມຄອງກວດ ກາຄົນຕ່າງປະເທດ, ຄະດີລັກລອບປະກອບອາຊີບ 7 ເລື່ອງ, ມີ 25 ຄົນ ຍິງ 4 ຄົນ, ຄະດີເຮັດວຽກບໍ່ຖືກເປົ້າໝາຍ 7 ເລື່ອງ, ຄະດີລັກລີ້ຊ່ອນຢູ່ລາວ 17 ເລື່ອງ, ອາລະວາດຕີກັນ 2 ເລື່ອງ, ວຽກງານທ່ອງທ່ຽວລົງກວດກາ ນັກທ່ອງທ່ຽວທີ່ມາພັກເຊົາຕາມໂຮງແຮມ, ເຮືອນພັກ 40 ຄັ້ງ, ລົງກວດກາວຽກງານທ່ອງທ່ຽວຕາມບັນດາເມືອງໄດ້ 3 ຄັ້ງ.

ພັທ ອຳພອນ ພັນມະຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານຕ່າງໆທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຫ້ອງ ແລະ ພະນັກງານ-ນັກຮົບ ທຸກສະຫາຍຕ້ອງປັບປຸງພະນັກງານໃຫ້ມີຄວາມໜັກແໜ້ນດ້ານຄຸນທາດການເມືອງ, ປັບປຸງແບບແຜນຊີ້ນຳ-ນຳພາ ແຕ່ລະຂັ້ນ ຫັນລົງເຮັດຕົວຈິງໃຫ້ຫຼາຍຂຶ້ນ, ເຮັດໃຫ້ວຽກງານໄປຕາມແບບແຜນລວມສູນປະຊາທິປະໄຕ, ມີຄວາມເປັນເອກະພາບເປັນ ໝູ່ຄະນະ ແລະ ມີການມອບໝາຍຄວາມຮັບຜິດຊອບຢ່າງລະອຽດ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ມີທ່າກ້າວດີຂຶ້ນກ່ວາເກົ່າ.