ໂຮງຮຽນ ປກສ ຊັ້ນສູງ ເລກ I ແຂວງອຸດົມໄຊ ຈັດພິທີເປີດຊຸດຮຽນລະບົບກໍ່ສ້າງຊັ້ນສູງ 2 ປີ ຮຸ່ນທີ III ແລະ ບຳລຸງພຶ້ນຖານວິຊາສະເພາະລະບົບເລັ່ງລັດ 6 ເດືອນ ຮຸ່ນທີ II ໃນວັນທີ 25 ມີນາຜ່ານມາ ໂດຍມີ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ, ຄະ ນະອໍານວຍການໂຮງຮຽນ, ແຂກຮັບເຊີນ, ພະນັກງານ, ຄູ-ອາຈານ ຕະຫຼອດຮອດນັກສຶກສາທັງສອງລະບົບ ເຂົ້າຮ່ວມ.

ພັທ ບຸນລ້ຽງ ໄຊຍະຈັກ ຮອງອໍານວຍການໂຮງຮຽນ ໃຫ້ຮູ້ວ່າ: ນັກສຶກສາລະບົບກໍ່ສ້າງຊັ້ນສູງຮຸ່ນທີ III ມີນັກສຶກສາ ທັງໝົດ 178 ສະຫາຍ ຍິງ 31 ສະຫາຍ, ແບ່ງອອກເປັນ 2 ກອງຮ້ອຍ, ຫຼັກສູດການຮຽນແບ່ງອອກເປັນ 3 ໝວດ, ພາກຮຽນ I ໝວດວິຊາຄວາມຮູ້ທົ່ວໄປ ປະກອບມີ 8 ວິຊາ, ມີ 10 ໜ່ວຍກິດ, ພາກຮຽນ 2 ປີ ໝວດພື້ນ ຖານວິຊາສະເພາະມີ 14 ວິຊາ, ມີ 22 ໜ່ວຍກິດ, ສັງລວມວັນຮຽນ 1 ປີ: ມີ 244 ວັນ, ເທົ່າກັບ 1.603 ຊົ່ວໂມງ; ສ່ວນລະບົບບໍາລຸງພື້ນຖານວິຊາສະເພາະ 6 ເດືອນ ຮຸ່ນທີ II ມີ 1 ກອງຮ້ອຍ ແບ່ງອອກເປັນ 6 ໝູ່, ມີຈຳນວນພົນທັງ ໝົດ 60 ສະຫາຍ ຍິງ 20 ສະຫາຍ ການ ຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃຊ້ເວລາ 180 ວັນ, ມີ III ໝວດຕົ້ນຕໍ ຄື: ໝວດວິຊາຄວາມຮູ້ທົ່ວໄປມີ 112 ຊົ່ວໂມງ, ໝວດວິຊາລັດຖະທໍາມະນູນ ແລະ ກົດໝາຍ ມີ 42 ຊົ່ວໂມງ ແລະ ໝວດວິຊາສະເພາະມີ 189 ຊົ່ວ ໂມງ.

ໂອກາດດັ່ງກ່າວ ພັອ ສີວອນ ໄຊ ຍະວົງ ຍັງໄດ້ໂອ້ລົມ ໂດຍເນັ້ນຄະນະພັກ, ພະນັກງານ, ຄູ-ອາຈານ ຈົ່ງສືບຕໍ່ເອົາໃຈໃສ່ເພີ່ມທະວີການຄຸ້ມຄອງບັນຊາ ແລະ ລົງເລິກສຶກສາອົບຮົມການເມືອງ ນຳພາແນວຄິດໃນຖັນແຖວພະນັກງານ-ນັກຮົບ-ນັກຮຽນ-ນັກສຶກສາໃຫ້ເລິກ, ເຊິ່ງແນໃສ່ປັບປຸງກໍ່ສ້າງພັກ-ກໍ່ ສ້າງພະນັກງານ ກໍຄືການບໍາລຸງກໍ່ສ້າງທາງດ້ານຄວາມຮູ້-ຄວາມສາມາດ ໃຫ້ໜັກແໜ້ນ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນຫາ ປະກົດການຫຍໍ້ທໍ້ພາຍໃນຢ່າງເຂັ້ມງວດ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂໃໝ່, ສຸມໃສ່ສະຕິຄວາມຮູ້-ຄວາມສາມາດປະກອບສ່ວນເຄື່ອນໄຫວເຮັດໜ້າທີ່ໃຫ້ມີຜົນສຳເລັດ.