ກອງປະຊຸມໜ່ວຍປະສານງານປະຈຳພື້ນທີ່ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງໄຊຍະບູລີ ສປປ ລາວ ແລະ ກອງກຳລັງຜາເມືອງ ກອງທັບພາກທີ 3 ແຫ່ງ ຣາຊະອານາຈັກໄທ ແລະ 5 ແຂວງພາກເໜືອຂອງໄທ ຄັ້ງທີ I ໄດ້ຈັດຂຶ້ນໃນອາທິດຜ່ານມາ, ຢູ່ທີ່ຫ້ອງວ່າການເມືອງປາກລາຍ ແຂວງໄຊຍະບູລີ ສປປ ລາວ, ຝ່າຍລາວນຳໂດຍ ພົຈວ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງໄຊຍະບູລີ, ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ ແຂວງໄຊຍະບູລີ ແລະ ຝ່າຍໄທນໍາໂດຍ ພົຕ ນະຮິດ ຖາວອນວົງ ຜູ້ບັນຊາການກອງກຳລັງຜາເມືອງ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ໄທ-ລາວ 5 ແຂວງພາກເໜືອຂອງໄທ, ມີບັນດາຜູ້ຕາງໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ແຂວງໄຊຍະບູລີ ສປປ ລາວ ແລະ 5 ແຂວງຂອງໄທ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ລາວ-ໄທ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ມີການທົບທວນຄືນຜົນຂອງການປະຕິບັດງານທີ່ຜ່ານມາ, ທັງເປັນການແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນ, ເຊິ່ງໄລຍະຜ່ານມາເຫັນວ່າ ທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືຢ່າງເປັນປະຈຳ ແລະ ໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸມຜູ້ກະທຳຜິດຄ້າຂາຍຢາເສບຕິດໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິເວນຊາຍແດນເປັນລະບຽບຮຽບຮ້ອຍ ອັນເປັນການປະກອບສ່ວນອັນສຳຄັນກ່ຽວກັບ ການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ໃຫ້ມີຄວາມຄືບໜ້າດີຂຶ້ນກ້າວໄປສູ່ການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ໃຫ້ເກີດມີປະສິດທິພາບໃນພື້ນທີ່ພາກເໜືອຂອງລາວ ຄື: ແຂວງໄຊຍະບູລີ ກັບພື້ນທີ່ພາກເໜືອຂອງໄທ 5 ແຂວງ ຄື: ແຂວງຊຽງຣາຍ, ແຂວງພະເຍົາ, ແຂວງນ່ານ, ແຂວງອຸດຕະຣາດິດ ແລະ ແຂວງພິດສະນຸໂລກ.

ກອງປະຊຸມຄັ້ງນີ້ ທັງສອງຝ່າຍຍັງໄດ້ຮ່ວມກັນລົງນາມໃນຮ່າງບົດບັນທຶກ ກອງປະຊຸມໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ ໂດຍການໃຫ້ກຽດລົງນາມຝ່າຍລາວໂດຍ ພົຈວ ກູດ ພົມມາ ແລະ ຝ່າຍໄທລົງນາມໂດຍ ພົຕ ນະຣິດ ຖາວອນວົງ ຜູ້ບັນຊາການກອງກຳລັງຜາເມືອງ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ໄທ-ລາວ ພື້ນທີ່ພາກເໜືອຂອງໄທ.