ໜ່ວຍຊາວໜຸ່ມ ກົມກວດກາ-ກວດການ ກະຊວງ ປກສ ໄດ້ສະຫຼຸບວຽກງານ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປີ 2022 ໃນວັນທີ 11 ເມສາ 2022, ເຂົ້າຮ່ວມໂດຍ ພັອ ສຸພັນທອງ ໄຄ້ຍະວົງ ຮອງຫົວໜ້າກົມກວດກາ-ກວດການ, ມີຄະນະໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ພັອ ສຸພັນທອງ ໄຄ້ຍະວົງ ຮອງຫົວໜ້າກົມກວດກາ-ກວດການ

ພັທ ໄລພອນ ວິລະທອນ ຮອງເລຂາໜ່ວຍຊາວໜຸ່ມ ກົມກວດກາ-ກວດການ ກ່າວວ່າ:

ຜ່ານມາໄດ້ນໍາພາສະມາຊິກຊາວໜຸ່ມແຕ່ລະສະຫາຍ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານທີ່ຕົນເອງຮັບຜິດຊອບ ແລະ ວຽກງານອື່ນໆ ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ຢ່າງມີຜົນສໍາເລັດ ເຊິ່ງສະແດງອອກຄື:

ພັທ ໄລພອນ ວິລະທອນ ຮອງເລຂາໜ່ວຍຊາວໜຸ່ມ ກົມກວດກາ-ກວດການ

ວຽກງານກວດກາພັກ ສະຫຼຸບສະຖິຕິການເໜັງຕີງຂອງສະມາຊິກພັກ, ການເຂົ້າຮ່ວມຊີວິດພັກ ແລະ ເສຍເງິນສະຕິພັກຢູ່ບັນດາອົງຄະນະພັກ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານອ້ອມຂ້າງ ກະຊວງ ປກສ, ໄດ້ເຂົ້າຮ່ວມລົງຊຸກຍູ້ຂະບວນການກ່ໍສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ນໍາກົມພັກ ກົມໃຫຍ່ການເມືອງ ເຊິ່ງປັດຈຸບັນສໍາເລັດແລ້ວ, ໄດ້ເກັບກໍາສະຖິຕິຂອງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ IV, ທີ V ສົ່ງໃຫ້ຄະນະກວດກາສູນກາງພັກ.

ວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ເຂົ້າຮ່ວມການຄົ້ນຄວ້າວິໄນນາຍ ແລະ ພົນຕໍາຫຼວດຂັ້ນວິຊາການ ແລະ ເກັບກໍາສະຖິຕິພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງໃນທົ່ວກໍາລັງ ປກສ ໄດ້ລົງຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຢູ່ບັນດາກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ແຂວງ ທີ່ຂຶ້ນກັບ ກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ສັງລວມບັນດາໂຄງການທີ່ນອນໃນເປົ້າໝາຍການກວດກາຕາມບົດລາຍງານຂອງ ອົງການກວດກາລັດຖະບານ ຈໍານວນ 130 ໂຄງການ, ໄດ້ຂຶ້ນເປົ້າໝາຍແຈ້ງຊັບສິນຂອງນາຍ ແລະ ພົນຕໍາຫຼວດທົ່ວກໍາລັງ ປກສ ປະຈໍາປີ 2021, ໄດ້ເຂົ້າຮ່ວມຄະນະສະເພາະກິດຂອງກະຊວງ ກ່ຽວກັບການກວດກາຊັບສິນຂອງກາງຄະດີ, ການປ່ອຍຕົວຜູ້ຖືກຫາ-ນັກໂທດ, ການຄຸ້ມຄອງການລົງທຶນ ແລະ ການນໍາໃຊ້ງົບປະມານຢູ່ກະຊວງປ້ອງກັນຄວາມສະຫງົບ.

ວຽກງານຄົ້ນຄວ້າແກ້ໄຂຄໍາສະເໜີ ແລະ ຄໍາຮ້ອງຟ້ອງ ໄດ້ຄົ້ນຄວ້າແກ້ໄຂຄໍາຮ້ອງທັງໝົດ 47 ເລື່ອງ; ໃນນີ້, ແກ້ໄຂສໍາເລັດ 13 ເລື່ອງ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ 3 ເລື່ອງ ແລະ ກໍາລັງຄົ້ນຄວ້າ 31 ເລື່ອງ, ເຊິ່ງເນື້ອໃນຄໍາສະເໜີ-ຄໍາຮ້ອງຟ້ອງສ່ວນຫຼາຍ ແມ່ນພົວພັນເຖິງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕໍາຫຼວດຈໍານວນໜຶ່ງ ມີການສວຍໃຊ້ສິດອໍານາດເກີນຂອບເຂດ, ຫາຜົນປະໂຫຍດສ່ວນຕົວ, ການດໍາເນີນຄະດີບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ກໍຄື ປະກົດການຫຍໍ້ທໍ້ທາງສັງຄົມຂອງປະເທດເຮົາໃນປັດຈຸບັນ ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມມີສະຕິລະວັງຕົວຮູ້ຈໍາແນກມິດ-ສັດຕູຈະແຈ້ງບໍ່ຕົກຢູ່ໃນກົນອຸບາຍຂອງກຸ່ມຄົນບໍ່ດີ, ປຸກລະດົມແນວຄິດຈິດໃຈຜ່ານຜ່າຄວາມຫຍຸ້ງຍາກທາງດ້ານຊີວິດການເປັນຢູ່ ເພື່ອກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ ໃຫ້ດີຂຶ້ນເທື່ອລະກ້າວ.

ນອກຈາກນີ້, ຕ້ອງສືບຕໍ່ເກັບກໍາ ແລະ ສະຫຼຸບສະຖິຕິການເໜັງຕີງຂອງສະມາຊິກພັກ, ການຮ່ວມຊີວິດພັກ ແລະ ເສຍເງິນສະຕິພັກ ຢູ່ບັນດາຄະນະພັກກົມໃຫຍ່, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ອ້ອມຂ້າງກະຊວງ ປະຈໍາປີ 2022, ສືບຕໍ່ຄົ້ນຄວ້າມະຕິຕົກລົງຂອງ ຄະນະພັກ ກະຊວງ ປກສ ວ່າດ້ວຍ ໂຄງປະກອບການຈັດຕັ້ງຂອງຄະນະກວດກາພັກທີ່ຂຶ້ນກັບ ກະຊວງປ້ອງກັນຄວາມສະຫງົບ, ສືບຕໍ່ຕິດຕາມມະຫາຊົນຜູ້ກ້າວໜ້າທີ່ໄດ້ຮຽນສະໜັບສະໜູນ, ຮຽນກົດລະບຽບຂອງພັກ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກສົມບູນ.