ໃນວັນທີ 6 ເມສາ 2022, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022), ປາຖະກະຖາໂດຍ ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພະລາທິການ, ມີບັນດາຄະນະກົມໃຫຍ່, ກົມ-ກອງ, ພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມຮັບຟັງ.

ພົຈວ ໜູຈອນ ກ້ອນທອງດຳ ໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນຂອງການເຕີບໃຫຍ່ຂະຫຍາຍຕົວຂອງ ກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 61 ປີຜ່ານມາ, ມັນແມ່ນເຫດການປະຫວັດສາດໜຶ່ງທີ່ສໍາຄັນຂອງຊາດ, ແມ່ນບາດກ້າວຂະຫຍາຍຕົວຂອງການປະຕິວັດ, ແມ່ນກໍາລັງປະກອບອາວຸດໜຶ່ງທີ່ແຫຼມຄົມຂອງພັກ ເພື່ອປົກປັກຮັກສາພັກ-ລັດ, ປົກປ້ອງແນວທາງ ແລະ ປົກປ້ອງອຸດົມການສັງຄົມນິຍົມ; ແມ່ນກໍາລັງທີ່ມີການຈັດຕັ້ງນໍາພາ-ບັນຊາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຈາກ ພັກປະຊາຊົນປະຕິວັດລາວ, ມີຄວາມບໍລິສຸດ, ຈົງຮັກພັກດີຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ; ແມ່ນກໍາລັງປ້ອງກັນຄວາມສະຫງົບປະຊາຊົນບັນດາເຜົ່າ, ເປັນກໍາລັງຫຼັກແຫຼ່ງ ໃນການປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ.

ນັບແຕ່ມື້ກໍາເນີດຂຶ້ນມາ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັກສາ ແລະ ເສີມຂະຫຍາຍ 3 ທາດແທ້ ແລະ 7 ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ກໍຄື ມູນເຊື້ອຕໍ່ສູ້ຢ່າງອົງອາດກ້າຫານ, ນໍ້າໃຈເສຍສະຫຼະ, ເດັດດ່ຽວໜຽວແໜ້ນບໍ່ຍອມຈໍານົນ, ມີຄວາມສາມັກຄີເປັນປືກແຜ່ນແໜ້ນໜາ.

ກໍາລັງປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງຢ່າງຮອບດ້ານທີ່ມີຄຸນນະພາບໃໝ່ ແລະ ທັນສະໄໝ, ປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້, ຮັບປະກັນສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ອັນພົ້ນເດັ່ນແມ່ນການປ້ອງກັນການນໍາພັກ-ລັດ, ປ້ອງກັນກອງປະຊຸມລະດັບຊາດ-ສາກົນ, ປ້ອງກັນງານບຸນ-ວັນສໍາຄັນຕ່າງໆຂອງຊາດ-ຂອງພັກຕະຫຼອດຮອດແຂກພາຍໃນ ແລະ ຕ່າງປະເທດ ຮັບປະກັນຄວາມສະຫງົບ-ປອດໄພ 100%, ໄດ້ຕັ້ງໜ້າເປັນເຈົ້າການປົກປ້ອງເຂດນໍ້າແດນດິນ, ຈຸດຫຼ່ໍແຫຼມ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ການຄາດຕະກໍາ, ຄ້າຂາຍ-ເສບຢາເສບຕິດ, ການຍັກຍອກສໍ້ໂກງ, ຄ້າຂາຍເຖື່ອນ, ການປຸ້ນຈີ້, ຊິງຊັບ, ລັກຊັບພົນລະເມືອງ, ການພະນັນ, ໂສເພນີ, ອຸບັດຕິເຫດ, ອັກຄີໄພ ແລະ ບັນຫາອື່ນໆ, ສາມາດເກັບກູ້ວັດຖຸຊັບສິນເງິນຄໍາຂອງຊາດຂອງລວມໝູ່ ແລະ ຂອງບຸກຄົນຄືນມາໄດ້ເປັນມູນຄ່າຫຼາຍສົມຄວນ.