ໃນວັນທີ 8 ເມສາ 2022, ອົງຄະນະພັກ ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ສຈ ປອ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານ ສປສສ, ມີຮອງເລຂາ, ຄະນະປະຈໍາພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

+ ສະຫາຍ ສຈ ປອ ນາງ ວຽງທອງ ສີພັນດອນ ກ່າວວ່າ:

ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ແລະ ຄົ້ນຄວ້າຕໍ່ບັນດາເນື້ອໃນເອກະສານທີ່ສໍາຄັນ ເປັນຕົ້ນແມ່ນ ການສະຫຼຸບຕີລາຄາການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄັ້ງທີ 3 ຜ່ານມາ ແລະ ທິດທາງຕໍ່ໜ້າ; ພິຈາລະນາເອົາການປັບປຸງມະຕິຕົກລົງ ສະບັບເລກທີ 37/ຄປຈ, ລົງວັນທີ 6 ພຶດສະພາ 2011 ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສານປະຊາຊົນສູງສຸດໃຫ້ສໍາເລັດ ແລະ ພິຈາລະນາການປັບປຸງຮ່າງກົດໝາຍວ່າດ້ວຍສານປະຊາຊົນ.

ການຊຸກຍູ້, ຕິດຕາມກ່ຽວກັບແຜນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຂອງ 11 ໜ່ວຍພັກ; ການຊຸກຍູ້, ຕິດຕາມປະເມີນຄືນບັນດາ 3 ໜ່ວຍພັກ ທີ່ຂຶ້ນກັບ ອົງຄະນະພັກ ສປສສ ທີ່ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະຜ່ານມາ; ພິຈາລະນາລະບຽບການຕ້ານ, ສະກັດກັ້ນ, ວິທີການເຮັດວຽກກວດກາການປະພຶດ ແລະ ປະຕິບັດໜ້າທີ່ຂອງຜູ້ພິພາກສາ-ພະນັກງານສານ; ພິຈາລະນາແຜນການປັບປຸງກົນໄກການດໍາເນີນຄະດີການຄ້າ ໃຫ້ມີປະສິດທິພາບ ແລະ ຫັນເຂົ້າສູ່ການນໍາໃຊ້ເອເລັກໂທນິກ; ພິຈາລະນາແຜນຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ແລະ ຮັບຟັງການພິຈາລະນາກ່ຽວກັບກົນໄກ, ແບບແຜນວິທີດຳເນີນຄະດີແພ່ງໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ມີປະສິດທິພາບ.

ທັງນີ້, ກໍເພື່ອເປັນການແລກປ່ຽນບົດຮຽນ ແລະ ຄົ້ນຄວ້າບາງບັນຫາທີ່ເຫັນວ່າຍັງເປັນຂໍ້ຄົງຄ້າງ ເພື່ອນໍາໄປປັບປຸງແກ້ໄຂໃຫ້ດີຂຶ້ນກວ່າເກົ່າ ທັງຮັບປະກັນໄດ້ທາງດ້ານຄຸນນະພາບ; ດັ່ງນັ້ນ, ຈຶ່ງຮຽກຮ້ອງບັນດາສະຫາຍສະມາຊິກພັກ ຈົ່ງພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງມີປະສິດທິພາບ ແລະ ກົງໄປກົງມາ ເພື່ອນໍາເອົາເນື້ອໃນດັ່ງກ່າວໄປປັບປຸງໃຫ້ດີຂຶ້ນຢ່າງມີປະສິດທິພາບ ແລະ ຖືກຕ້ອງຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້.