ພິທີມອບ-ຮັບອາຄານຫ້ອງການຫຼັງໃໝ່ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2022, ໂດຍມີ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ມູ ຮົງ ອິມ ເອກອັກຄະລັດຖະທູດ ສາທາລະນະລັດເກົາຫຼີ ປະຈໍາ ສປປ ລາວ, ທ່ານ ນາງ ມີ ຢອງ ຈິນ ຄິມ ຫົວໜ້າອົງການຮ່ວມມືສາກົນ ສາທາລະນະລັດເກົາຫຼີ (KOICA) ປະຈໍາ ສປປ ລາວ, ມີແຂກຮັບເຊີນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

+ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກ່າວວ່າ:

ອາຄານຫ້ອງການ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຫຼັງໃໝ່ ຕັ້ງຢູ່ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກອອກແບບໂດຍບໍລິສັດທີ່ມີປະສົບການຈາກ ສ.ເກົາຫຼີ, ມີຮູບຊົງທີ່ທັນສະໄໝສວຍງາມ, ມີ 5 ຊັ້ນ, ອົງປະກອບດ້ານໃນອາຄານມີລະບົບນໍ້າປະປາ, ໄຟຟ້າ, ດັບເພີງ, ລະບົບໂທລະຄົມ, ອິນເຕີເນັດ ແລະ ລະບົບປັບອາກາດຄົບຊຸດ.

ການກໍ່ສ້າງອາຄານຫ້ອງການຫຼັງໃໝ່ຂອງ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແມ່ນການໃຫ້ທຶນຊ່ວຍເຫຼືອລ້າ 100% ຈາກລັດຖະບານສາທາລະນະລັດເກົາຫຼີ ຜ່ານອົງການ KOICA ປະຈໍາ ສປປ ລາວ ພາຍໃຕ້ໂຄງການ “ ສ້າງຄວາມເຂັ້ມແຂງໃຫ້ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແຫ່ງ ສປປ ລາວ ” ມູນຄ່າ 8.600.000 ໂດລາສະຫະລັດ ໂດຍແມ່ນ ບໍລິສັດ ອໍາມະຕະລາວລ້ານຊ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາໂຄງການກໍ່ສ້າງ ໄລຍະເວລາການກໍ່ສ້າງເກືອບ 32 ເດືອນ ເລີ່ມລົງມືກໍ່ສ້າງໃນວັນທີ 3 ມິຖຸນາ 2019 ແລະ ສຳເລັດໃນວັນທີ 31 ມັງກອນ 2022.

+ ທ່ານ ມູ ຮົງ ອິມ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ກ່າວວ່າ:

ອາຄານຫ້ອງການ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຫຼັງໃໝ່ ແມ່ນສັນຍາລັກແຫ່ງການຮ່ວມມືຢ່າງແໜ້ນແຟ້ນ ແລະ ເປັນຂີດໝາຍແຫ່ງການພັດທະນາການຮ່ວມມືລະຫວ່າງ 2 ປະເທດ; ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນອີກວ່າ ໃນປີ 2019 ມີພົນລະເມືອງຂອງສາທາລະນະລັດເກົາຫຼີ ເດີນທາງມາຢ້ຽມຢາມ ສປປ ລາວ ຫຼາຍກວ່າ 200.000 ຄົນ ນັບແຕ່ເປີດຖ້ຽວບິນ ລະຫວ່າງ 2 ປະເທດ ໃນປີ 2013 ເປັນຕົ້ນມາ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນທັງໝົດຈາກ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງ ປກສ ທີ່ເປັນສ່ວນສໍາຄັນໃນການເສີມຂະຫຍາຍການພົວພັນແລກປ່ຽນລະຫວ່າງສອງປະເທດ.

+ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ກ່າວວ່າ:

ການຊ່ວຍເຫຼືອລ້າກໍ່ສ້າງອາຄານຫ້ອງການຫຼັງໃໝ່ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແມ່ນໝາກຜົນຂອງການຮ່ວມມືທັງສອງຝ່າຍທີ່ມີມູນເຊື້ອອັນຍາວນານ ທີ່ເວລາໃດ ລັດຖະບານ ສາທາລະນະລັດເກົາຫຼີ ກໍເຫັນເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສຂອງວຽກງານປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ໂດຍສະເພາະແມ່ນ ວຽກງານກວດຄົນເຂົ້າ-ອອກເມືອງ; ຜົນສໍາເລັດໃນຄັ້ງນີ້ ເກີດຂຶ້ນໄດ້ກໍຍ້ອນຄວາມເອົາໃຈໃສ່ເປັນພິເສດຂອງ ອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA) ພ້ອມດ້ວຍຄະນະຮັບຜິດຊອບຂອງ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ.

ນອກຈາກນີ້, ທັງສອງຝ່າຍຍັງໄດ້ຕັດແຖບຜ້າເພື່ອມອບ-ຮັບ ແລະ ເປີດນໍາໃຊ້ອາຄານດັ່ງກ່າວ ພ້ອມທັງໄດ້ທັດສະນະຢ້ຽມຊົມພາຍໃນອາຄານຫ້ອງການຫຼັງໃໝ່ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ເຊິ່ງອາຄານແຫ່ງນີ້ຈະເປັນເຄື່ອງໝາຍສາຍພົວພັນມິດຕະພາບ ໃນການພັດທະນາລະຫວ່າງ ລັດຖະບານ ສປປ ລາວ ແລະ ສ.ເກົາຫຼີ ທັງເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ເປັນການຮັດແໜ້ນສາຍພົວພັນທີ່ດີງາມມາຢ່າງຍາວນານຂອງສອງປະເທດອີກດ້ວຍ.