ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ວາງກໍາລັງຕໍາຫຼວດຈະລາຈອນ 500 ກວ່າສະຫາຍ ເພື່ອປ້ອງກັນສະກັດກັ້ນອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງ ໃນໄລຍະບຸນປີໃໝ່ລາວ ພສ 2565 ໂດຍມີເຈົ້າໜ້າທີ່ປະຈໍາຈຸດກວດກາ-ປ້ອມ-ຄອຍເຫດ ເພື່ອຮັບປະກັນຄວາມສະຫງົບ-ປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດໃນວັນທີ 11 ເມສາ 2022 ວ່າ:

ເພື່ອຮັບປະກັນການສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ຈະມາຮອດມາເຖິງໃນມໍ່ໆນີ້ ເຊິ່ງເປັນບຸນປະເພນີທີ່ມີຄວາມໝາຍສໍາຄັນ ຄຽງຄູ່ກັບການສະກັດກັ້ນ ແລະ ຕ້ານການແພ່ລະບາດຂອງພະຍາດໂຄວິດ-19, ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ຈຶ່ງໄດ້ສ້າງແຜນເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບຈະລາຈອນທາງບົກ ໃນຊ່ວງປີໃໝ່ລາວ ພສ 2565 ຢູ່ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 11-17 ເມສາ 2022 ປະສານສົມທົບກັບບັນດາ ປກສ ເມືອງ 9 ຕົວເມືອງ ໂດຍຕິດພັນກັບຄໍາສັ່ງຂອງເຈົ້າຄອງນະຄອນຫຼວງໃນ 6 ຂໍ້ຫ້າມ.

ໃນນີ້, ໄດ້ຈັດວາງກໍາລັງເຂົ້າປ້ອງກັນ ທັງໝົດ 529 ສະຫາຍ ຍິງ 33 ສະຫາຍ ໂດຍມີກໍາລັງປະຈໍາຈຸດ, ສາຍກວດ, ຕັ້ງຈຸດກວດກາ ແລະ ຄອຍເຫດ 256 ສະຫາຍ ຍິງ 33 ສະຫາຍ ແລະ ກໍາລັງປະຈໍາປ້ອມ ທັງໝົດ 273 ສະຫາຍ; ເຊິ່ງຈະໄດ້ຕັ້ງຈຸດກວດກາ 8 ຈຸດ, ວັດ 9 ຈຸດ, ໜ່ວຍກວດກາຕາມສາຍທາງ 3 ຈຸ, ປະຈໍາການຄອຍເຫດ 10 ຈຸ ແລະ ປ້ອມ 60 ປ້ອມ ແລະ ນໍາໃຊ້ພາຫະນະ 16 ຄັນ; ໃນນັ້ນ, ມີລົດເກັງສະຫຼາມ 3 ຄັນ, ລົດກະບະ 10 ຄັນ ແລະ ລົດຈັກ 3 ຄັນ.

ສໍາລັບໜ້າວຽກທີ່ຈະຕ້ອງໄດ້ປະຕິບັດ ມີຄື: ຄວບຄຸມການສັນຈອນ ເພື່ອອໍານວຍຄວາມສະດວກໃຫ້ພໍ່-ແມ່ປະຊາຊົນໃນການໄປ-ມາ ມີຄວາມສະດວກປອດໄພ, ຕັ້ງຈຸດກວດກາທາດເຫຼົ້າໃນລົມຫາຍໃຈຂອງຜູ້ຂັບຂີ່ທົ່ວໄປ ແລະ ລົດຂົນສົ່ງຜູ້ໂດຍສານ, ກວດກາຄວາມໄວລົດເກັງ, ກະບະ, ຈິບ, ຂົນສົ່ງຜູ້ໂດຍສານ ແລະ ລົດບັນທຸກ, ກວດກາຜູ້ຂັບຂີ່ລົດຈັກ, ຜູ້ຊ້ອນທ້າຍຕ້ອງໃສ່ໝວກກັນກະທົບ ແລະ ສາຍຮັດຄາງໃຫ້ແໜ້ນ, ກວດກາຜູ້ຂັບຂີ່ລົດປະເພດສີ່ລໍ້ຂຶ້ນໄປ ແລະ ຜູ້ໂດຍສານຕ້ອງໃຫ້ໃສ່ສາຍຮັດນິລະໄພ; ຖ້າພົບເຫັນຜູ້ບໍ່ໃສ່ສາຍຮັດນິລະໄພ ຈະໄດ້ແນະນຳ ແລະ ຕັກເຕືອນ, ກວດກາການເສີມຕັ່ງນັ່ງ ແລະ ບັນທຸກຜູ້ໂດຍສານເກີນກຳນົດຂອງລົດໂດຍສານປະຈຳທາງ ແລະ ຈັດລະບຽບຕາມສາຍທາງພາຍໃນເທດສະບານ-ເມືອງ.

ທັງນີ້, ກໍເພື່ອຮັບປະກັນໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ມີຄວາມສະດວກໃນການສັນຈອນ ແລະ ມີສະຕິເຄົາລົບກົດໝາຍ, ປະຕິບັດຕາມກົດລະບຽບການສັນຈອນຕາມເສັ້ນທາງຢ່າງເຂັ້ມງວດ, ສະກັດກັ້ນການເກີດອຸບັດຕິເຫດ ແລະ ປະກົດການຫຍໍ້ທໍ້ຕ່າງໆຢູ່ນະຄອນຫຼວງວຽງຈັນ ໃນຊ່ວງບຸນປີໃໝ່ລາວຫຼຸດລົງ ທັງຍັງເຮັດໃຫ້ການສະເຫຼີມສະຫຼອງບຸນດັ່ງກ່າວ ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພໂດຍພື້ນຖານ.